ໃນຍຸກເຕັກໂນໂລຊີນີ້ ຄົນເຮົາໃຊ້ເວລາຫຼາຍຂຶ້ນ ກັບການຢູ່ກັບໂລກອອນລາຍ ທັງການໃຊ້ຊອກຫາຂໍ້ມູນ, ຫຼິ້ນໂຊຊຽວມີເດຍ (social media) ຫຼື ເບິ່ງໜັງຟັງເພງຕ່າງໆ ແຕ່ເຮົາຈະຮູ້ໄດ້ແນວໃດວ່າເຮົາທ່ອງທ່ຽວຢູ່ກັບໂລກອອນລາຍໄປດົນໆຫຼາຍເກີນໄປ. ດັ່ງນັ້ນ ເຮົາສາມາດສັງເກດຈາກຮ່າງກາຍ, ອາລົມ ແລະ ສັງຄົມ ເຊິ່ງຈະສົ່ງສັນຍານຕໍ່ໄປນີ້:
1.ສິ່ງທີ່ຮ່າງກາຍຈະສະແດງອອກ
- ຕາອ່ອນເພຍ (ຕາແຫ້ງ) ຈາກການໃຊ້ສາຍຕາໃນການເບິ່ງຈໍຫຼາຍເກີນໄປ
- ເຈັບຫົວ/ໄມເກຣນ (migraine) ຈາກການຈົດຈໍ່ໃນຈໍຫຼາຍເກີນໄປ ຈົນປະສາດສຳຜັດຕຶງຄຽດ
- ປວດຄໍ ແລະ ຫຼັງ ເພາະນັ່ງໃນທ່າດຽວຕິດຕໍ່ກັນເປັນເວລາດົນ
- ນອນບໍ່ຫຼັບ ຈາກແສງສີຟ້າຈາກໜ້າຈໍທີ່ສົ່ງອອກມາ ຈະໄປເຮັດໃຫ້ການເຮັດວຽກຂອງຮໍໂມນເມລາໂທນິນເສື່ອມລົງ (melatonin hormone)

2.ສິ່ງທີ່ອາລົມຈະເປັນ
- ສະມາທິສັ້ນລົງ: ຜົນວິໄຈຈາກ ມະຫາວິທະຍາໄລ ເວີຈິເນຍ ອາເມຣິກາ ໄດ້ເປີດເຜີຍວ່າ ການຫຼິ້ນໂທລະສັບຫຼາຍເກີນໄປ ເຮັດໃຫ້ມີສະມາທິສັ້ນລົງ ກໍຄືບໍ່ສາມາດຈົດຈໍ່ກັບສິ່ງໃດສິ່ງໜຶ່ງໄດ້ດົນໆ.
- ຂາດຄວາມໝັ້ນໃຈ: ເພາະເສບຕິດຂໍ້ມູນຂ່າວສານ ຫຼື ຮັບຮູ້ເລື່ອງຂອງຄົນອື່ນໃນໂລກອອນລາຍຫຼາຍ ຈົນປຽບທຽບກັບຕົນເອງ ເຮັດໃຫ້ຕົນເອງມີຄວາມໝັ້ນໃຈໜ້ອຍລົງ.

3. ສິ່ງທີ່ຈະສະແດງອອກດ້ານສັງຄົມ
- ການມີສ່ວນຮ່ວມກັບຄົນອື່ນຈະໜ້ອຍລົງ ໂດຍສະເພາະຄົນທີ່ເປັນ ໄວເດັກ ແລະ ໄວໜຸ່ມ ທີ່ມັກຈະບໍ່ມັກພົບກັບຄົນອື່ນແບບເຊິ່ງໜ້າ ແລະ ຈະສະບາຍໃຈຫຼາຍກວ່າຖ້າໄດ້ສື່ສານກັນໂດຍຜ່ານຂໍ້ຄວາມ.
- ມັກຢູ່ຄົນດຽວຫຼາຍຂຶ້ນ ຕໍ່ເນື່ອງມາຈາກການຫຼີກເວັ້ນສັງຄົມ ເຮັດໃຫ້ຮູ້ສຶກໂດດດ່ຽວ ແລະ ແຕກແຍກ.
ພາບ: kasipat, www.futurespace.es
ທີ່ມາ: https://www.sanook.com/health/27653/