ມີໄວ້ໂຊເທົ່ານັ້ນ! ຄັນຮົ່ມຂອງ Gucci x Adidas ກ້ານລະ 17 ລ້ານກີບ ທີ່ກັນໄດ້ແຕ່ແດດ ກັນຝົນບໍ່ໄດ້


ຂຶ້ນຊື່ວ່າຄັນຮົ່ມ ສິ່ງທຳອິດທີ່ເຮົາຄິດເຖິງ ແລະ ເອົາໄວ້ໃຊ້ຄົງຈະແມ່ນເພື່ອກັນແດດ-ກັນຝົນ ແຕ່ບໍ່ແມ່ນກັບຄັນຮົ່ມກ້ານລະ 17ລ້ານ ກ້ານນີ້ ທີ່ຜະລິດອອກມາເພື່ອ ແຟຊັ່ນເທົ່ານັ້ນ ທີ່ກັນໄດ້ແຕ່ແດດ ແຕ່ບໍ່ສາມາດກັນຝົນໄດ້.

ໂດຍຄັນຮົ່ມກ້ານນີ້ ເປັນຜົນງານຂອງການຈັບມືກັນລະຫວ່າງ Adidas ຜູ້ຜະລິດສິນຄ້າ ແລະ ອຸປະກອນກິລາຊັ້ນນຳຂອງໂລກ ຮ່ວມມືກັບ Gucci ແບຣນແຟຊັ່ນອັນດັບຕົ້ນໆຂອງໂລກ. ຄັນຮົ່ມກ້ານນີ້ ຖືກວາງຂາຍໃນເວັບໄຊຂອງ Gucci ດ້ວຍລາຄາ 1,290 ໂດລາ ຫຼືປະມານ 17 ລ້ານກວ່າກີບ ແລະ ຄາດການວ່າຈະເລີ່ມເປີດຂາຍໃນວັນທີ 7 ມິຖຸນານີ້.

ປະຕິເສດບໍ່ໄດ້ວ່າຜູ້ໃດ ທີ່ຖືຄັນຮົ່ມກ້ານນີ້ອອກໄປຕາມທ້ອງຖະໜົນ ຄົງສິເປັນທີ່ໜ້າສົນໃຈບໍ່ໜ້ອຍ ເພາະດ້ວຍສີສັນທີ່ສວຍງາມ ແລະ ລວດລາຍທີ່ໂດດເດັ່ນ ທີ່ມີທັງໂລໂກ້ຂອງ Adidas ພ້ອມກັບ ແຖບແດງຂຽວທີ່ເປັນເອກະລັກ ຂອງ Gucci ເທົ່ານັ້ນ. ແຕ່ທັງໝົດນີ້ບໍ່ສາມາດປ້ອງກັນທ່ານຈາກນໍ້າຝົນໄດ້ ໂດຍທາງ Gucci ໄດ້ມີຄຳອະທິບາຍກ່ຽວກັບສິນຄ້ານີ້ໄວ້ວ່າ ສິນຄ້າຕົວນີ້ບໍ່ກັນນໍ້າ ແລະ ມີໄວ້ເພື່ອປ້ອງກັນແສງແດດ ຫຼື ເພື່ອຈຸດປະສົງດ້ານແຟຊັ່ນເທົ່ານັ້ນ.

 ຢ່າງໃດກໍຕາມ ຄັນຮົ່ມນີ້ ເບິ່ງຄືວ່າຈະຖືກວິພາກວິຈານຢ່າງຫຼວງຫຼາຍ ໂດຍສະເພາະທາງປະເທດຈີນ ທີ່ສິນຄ້າຖືກວາງຂາຍດ້ວຍລາຄາທີ່ສູງເຖິງ 11,100 ຢວນ ຫຼື ປະມານ 24 ລ້ານກີບ ໂດຍມີ Hashtag ທີ່ວ່າ: “ຄັນຮົ່ມລາຄາ 11,100 ຢວນ ແຕ່ບໍ່ສາມາດກັນນໍ້າໄດ້” ໂດຍມີຜູ້ເຂົ້າເບິ່ງໄປແລ້ວ ຫຼາຍກວ່າ 140ລ້ານເທື່ອ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/