ປົກເວັບ 2026 10 01T210809 348

ຢາກໄດ້ເງິນເດືອນຂຶ້ນຕ້ອງກ້າຂໍ! ຜົນວິໄຈຊີ້ 86% ຂອງຄົນທີ່ກ້າເຈລະຈາລ້ວນແຕ່ໄດ້ຮັບການປັບເພີ່ມ

ການລໍຖ້າໃຫ້ອົງກອນເປັນຝ່າຍສະເໜີປັບເງິນເດືອນອາດເປັນການປ່ອຍໂອກາດໃຫ້ຫຼຸດລອຍໄປ ເພາະການກ້າເປີດໂຕະເຈລະຈາດ້ວຍຕົນເອງຄືກຸນແຈສຳຄັນສູ່ຄວາມກ້າວໜ້າທາງລາຍໄດ້. 

ໂດຍຜົນສຳຫຼວດຫຼ້າສຸດຊີ້ແຈ້ງວ່າ ພະນັກງານເຖິງ 86% ທີ່ກ້າຮຽກຮ້ອງລ້ວນແຕ່ໄດ້ຮັບການປັບເພີ່ມຂຶ້ນທັງໝົດ ຫຼື ບາງສ່ວນ ເຊິ່ງສະທ້ອນໃຫ້ເຫັນເຖິງຜົນກະທົບອັນຊັດເຈນຂອງການກ້າສື່ສານຄຸນຄ່າຂອງຕົນເອງຢ່າງເປັນມືອາຊີບ.

ເຖິງແມ່ນວ່າການເວົ້າລົມເລື່ອງເງິນເດືອນຈະຍັງເປັນບົດສົນທະນາທີ່ເຮັດໃຫ້ຫຼາຍຄົນຮູ້ສຶກອຶດອັດໃຈ ຕາມການລາຍງານຂອງ ກຸງເທບ ທຸລະກິດ ທີ່ອ້າງຂໍ້ມູນຈາກບົດລາຍງານ Salary Pulse Report ຂອງ Jobsdb by SEEK ລະບຸວ່າ ຄົນເຮັດວຽກເຖິງ 55% ເຄີຍເປັນຝ່າຍຂໍຂຶ້ນເງິນເດືອນ ແລະ ສິ່ງທີ່ໜ້າສົນໃຈຄືກຸ່ມທີ່ກ້າຮຽກຮ້ອງເຫຼົ່ານີ້ມີອັດຕາຄວາມສຳເລັດສູງເຖິງ 86%. ເຖິງຢ່າງໃດກໍຕາມ ຄວາມທ້າທາຍທີ່ແທ້ຈິງບໍ່ໄດ້ຢູ່ທີ່ການຕັ້ງຕົວເລກໃນໃຈ ແຕ່ຢູ່ທີ່ການເລີ່ມຕົ້ນເປີດປະເດັນ ເພາະມີພຽງ 15% ເທົ່ານັ້ນທີ່ຮູ້ສຶກສະບາຍໃຈເມື່ອຕ້ອງເວົ້າເຖິງເລື່ອງນີ້. 

ການເຈລະຈາເງິນເດືອນກໍປຽບເໝືອນການລົງສະໜາມແຂ່ງຂັນ ຫາກປາສະຈາກເຂັມທິດ ຫຼື ອາວຸດທີ່ຊົງພະລັງຢ່າງ “ຂໍ້ມູນ” ກໍຍາກທີ່ຈະຄວ້າໄຊຊະນະ. ດັ່ງນັ້ນ ກ່ອນຈະກ້າວເຂົ້າສູ່ການຕໍ່ລອງ ຄົນເຮັດວຽກຈຳເປັນຕ້ອງຮູ້ຈັກ “ມູນຄ່າຂອງຕົນເອງ” ຫຼື Market Value ໃນຕະຫຼາດແຮງງານເສຍກ່ອນ ໂດຍໃຊ້ຖານຂໍ້ມູນຊ່ວງເງິນເດືອນຂອງຕຳແໜ່ງງານມາເປັນຈຸດອ້າງອີງ ແທນທີ່ຈະຢຶດຕິດກັບຖານເງິນເດືອນເກົ່າ ຫຼື ປຽບທຽບກັບຄົນອ້ອມຂ້າງພຽງຢ່າງດຽວ.

ຂໍ້ມູນປະກາດວຽກໃນຊ່ວງເດືອນຕຸລາ 2025 ຫາ ເດືອນມີນາ 2026 ສະແດງໃຫ້ເຫັນວ່າແຕ່ລະຕຳແໜ່ງງານມີຊ່ວງເງິນເດືອນທີ່ແຕກຕ່າງກັນຢ່າງຊັດເຈນ ການປະເມີນລາຍຮັບທີ່ຄາດຫວັງຈຶ່ງບໍ່ຄວນແນມແຕ່ຕົວເລກສູງສຸດ ແຕ່ຕ້ອງນຳເອົາປະສົບການ, ທັກສະສະເພາະທາງ ແລະ ຜົນງານທີ່ປະຈັກຕາຈິງມາປະກອບການພິຈາລະນາ. 

ທ່ານນາງ ດວງພອນ ພົມອ່ອນ ຜູ້ອຳນວຍການ Jobsdb by SEEK ປະເທດໄທ ໄດ້ໃຫ້ທັດສະນະວ່າ ການເວົ້າລົມເລື່ອງເງິນເດືອນຈະຊົງປະສິດທິພາບທີ່ສຸດກໍຕໍ່ເມື່ອມີເຫດຜົນ ແລະ ຂໍ້ມູນຮອງຮັບ ໂດຍປ່ຽນຈາກການຕໍ່ລອງທີ່ໃຊ້ອາລົມຄວາມຮູ້ສຶກ ມາເປັນການສົນທະນາທີ່ໜັກແໜ້ນດ້ວຍຫຼັກຖານສະໜັບສະໜູນ. 

ນອກຈາກອາວຸດທີ່ແຫຼມຄົມແລ້ວ ຈັງຫວະເວລາໃນການລົງດາບກໍສຳຄັນບໍ່ໜ້ອຍ ໂດຍພະນັກງານ 46% ນິຍົມເປີດປະເດັນໃນຊ່ວງປະເມີນຜົນງານປະຈຳປີ (Performance Review) ໃນຂະນະທີ່ອີກ 31% ເລືອກທີ່ຈະສ້າງໂອກາດຂຶ້ນມາເອງ ແລະ ມີພຽງ 24% ທີ່ລໍຖ້າໃຫ້ຝ່າຍບຸກຄົນເປັນຜູ້ເລີ່ມ.

ທ້າຍທີ່ສຸດແລ້ວ ການຂໍຂຶ້ນເງິນເດືອນບໍ່ແມ່ນການຮຽກຮ້ອງຢ່າງກ້າວລ້າວ ແຕ່ຄືສິລະປະໃນການສື່ສານເພື່ອສະທ້ອນໃຫ້ອົງກອນໄດ້ເຫັນເຖິງສັກກະຍະພາບ ແລະ ເມັດເງິນທີ່ທ່ານສາມາດສ້າງໃຫ້ກັບບໍລິສັດໄດ້ຢ່າງຄຸ້ມຄ່າ.

#LaoX #ມະນຸດເງິນເດືອນ #ການຕໍ່ລອງເງິນເດືອນ #ພັດທະນາຕົນເອງ #MarketValue #ເງິນເດືອນ #Jobsdb #ວຽກເຮັດງານທຳ

Comments are disabled