ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ
ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ເລ ມິງ ຮຸ່ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມລາວຢ່າງເປັນທາງການ ໃນລະຫວ່າງວັນທີ 8-9 ຕຸລາ 2026. ການຢ້ຽມຢາມຄັ້ງນີ້ ເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນຂອງທັງສອງຊາດ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ນັບມື້ນັບແຕກດອກອອກຜົນ.
ໃນພິທີຕ້ອນຮັບຢ່າງສົມກຽດ ທີ່ສໍານັກງານນາຍົກລັດຖະມົນຕີ ເມື່ອຕອນບ່າຍວັນທີ 8 ຕຸລາ, ສອງຜູ້ນຳໄດ້ພົບປະໂອ້ລົມ ແລະ ສະແດງຄວາມຊົມເຊີຍເຊິ່ງກັນແລະກັນ ໃນໂອກາດທີ່ທັງສອງສະຫາຍ ຫາກໍ່ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ຂອງແຕ່ລະປະເທດ.
ພວກເພິ່ນໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ນັບມື້ນັບແໜ້ນແຟ້ນ ໂດຍສະເພາະຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະດັບສູງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ ແລະ ການລົງທຶນ.
ພ້ອມດຽວກັນນັ້ນ, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກຳນົດທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການຈັດຕັ້ງປະຕິບັດຂໍ້ຕົກລົງລະດັບສູງ ໃຫ້ເປັນຮູບປະທຳ, ຊຸກຍູ້ການລົງທຶນຂອງວິສາຫະກິດຫວຽດນາມໃນລາວ ແລະ ເລັ່ງລັດໂຄງການພື້ນຖານໂຄງລ່າງສຳຄັນ ເຊັ່ນ: ເສັ້ນທາງດ່ວນ ຮ່າໂນ້ຍ-ວຽງຈັນ ແລະ ການພັດທະນາທ່າເຮືອຫວຸງອ່າງ.
ນອກຈາກນີ້, ຍັງໄດ້ປຶກສາຫາລືການກະກຽມ “ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2027” ເພື່ອສະເຫຼີມສະຫຼອງວັນສຳຄັນທາງປະຫວັດສາດຂອງສອງຊາດ.
ເພື່ອເປັນການຢັ້ງຢືນເຖິງບາດກ້າວໃໝ່ຂອງການຮ່ວມມື, ສອງສະຫາຍນາຍົກລັດຖະມົນຕີ ໄດ້ຮ່ວມເປັນສັກຂີພິຍານໃນການແລກປ່ຽນເອກະສານການຮ່ວມມືເຖິງ 11 ສະບັບ.
ຂໍ້ຕົກລົງເຫຼົ່ານີ້ກວມເອົາຫຼາຍຂົງເຂດວຽກງານທີ່ສຳຄັນ ນັບຕັ້ງແຕ່ໂຄງການກໍ່ສ້າງເສັ້ນທາງມິດຕະພາບລຽບຊາຍແດນ, ການຮ່ວມມືດ້ານຄວາມປອດໄພທາງໄຊເບີ, ໂຄງການກໍ່ສ້າງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ, ແຜນການຮ່ວມມືດ້ານຍຸຕິທຳ ແລະ ການເງິນ, ໄປຈົນເຖິງການຮ່ວມມືດ້ານພື້ນຖານໂຄງລ່າງສະໜອງນ້ຳມັນ ແລະ ວຽກງານຊົນເຜົ່າ-ສາສະໜາ.
ນອກຈາກການຮ່ວມມືລະດັບຊາດແລ້ວ, ຍັງມີການລົງນາມໃນບົດບັນທຶກການຮ່ວມມືລະຫວ່າງທ້ອງຖິ່ນ ຄື: ແຂວງວຽງຈັນ ແລະ ແຂວງອຸດົມໄຊ ກັບ ນະຄອນຮາຍຟ່ອງ ແລະ ແຂວງນິງບິ່ງ ອີກດ້ວຍ.
ພາຍຫຼັງສຳເລັດພິທີລົງນາມ, ຜູ້ນຳທັງສອງຍັງໄດ້ເຂົ້າຮ່ວມພິທີເປີດນຳໃຊ້ລະບົບຂໍ້ມູນພົນລະເຮືອນ ແລະ ບັດປະຈໍາຕົວດິຈິຕອນ ຂອງລາວ ແລະ ພິທີເປີດໂຄງການກໍ່ສ້າງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ.
ໃນຕອນທ້າຍຂອງມື້ດຽວກັນ, ຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ໄດ້ໄປວາງພວງມາລາທີ່ອານຸສາວະລີນັກຮົບນິລະນາມ ແລະ ເຂົ້າຮ່ວມງານລ້ຽງຕ້ອນຮັບຢ່າງເປັນທາງການ ເຊິ່ງເປັນການປິດທ້າຍພາລະກິດໃນມື້ທຳອິດຂອງການຢ້ຽມຢາມ ທີ່ເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ.
#LaoX #ລາວຫວຽດນາມ #LaosVietnam #ການຮ່ວມມືລາວຫວຽດນາມ #ສາຍພົວພັນມິດຕະພາບ #ສາມັກຄີພິເສດ #ການທູດລາວ #ຂ່າວການຕ່າງປະເທດ #ຂ່າວລາວ #LaoNews #BilateralRelations #VietnamLaos


