ໃຫ້ທຳມະຊາດບຳບັດ! ເມື່ອຜົນວິໄຈບອກວ່າ ການສຳຜັດກັບທຳມະຊາດສາມາດບັນເທົາຄວາມເຫງົາໄດ້!!!


ຄວາມຮູ້ສຶກເຫງົາ ເປັນໜຶ່ງໃນບັນຫາສຸຂະພາບຈິດທີ່ຫຼາຍຄົນກໍອາດເຄີຍພົບຜ່ານມາ ມີຄວາມສ່ຽງໃນການເປັນໂຣກຊຶມເສົ້າ ແລະ ອາດນຳໄປສູ່ຄວາມສ່ຽງໃນການເສຍຊີວິດຫຼາຍເຖິງ 45%, ດັ່ງນັ້ນ ມັນຈຶ່ງເປັນບັນຫາທີ່ສຳຄັນທີ່ເຮົາຕ້ອງກຳຈັດຄວາມເຫງົາອອກໄປໃຫ້ໄດ້ ແລະ ໜຶ່ງໃນວິທີທີ່ຜູ້ຊ່ຽວຊານແນະນຳ ນັ້ນແມ່ນການພັກຜ່ອນກາຍໃຈໄປສຳຜັດກັບທຳມະຊາດໃຫ້ຕົນເອງຜ່ອນຄາຍນັ້ນເອງ.

ການວິໄຈນີ້ ເປັນການປະເມີນຜົນກະທົບຂອງສິ່ງແວດລ້ອມຕໍ່ຄວາມເຫງົາໂດດດ່ຽວຂອງຜູ້ຄົນທີ່ຢູ່ໃນເມືອງ ຈາກແອັບພິເຄຊັນເທິງມືຖືຊື່ວ່າ Urban Mind ຂໍ້ມູນຈາກຜູ້ເຂົ້າຮ່ວມ 756 ຄົນ ແລະ ຈາກການປະເມີນເຖິງ 16,602 ຄັ້ງ ຕັ້ງແຕ່ປີ 2018-2020.

ຜົນຈາກການວິໄຈປາກົດວ່າ ຄວາມແອອັດຂອງຄົນໃນເມືອງ ຊ່ວຍໃຫ້ມີຄວາມຮູ້ສຶກເຫງົາໄດ້ 39% ແຕ່ເມື່ອຜູ້ຄົນໄດ້ໄປສຳຜັດກັບທຳມະຊາດ ໄດ້ຢູ່ທ່າມກາງຕົ້ນໄມ້, ໄດ້ເຫັນທ້ອງຟ້າ, ເອົາຕີນຈຸ່ມນ້ຳ ຫຼືແມ່ນແຕ່ໄດ້ຍິນສຽງນົກ ມັນຈະຊ່ວຍລົດຄວາມຮູ້ສຶກເຫງົາໄດ້ເຖິງ 28%, ນອກຈາກນັ້ນ ການມີສ່ວນຮ່ວມທາງສັງຄົມສາມາດລົດຄວາມຮູ້ສຶກເຫງົາໂດດດ່ຽວໄດ້ 21% ອີກດ້ວຍ.

ເຫັນແບບນີ້ແລ້ວ ຢ່າລືມໃຫ້ຄວາມສຳຄັນໃນການພັກຜ່ອນກັບທຳມະຊາດ ໄປຮອດການດູແລທຳມະຊາດ ແລະສິ່ງແວດລ້ອມໃຫ້ຢູ່ຄູ່ກັບພວກເຮົາໄປດົນໆ.

ອ້າງອີງຈາກ: https://cutt.ly/HHUqglX

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/