ປົກເວັບ 2026 10 08T222901 998

ໄທກຽມປັບຂຶ້ນພາສີນຳເຂົ້າລົດ EV ເພື່ອປົກປ້ອງ ແລະ ຊຸກຍູ້ອຸດສາຫະກຳຜະລິດພາຍໃນປະເທດ

ຄະນະລັດຖະບານໄທ ຮັບຊາບແຜນປະຕິຮູບໂຄງສ້າງອັດຕາພາສີຕໍ່ລົດໄຟຟ້າ (EV) ໂດຍກຽມເກັບພາສີນຳເຂົ້າໃນອັດຕາສູງສຸດ ແລະ ຫຼຸດພາສີໃຫ້ລົດທີ່ຜະລິດພາຍໃນ ເພື່ອສະກັດກັ້ນກະແສລົດນຳເຂົ້າ, ດຶງດູດການລົງທຶນສ້າງໂຮງງານ ແລະ ປົກປ້ອງຕ່ອງໂສ້ອຸດສາຫະກຳຍານຍົນທ້ອງຖິ່ນ ບໍ່ໃຫ້ສູນເສຍຄວາມສາມາດໃນການແຂ່ງຂັນ.

ຕາມການລາຍງານຂອງ The Nation Thailand, ຄວາມເຄື່ອນໄຫວຄັ້ງນີ້ເກີດຂຶ້ນພາຍຫຼັງຄະນະກຳມະການນະໂຍບາຍຍານຍົນໄຟຟ້າແຫ່ງຊາດ (EV Board) ໄດ້ມີມະຕິມອບໝາຍໃຫ້ກົມສັບພະສາມິດໄທ ສຶກສາລາຍລະອຽດ ເພື່ອແກ້ໄຂບັນຫາຄວາມກົດດັນຈາກການນຳເຂົ້າຍານຍົນໄຟຟ້າທີ່ເພີ່ມຂຶ້ນຢ່າງວ່ອງໄວ. 

ຂໍ້ມູນຈາກສະພາອຸດສາຫະກຳແຫ່ງປະເທດໄທ ສະແດງໃຫ້ເຫັນວ່າ ໃນໄລຍະເດືອນມັງກອນ ຫາ ກໍລະກົດ 2026 ຜ່ານມາ ຍອດຂາຍລົດໄຟຟ້າແບັດເຕີຣີ (BEV) ກວມເອົາ 30.88% ຂອງຍອດຂາຍລົດທັງໝົດໃນປະເທດ ແຕ່ສູງເຖິງ 63% ຂອງຈຳນວນດັ່ງກ່າວ ຍັງຄົງເປັນລົດນຳເຂົ້າຍ້ອນຕົ້ນທຶນການຜະລິດພາຍໃນໄທຍັງຢູ່ໃນໄລຍະເລີ່ມຕົ້ນ ແລະ ສູງກວ່າລົດນຳເຂົ້າ, ເຮັດໃຫ້ຜູ້ຜະລິດທີ່ຕັ້ງຖານທັບໃນໄທຕົກຢູ່ໃນຄວາມສ່ຽງ.

ພາຍໃຕ້ແນວຄວາມຄິດໃໝ່ນີ້ ໄທໄດ້ວາງເປົ້າໝາຍສາມດ້ານ ຄື ການເປີດໃຫ້ນຳເຂົ້າຍານຍົນລຸ້ນໃໝ່ໆສະເພາະເພື່ອການຄົ້ນຄວ້າ, ທົດສອບ ແລະ ຖ່າຍທອດເຕັກໂນໂລຊີ, ການຍົກລະດັບປະເທດໃຫ້ເປັນສູນກາງການຜະລິດ ແລະ ສົ່ງອອກລົດໄຟຟ້າລະດັບພາກພື້ນ ແລະ ສາກົນ ພ້ອມທັງການບັງຄັບໃຫ້ມີການນຳໃຊ້ຊິ້ນສ່ວນທີ່ຜະລິດພາຍໃນປະເທດທີ່ມີມູນຄ່າສູງ ເພື່ອສ້າງວຽກເຮັດງານທຳ ແລະ ຍົກລະດັບສີມືແຮງງານໄທໃຫ້ທັນກັບເຕັກໂນໂລຊີສະໄໝໃໝ່.

ໂຄງສ້າງພາສີໃໝ່ຈະແບ່ງອອກເປັນສາມລະດັບຢ່າງຈະແຈ້ງ ໂດຍກຸ່ມລົດນຳເຂົ້າສຳເລັດຮູບທີ່ຍັງບໍ່ມີການຜະລິດໃນປະເທດ ຈະຕ້ອງແບກຮັບອັດຕາພາສີສັບພະສາມິດສູງທີ່ສຸດ ເພື່ອກົດດັນໃຫ້ຄ້າຍລົດຫັນມາສ້າງໂຮງງານໃນໄທ. 

ຂະນະທີ່ຄ້າຍລົດທີ່ມີໂຮງງານຜະລິດໃນໄທຢູ່ແລ້ວ ຈະໄດ້ຮັບສິດພິເສດເສຍພາສີຕ່ຳກວ່າ ເມື່ອນຳເຂົ້າລົດບາງລຸ້ນມາທົດລອງຕະຫຼາດ ໂດຍຈຳນວນໂຄຕ້າຈະຂຶ້ນກັບມູນຄ່າເສດຖະກິດທີ່ສ້າງໃຫ້ແກ່ໄທ ເຊັ່ນ ມູນຄ່າການຊື້ຊິ້ນສ່ວນໃນປະເທດ ແລະ ການຈ້າງງານ. 

ສ່ວນລົດທີ່ຜະລິດ ແລະ ປະກອບພາຍໃນປະເທດ ທີ່ນຳໃຊ້ຊິ້ນສ່ວນທ້ອງຖິ່ນ ຈະໄດ້ຮັບອັດຕາພາສີຕ່ຳທີ່ສຸດ ເຊິ່ງມາດຕະການທັງໝົດນີ້ ຖືເປັນບາດກ້າວສຳຄັນຂອງໄທ ໃນການປັບສົມດຸນຕະຫຼາດ ແລະ ຮັກສາຖານະ “ດີທຣອຍແຫ່ງອາຊີ” ໃນຍຸກປ່ຽນຜ່ານສູ່ພະລັງງານສະອາດ.

#LaoXperts #ລົດໄຟຟ້າ #ອຸດສາຫະກຳຍານຍົນ #ເສດຖະກິດໄທ #ພາສີນຳເຂົ້າ #ຂ່າວເສດຖະກິດ #EVThailand

Comments are disabled