ປົກເວັບ 2026 10 01T211800 481

ໄທກ້າວສູ່ສູນກາງເຕັກໂນໂລຊີໂລກ! ເປີດໂຮງງານຊິບ Infineon ໜູນຖານຜະລິດ EV, AI ແລະ ດາຕ້າເຊັນເຕີ

ໄທ ໄດ້ເປີດໂຮງງານຜະລິດຊິບຄວບຄຸມພະລັງງານແຫ່ງໃໝ່ຂອງບໍລິສັດ Infineon ທີ່ຈັງຫວັດສະໝຸດປາການ ດ້ວຍມູນຄ່າການລົງທຶນກວ່າ 48,000 ລ້ານບາດ ເພື່ອຍົກລະດັບໄທເຂົ້າສູ່ຕ່ອງໂສ້ອຸປະທານເຊມິຄອນດັກເຕີລະດັບໂລກ. 

ການລົງທຶນຄັ້ງໃຫຍ່ນີ້ມີເປົ້າໝາຍໃນການຕອບໂຈດອຸດສາຫະກຳແຫ່ງອະນາຄົດ ເຊັ່ນ: ລົດຍົນໄຟຟ້າ (EV), ປັນຍາປະດິດ (AI) ແລະ ດາຕ້າເຊັນເຕີ ຢ່າງກົງຈຸດ. ຜົນກະທົບທີ່ຕາມມາຄືການປ່ຽນຜ່ານເສດຖະກິດໄທຈາກຍຸກດິຈິຕອລ (Digital Economy) ສູ່ເສດຖະກິດອັດສະລິຍະ (Intelligence Economy) ທີ່ຂັບເຄື່ອນດ້ວຍໂຄງສ້າງພື້ນຖານດ້ານ AI ຢ່າງເຕັມຮູບແບບ. ກຸງເທບທຸລະກິດລາຍງານ.

ໂຮງງານແຫ່ງນີ້ໄດ້ຮັບການສະໜັບສະໜູນຈາກຄະນະກຳມະການສົ່ງເສີມການລົງທຶນ (BOI) ໂດຍກວມເອົາການຜະລິດລະບົບຊິບຄວບຄຸມພະລັງງານ (Power Module), ການທົດສອບວົງຈອນລວມ (IC) ແລະ ເວເຟີ (Wafer) ລວມເຖິງການຄົ້ນຄວ້າ ແລະ ພັດທະນາ. 

ການເປີດຕົວຄັ້ງນີ້ມີການເຂົ້າຮ່ວມຈາກນາຍົກລັດຖະມົນຕີ, ຄະນະລັດຖະມົນຕີໄທ, ເອກອັກຄະລັດຖະທູດເຢຍລະມັນ ແລະ ຜູ້ບໍລິຫານລະດັບສູງຈາກ Infineon Technologies AG ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງນັກລົງທຶນຕ່າງຊາດ ທີ່ມອງເຫັນຄວາມພ້ອມຂອງລະບົບນິເວດອຸດສາຫະກຳຍານຍົນ, ອີເລັກໂທຣນິກ ແລະ ຄວາມພ້ອມດ້ານບຸກຄະລາກອນໃນປະເທດໄທ. 

ສຳລັບຊິບຄວບຄຸມພະລັງງານແມ່ນຊິ້ນສ່ວນສຳຄັນທີ່ຊ່ວຍຫຼຸດການສູນເສຍພະລັງງານໃນອຸປະກອນຕ່າງໆ ເຊິ່ງຕະຫຼາດໂລກກຳລັງມີຄວາມຕ້ອງການສູງເຖິງ 107,000 ລ້ານໂດລາສະຫະລັດພາຍໃນປີ 2035 ຈາກການເຕີບໂຕຂອງ AI ແລະ ເທັກໂນໂລຊີທີ່ກ້າວໜ້າ.

ຄວາມພິເສດຂອງໂຮງງານແຫ່ງນີ້ຄືການເປັນຖານການຜະລິດລະບົບຊິບຄວບຄຸມພະລັງງານແຫ່ງທີ 3 ຂອງໂລກຕໍ່ຈາກເຢຍລະມັນ ແລະ ຈີນ ໂດຍຖືກອອກແບບໃຫ້ເປັນໂຮງງານອັດຕະໂນມັດ (Autonomous Factory) ທີ່ນຳເອົາຫຸ່ນຍົນ ແລະ ລະບົບດິຈິຕອລມາໃຊ້ຢ່າງເຕັມລະບົບ. 

ໂຮງງານນີ້ຍັງເປັນແຫ່ງທຳອິດຂອງບໍລິສັດທີ່ຜະສານການທົດສອບເວເຟີຊຶ່ງເປັນຕົ້ນນ້ຳ (Front-end) ແລະ ການຜະລິດຊິບຂັ້ນປາຍນ້ຳ (Back-end) ເຂົ້າດ້ວຍກັນໃນສະຖານທີ່ດຽວ. ຫາກມີການຂະຫຍາຍການລົງທຶນຄົບທັງ 5 ເຟດ ຕາມແຜນທີ່ວາງໄວ້ ທີ່ນີ້ຈະກາຍເປັນຖານການຜະລິດຂັ້ນປະກອບ ແລະ ທົດສອບທີ່ໃຫຍ່ທີ່ສຸດໃນໂລກຂອງ Infineon ດ້ວຍພື້ນທີ່ການຜະລິດທີ່ກວ້າງໃຫຍ່ກວ່າໂຮງງານເດີມເຖິງສອງເທົ່າ.

ນອກຈາກການສ້າງມູນຄ່າທາງເສດຖະກິດແລ້ວ ການລົງທຶນຄັ້ງນີ້ຍັງສ້າງຄຸນຄ່າທີ່ຍືນຍົງໃຫ້ແກ່ຊັບພະຍາກອນມະນຸດຂອງປະເທດ ດ້ວຍແຜນການຈ້າງງານວິສະວະກອນ ແລະ ຊ່າງເຕັກນິກຊາວໄທກວ່າ 5,000 ຄົນ ພ້ອມທັງສົ່ງບຸກຄະລາກອນໄປຝຶກອົບຮົມເຕັກໂນໂລຊີສະເພາະທາງຢູ່ຕ່າງປະເທດ. 

ອີກທັງຍັງມີການຈັບມືກັບສະຖາບັນການສຶກສາເພື່ອພັດທະນາຫຼັກສູດດ້ານເຊມິຄອນດັກເຕີກວ່າ 60 ວິຊາ ແລະ ເປີດໂອກາດໃຫ້ນັກສຶກສາໄດ້ຮ່ວມໂຄງການຄົ້ນຄວ້າຫຼາຍຮ້ອຍໂຄງການ ເຊິ່ງຖືເປັນການວາງຮາກຖານອັນແຂງແກ່ນໃຫ້ແກ່ບຸກຄະລາກອນ ແລະ ຜູ້ປະກອບການພາຍໃນປະເທດ ໃຫ້ສາມາດກ້າວເຂົ້າສູ່ຕ່ອງໂສ້ອຸປະທານເຕັກໂນໂລຊີລະດັບໂລກໄດ້ໃນໄລຍະຍາວ.

#LaoXperts #Infineon #Semiconductor #ປະເທດໄທ #EV #AI #DataCenter #ເຕັກໂນໂລຊີລ້ຳຍຸກ #ເສດຖະກິດອັດສະລິ

Comments are disabled