ໃນໄລຍະທີ່ໂລກມີການປ່ຽນແປງ ການທ່ອງທ່ຽວໄປຕ່າງປະເທດແບບເມື່ອກ່ອນກໍເປັນສິ່ງທີ່ຫຼາຍຄົນໃຝ່ຫາ ໄດ້ໄປທ່ຽວກັບຄົນຮັກ, ກັບຄອບຄົວ ດ້ວຍການເຊົ່າລົດຈັກຄັນແລ້ວຂີ່ເລາະແບບ Road Trip ດື່ມດຳ່ກັບບັນຍາກາດຂອງເມືອງນັ້ນຢ່າງເຕັມທີ່.
ພົບກັບ Drive & Listen Virtual Drive ເວັບໄຊທີ່ຈະພາທ່ານໄປທ່ຽວແບບ City Road Trip ປານກັບວ່າໄດ້ໄປເມືອງນັ້ນແບບແທ້ໆໃນເມືອງໃຫຍ່.
“Drive & Listen” ຄືເວັບໄຊທີ່ເກີດຂຶ້ນເພື່ອມອບປະສົບການຂັບລົດທ່ຽວ ໃນບັນດາເມືອງໃຫຍ່ໆທົ່ວໂລກ ບໍ່ວ່າຈະເປັນ New York City, Hamburg, Havana, Amsterdam, Los Angeles, Moscow, Zurich ແລະ ອື່ນໆ 53 ເມືອງທົ່ວໂລກ ໃນຮູບແບບຂອງການຂັບລົດແບບ Virtual Drive.

ເຊິ່ງຄວາມພິເສດຂອງ Drive & Listen ນີ້ກໍບໍ່ໄດ້ມີພຽງແຕ່ການຮັບປະສົບການຂອງການຂັບລົດຊົມເມືອງຈາກມຸມມອງ First-Person Perspective ເທົ່ານັ້ນ ແຕ່ເຮົາຍັງສາມາດຮັບຟັງສຽງຈາກສະຖານີວິທະຍຸທ້ອງຖິ່ນຂອງເມືອງນັ້ນໆ ລວມໄປເຖິງສຽງບັນຍາກາດຂ້າງຖະໜົນຫົນທາງ ຄືກັບວ່າເຮົາໄດ້ຂັບລົດເປີດແວ່ນ ແລະ ຮັບຟັງສຽງຂອງເມືອງນັ້ນໆໄປນຳ.
ເວັບໄຊທີ່ເຮັດຂຶ້ນເພື່ອບັນເທົາຄວາມທຸກຂອງຄົນໂຫຍຫາການທ່ອງທ່ຽວນີ້ ເປັນຜົນງານຂອງ Erkam Seker ນັກສຶກສາປະລິນຍາໂທຊາວຕູລາກີ ທີ່ສຶກສາຢູ່ເມືອງມິວນິກ ປະເທດເຢຍລະມັນ ໂດຍເວັບໄຊນີ້ເຮັດວຽກດ້ວຍການຊວນໃຫ້ຜູ້ຄົນທີ່ຢູ່ໃນເມືອງຕ່າງໆທົ່ວໂລກມາອັບໂຫຼດວີດີໂອຄວາມລະອຽດສູງຂຶ້ນເທິງ YouTube ຈາກນັ້ນກໍຈະຖືກນຳໄປອັບໂຫຼດຂຶ້ນເວັບໄຊຕໍ່ອີກເທື່ອໜຶ່ງ.
ໃຜທີ່ຢາກໄປຂັບລົດທ່ຽວເມືອງໃຫຍ່ໃນປະເທດຕ່າງໆ ກໍສາມາດເຂົ້າໄປລອງນຳກັນໄດ້ທີ່: https://driveandlisten.herokuapp.com/


ພາບ: driveandlisten.herokuapp.com
ຂອບໃຈຂໍ້ມູນຈາກ:
- https://driveandlisten.herokuapp.com/?fbclid=IwAR0veqGk_G5J-U8ZZws0CwGPSEo6RKIgoonzdi7-jZzTjUYIBovc0NMruUs
- https://www.autoblog.com/2021/02/16/drive-and-listen-virtual-city-tours/
- https://news.yahoo.com/drive-listen-app-takes-virtual-184000727.html