ເທົ່າທີ່ທຸກຄົນໄດ້ຮັບຮູ້ ບໍ່ວ່າຈະເປັນການລົງທຶນສ້າງສິ່ງໃດສິ່ງໜຶ່ງລ້ວນແລ້ວແຕ່ ມີຜົນປະໂຫຍດ ແລະ ສົ່ງຜົນກະທົບ. ແຕ່ໃນການສ້າງໂຄງການໄຟຟ້າພະລັງງານລົມນີ້ ມັນເປັນສິ່ງໜຶ່ງທີ່ຕ້ອງໄດ້ເພິ່ງພາທໍາມະຊາດ ຕ້ອງໄດ້ໃຊ້ການໝຸນວຽນຂອງກະແສອາກາດ. ເຊິ່ງມີປະໂຫຍດໃນຫຼາຍດ້ານຖ້າຫາກຕັ້ງພະລັງງານລົມຂຶ້ນມາ ບໍ່ວ່າຈະເປັນໃນດ້ານການສູບນໍ້າ, ໃຊ້ໃນການຜະລິດໄຟຟ້າ, ເຮັດນາເກືອກໍໄດ້, ພ້ອມທັງສ້າງເປັນຈຸດທີ່ດຶງດູດນັກທ່ອງທ່ຽວ ແລະ ຍັງສາມາດຕັ້ງໄດ້ທັງຢູ່ເທິງບົກ ແລະ ໃນທະເລອີກດ້ວຍ.

ໃນໂຄງການຄັ້ງນີ້ ຖືວ່າເປັນໂຄງການທໍາອິດທີ່ມີໃນ ສປປ ລາວ ພ້ອມທັງເປັນພະລັງງານລົມທີ່ໃຫຍ່ທີ່ສຸດໃນອາຊຽນ ເຊິ່ງໃນວັນທີ 28 ມັງກອນ ທີ່ຜ່ານມານີ້ທາງແຂວງອັດຕະປືໄດ້ປະຊຸມກ່ຽວກັບຄວາມຄືບໜ້າຂອງໂຄງການ.
ພື້ນທີ່ໂຄງການພັດທະນາພະລັງງານລົມ ແມ່ນຕັ້ງຢູ່ເຂດເຊື່ອມຕໍ່ລະຫວ່າງ ເມືອງຊານໄຊ ແຂວງອັດຕະປືຫາເມືອງດາກຈຶງ ແຂວງເຊກອງ.

ມີກໍາລັງຕິດຕັ້ງທັງໝົດ 600 ເມກາວັດ, ມູນຄ່າຄາດຄະເນຂອງໂຄງການແມ່ນ 900 ໂດລາສາຫະລັດ, ຕາມແຜນພັດທະນາໂຄງການແມ່ນຈະເລີ່ມຜະລິດ ແລະ ຂາຍສົ່ງໃຫ້ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພາຍໃນປີ 2023, ອີງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີຫວຽດນາມ ແມ່ນເຫັນດີນໍາເອົາການຮັບຮອງເອົາການນໍາໄຟຟ້າ ໂດຍເຊື່ອມຕໍ່ລະບົບສາຍສົ່ງ 500 ກິໂລໂວນ.
ນອກຈາກນີ້ ຍັງໄດ້ມອບໃຫ້ການໄຟຟ້າສາທາລະນະລັດ ສັງຄົມນິຍົມຫວຽດນາມຮ່ວມເຮັດວຽກກັບບໍລິສັດ ໃນການເຈລະຈາສັນຍາຊື້ຂາຍໂຄງການໄຟຟ້າຫຼ້າສຸດ. ລັດຖະບານທັງລາວ ແລະ ຫວຽດນາມໄດ້ຕົກລົງເອົາດ້ານຫຼັກການນໍາພາເອົາໄຟຟ້າຈາກລາວ ໄປປະເທດຫວຽດນາມ.

ຂອບໃຈຂໍ້ມູນຈາກ:
https://www.facebook.com/2094255494002182/videos/844172523099917