Apple ກຽມເປີດຕົວແວ່ນ AR/VR ລາຄາປະມານ 26 ລ້ານກີບ


ຫຼັງຈາກມີຂ່າວມາດົນວ່າ Apple ກໍາລັງພັດທະນາແວ່ນຕາແບບ Mixed Reality (MR) ເຊິ່ງເປັນແວ່ນຕາອັດສະລິຍະ, ເຊິ່ງລວມເຖິງເທັກໂນໂລຢີ VR ທີ່ຈຳລອງໂລກສະເໝືອນ ແລະ AR ຈຳລອງວັດຖຸ 3 ມິຕິເພື່ອທັບຊ້ອນກັບໂລກຈິງ ໃນແວ່ນດຽວ.

ຫຼ້າສຸດ ມີລາຍງານວ່າຜູ້ບໍລິຫານ Apple ໄດ້ສະແດງ ແລະ ສາທິດໃຫ້ເຫັນການນຳໃຊ້ແວ່ນຕາ AR/VR ໃຫ້ກັບຄະນະບໍລິຫານຂອງບໍລິສັດແລ້ວ ຕັ້ງແຕ່ອາທິດທີ່ຜ່ານມາ. ລວມທັງໃນສອງສາມອາທິດຜ່ານມານີ້, Apple ຍັງໄດ້ກັບມາສຸມໃສ່ການພັດທະນາລະບົບປະຕິບັດການ rOS ຫຼື Reality OS ທີ່ຈະນຳມາໃຊ້ກັບແວ່ນຕາຮຸ່ນນີ້ດ້ວຍ.

ທັງໝົດນີ້ຢືນຢັນວ່າ ແວ່ນຕາອັດສະລິຍະ AR/VR ຂອງ Apple ໄດ້ຮັບການພັດທະນາໄປໃນທາງທີດີຂຶ້ນຫຼາຍ ແລະ ກໍເປັນໄປໄດ້ວ່າ ມັນອາດຈະຖືກປ່ອຍອອກມາໃນສອງສາມເດືອນຂ້າງຫນ້ານີ້. ໃນຂະນະທີ່ຊື່ແວ່ນນີ້ ຍັງບໍ່ທັນໄດ້ເປີດເຜີຍຢ່າງເປັນທາງການ.

ສຳລັບແວ່ນຕາອັດສະລິຍະ AR/VR ໄດ້ຖືກພັດທະນາມາແລ້ວຕັ້ງແຕ່ປີ 2015. ມາຮອດປັດຈຸບັນ ມີລາຍງານວ່າ Apple ໄດ້ຈ້າງພະນັກງານຫຼາຍກວ່າ 2,000 ຄົນເພື່ອພັດທະນາແວ່ນຕາດັ່ງກ່າວ. ໂດຍລາຍລະອຽດຂອງແວ່ນຕາເບື້ອງຕົ້ນ ແມ່ນຈະມີກ້ອງຖ່າຍຮູບຕິດຢູ່ດ້ານຫນ້າ ເພື່ອເກັບກໍາຮູບພາບ ແລະ ນຳມາສົມທົບກັບຮູບພາບຕ່າງໆໃນໂລກ ສະເໝືອນ.

ລາຍລະອຽດອື່ນໆກ່ອນໜ້ານີ້ມີລາຍງານອອກມາວ່າ ແວ່ນຕາມີຄວາມລະອຽດ 8K, ມີເທັກໂນໂລຍີ LiDAR ທີ່ໃຊ້ວັດແທກຄຳນວນໄລຍະຫ່າງຂອງວັດຖຸ, ມີລະບົບ Eyes-Tracking , ສຽງທີ່ສົມຈິງອ້ອມຮອບທຸກທິດທາງ ແລະ ໃຊ້ຊິບສອງຊິບທີ່ມີພະລັງເທົ່າກັບຊິບ M1.

ສ່ວນໃນເລື່ອງຂອງລາຄາ ແມ່ນມີການຄາດການວ່າອາດມີລາຄາສູງເຖິງ 2,000 ໂດລາ ຫຼືປະມານ 26 ລ້ານກີບ.

ເຊິ່ງຖ້າ Apple ໄດ້ເປີດຕົວແທ້ໆ ມັນຈະຖືກພິຈາລະນາເປັນກຸ່ມຜະລິດຕະພັນໃໝ່ຂອງບໍລິສັດໃນຮອບຫຼາຍປີ. ພາຍໃຕ້ການນໍາພາຂອງ Tim Cook, ນັບຕັ້ງແຕ່ການເປີດຕົວ Apple Watch ໃນປີ 2015.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/