ລາວເລັ່ງສຶກສາມາດຕະຖານຄຸ້ມຄອງຮ້ານເກມ ແນໃສ່ສ້າງສະພາບແວດລ້ອມທີ່ປອດໄພ
ກົມເຕັກໂນໂລຊີດິຈິຕອນ ຮ່ວມກັບ ສະຫະພັນກິລາອີສະປອດແຫ່ງຊາດລາວ ກຽມສຶກສາເພື່ອຍົກລະດັບມາດຕະຖານຮ້ານເກມ ແລະ ສະໂມສອນອີສະປອດທົ່ວປະເທດ ແນໃສ່ປົກປ້ອງເຍົາວະຊົນ, ສ້າງຄວາມໝັ້ນໃຈໃຫ້ສັງຄົມ ແລະ ປູທາງສ້າງນັກກິລາອີສະປອດລາວໃຫ້ກ້າວສູ່ເວທີລະດັບສາກົນຢ່າງມືອາຊີບ.
ບາດກ້າວສຳຄັນນີ້ເກີດຂຶ້ນພາຍຫຼັງການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງສອງອົງການໃນວັນທີ 24 ຕຸລາ ທີ່ຜ່ານມາ ພາຍໃນງານສັບປະດາດີຈີຕອນລາວ 2026 (Laos Digital Week) ທີ່ສູນການຄ້າ ລາວ-ໄອເຕັກ. ຕາມການລາຍງານຂອງ ສະຫະພັນກິລາອີສະປອດແຫ່ງຊາດລາວ.
ລົງນາມໂດຍ ທ່ານ ປະສິດທິເດດ ຫຼວງວິໄລ ຮັກສາການຫົວໜ້າກົມເຕັກໂນໂລຊີດິຈິຕອນ ແລະ ທ່ານ ໂຈນາທານ ສິຣິສັກດາ ປະທານສະຫະພັນກິລາອີສະປອດແຫ່ງຊາດລາວ. ໂດຍມີ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ
ຈຸດປະສົງຫຼັກຂອງການຮ່ວມມືແມ່ນເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາເຄື່ອງມືຄຸ້ມຄອງ, ລະບົບການລົງທະບຽນ ແລະ ມາດຕະຖານການບໍລິການສຳລັບສະໂມສອນ ແລະ ຮ້ານເກມຕ່າງໆໃນທົ່ວປະເທດ.
ສິ່ງດັ່ງກ່າວຈະເປັນການສ້າງແນວທາງທີ່ຊັດເຈນໃຫ້ແກ່ຜູ້ປະກອບການ ທັງຍັງເປັນການຍົກລະດັບຄວາມປອດໄພໃຫ້ແກ່ເດັກນ້ອຍ ແລະ ເຍົາວະຊົນທີ່ເຂົ້າຮ່ວມກິດຈະກຳດັ່ງກ່າວ. ນອກຈາກການສ້າງມາດຕະຖານສະຖານທີ່ແລ້ວ, ການປົກປ້ອງສິດທິ ແລະ ຂໍ້ມູນສ່ວນຕົວຂອງນັກກິລາກໍເປັນອີກໜຶ່ງຫົວໃຈສຳຄັນຂອງການສຶກສາຄັ້ງນີ້ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ປົກຄອງ ແລະ ຊຸກຍູ້ໃຫ້ບັນດາຮ້ານເກມກາຍເປັນສະຖານທີ່ຝຶກຊ້ອມທີ່ປອດໄພສຳລັບການພັດທະນາທັກສະ, ການເຮັດວຽກເປັນທີມ ແລະ ເກັບກ່ຽວປະສົບການກ່ອນກ້າວເຂົ້າສູ່ການແຂ່ງຂັນຕົວຈິງ.
ແນວໃດກໍຕາມ, ປັດຈຸບັນໂຄງການຍັງຢູ່ໃນໄລຍະການສຶກສາຄວາມເປັນໄປໄດ້ ເຊິ່ງຍັງບໍ່ທັນມີການກຳນົດເວລາສຳເລັດ ຫຼື ມາດຕະການບັງຄັບໃຊ້ກ່ຽວກັບຄ່າທຳນຽມ ແລະ ໃບອະນຸຍາດໃດໆເທື່ອ.
ຄວາມພະຍາຍາມໃນການຈັດລະບຽບອຸດສາຫະກຳອີສະປອດໃນຄັ້ງນີ້ ຖືວ່າສອດຄ່ອງກັບການເຕີບໃຫຍ່ຢ່າງກ້າວກະໂດດຂອງວົງການເກມໃນລາວ ໂດຍສະເພາະຜົນງານລ່າສຸດໃນກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ໃນທ້າຍປີ 2025 ຜ່ານມາ ທີ່ທັບນັກກິລາອີສະປອດຍິງລາວສາມາດຄວ້າຫຼຽນເງິນ ແລະ ທີມຊາຍຄວ້າຫຼຽນທອງ ຈາກເກມ Arena of Valor (RoV).
ຜົນງານດັ່ງກ່າວບວກກັບຈຳນວນຜູ້ຫຼິ້ນເກມໃນລາວທີ່ມີຫຼາຍກວ່າໜຶ່ງລ້ານຄົນ ໄດ້ເປັນຂໍ້ພິສູດທີ່ຊັດເຈນວ່າ ການສ້າງລະບົບການຄຸ້ມຄອງ ແລະ ມາດຕະຖານການຝຶກຊ້ອມທີ່ດີ ຈະເປັນຮາກຖານສຳຄັນໃນການຊຸກຍູ້ໃຫ້ນັກກິລາລາວສາມາດແຂ່ງຂັນໃນລະດັບທີ່ສູງຂຶ້ນ ແລະ ປ່ຽນຄວາມມັກໃຫ້ກາຍເປັນອາຊີບທີ່ໝັ້ນຄົງໄດ້ໃນອະນາຄົດ.
#LaoXperts #EsportsLaos #LaoEsportsFederation #LaosDigitalWeek2026 #ອີສະປອດລາວ #ກິລາອີສະປອດ #ຂ່າວໄອທີລາວ


