ຕະຫຼາດນະຄອນຫຼວງຄຶກຄື້ນ ຊີ້ນໝູປອດໄພກັບມາຂາຍປົກກະຕິ ພ້ອມຄວບຄຸມລາຄາ ເຂົ້ມງວດ
ບັນຍາກາດການຊື້-ຂາຍຊີ້ນໝູໃນນະຄອນຫຼວງວຽງຈັນ ກັບມາຄຶກຄື້ນ ແລະ ສ້າງຄວາມໝັ້ນໃຈໃຫ້ຜູ້ບໍລິໂພກອີກຄັ້ງ ຫຼັງລັດຖະບານຄວບຄຸມພະຍາດອະຫິວາໝູອາຟຣິກາໄດ້. ທຸກພາກສ່ວນກ່ຽວຂ້ອງໄດ້ເຂັ້ມງວດກວດກາຊີ້ນໝູທຸກໂຕກ່ອນຈຳໜ່າຍ ຫວັງຟື້ນຟູເສດຖະກິດປາກທ້ອງຜູ້ປະກອບການ ແລະ ຮັບປະກັນຄວາມປອດໄພດ້ານອາຫານ.
ຫຼັງຈາກທີ່ມີການລະບາດຂອງພະຍາດອະຫິວາໝູອາຟຣິກາໃນ 7 ແຂວງພາກເໜືອ ໂດຍສະເພາະແຂວງໄຊຍະບູລີ, ກະຊວງສາທາລະນະສຸກ ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການຂັ້ນເດັດຂາດ ຫ້າມເຄື່ອນຍ້າຍໝູລະຫວ່າງແຂວງ, ຫ້າມນຳເຂົ້າຈາກຕ່າງປະເທດ ແລະ ສັ່ງໂຈະການຂາຍຊີ້ນໝູຊົ່ວຄາວ ເພື່ອສະກັດກັ້ນພະຍາດ.
ມາດຕະການດັ່ງກ່າວເຮັດໃຫ້ຕະຫຼາດຫຼາຍແຫ່ງໃນນະຄອນຫຼວງວຽງຈັນຕ້ອງຢຸດການຈຳໜ່າຍຊີ້ນໝູໄລຍະໜຶ່ງ. ແຕ່ຫຼ້າສຸດ ສະຖານະການໄດ້ກັບຄືນສູ່ສະພາວະປົກກະຕິແລ້ວ ຫຼັງຈາກການເຝົ້າລະວັງຢ່າງໃກ້ຊິດຈົນຮອດວັນທີ 26 ທີ່ຜ່ານມາ ພົບວ່າບໍ່ມີໝູຕິດເຊື້ອເພີ່ມຕື່ມ ເຮັດໃຫ້ຕະຫຼາດແຫ່ງຕ່າງໆກັບມາເປີດຂາຍຊີ້ນໝູໄດ້ຕາມປົກກະຕິ ແລະ ມີບັນຍາກາດການຊື້-ຂາຍທີ່ຄຶກຄື້ນເປັນຢ່າງຫຼາຍ.
ອີງຕາມລາຍງານຈາກໜັງສືພິມປະເທດລາວ, ທ່ານ ວຽງຄຳ ລໍວັນໄຊ ຫົວໜ້າຈັດສັນຕະຫຼາດໂນນຄໍ້ ໄດ້ໃຫ້ສຳພາດຢືນຢັນວ່າ ປັດຈຸບັນໝູທີ່ນຳມາສະໜອງໃນຕະຫຼາດແມ່ນມາຈາກບໍລິສັດ ແລະ ຜູ້ປະກອບການຂະໜາດໃຫຍ່ທີ່ໄດ້ມາດຕະຖານ ເຊັ່ນ: CP, 3F, ນາຍຮ້ອຍເລ່ ແລະ ອື່ນໆ ເຊິ່ງທຸກພາກສ່ວນໄດ້ຜ່ານການກວດກາຢ່າງລະອຽດແລ້ວວ່າ ໝູມີສຸຂະພາບແຂງແຮງ ແລະ ປອດພະຍາດ. ທາງຄະນະຈັດສັນຕະຫຼາດຍັງໄດ້ສົມທົບກັບເຈົ້າໜ້າທີ່ສັດຕະວະແພດຢ່າງເຂັ້ມງວດເພື່ອກວດກາໝູທຸກໂຕກ່ອນນຳເຂົ້າມາຂາຍ.
ສຳລັບລາຄາແມ່ນຍັງຄົງທີ່ ບໍ່ມີການເໜັງຕີງ ໂດຍຊີ້ນໝູລາຄາ 80.000 ກີບຕໍ່ກິໂລ, ຂາຕັ້ງ 75.000 ກີບຕໍ່ກິໂລ ແລະ ເຄື່ອງໃນ 60.000 ຫາ 65.000 ກີບຕໍ່ກິໂລ ໃນຂະນະທີ່ລາຄາຊີ້ນງົວແມ່ນມີການປັບຕົວລົງ. ຈາກກ່ອນໜ້ານີ້ມີການປັບຂຶ້ນຍ້ອນມີຄວາມຕ້ອງການສູງ.
ທີ່ຕະຫຼາດສວນມອນ ເມືອງສີສັດຕະນາກ ແມ່ຄ້າຂາຍຊີ້ນໝູລາຍໜຶ່ງໄດ້ເປີດເຜີຍຄວາມຮູ້ສຶກວ່າ ດີໃຈທີ່ໄດ້ກັບມາຂາຍເປັນປົກກະຕິ ຫຼັງຈາກທີ່ເຄີຍກັງວົນໜັກເລື່ອງຂາດລາຍຮັບໃນໄລຍະທີ່ຖືກສັ່ງໂຈະການຂາຍຊົ່ວຄາວ.
“ຊ່ວງທີ່ເພິ່ນສັ່ງໂຈະໃໝ່ໆ ກະກັງວົນຫຼາຍຫັ້ນແຫຼະ ເພາະເຮົາເຄີຍຂາຍທຸກມື້ ລາຍຮັບມັນກະຂາດຫາຍໄປເລີຍ. ແຕ່ພໍເພິ່ນຄວບຄຸມສະຖານະການໄດ້ ລະອະນຸຍາດໃຫ້ກັບມາຂາຍປົກກະຕິ ກະດີໃຈແຮງ. ຕອນນີ້ລູກຄ້າກະເລີ່ມທະຍອຍກັບມາຊື້ຊີ້ນໝູຫຼາຍຄືເກົ່າແລ້ວ” ນາງ ກ່າວ.
ທາງດ້ານຜູ້ບໍລິໂພກ ຢູ່ບ້ານຈອມເພັດ ທີ່ມາເລືອກຊື້ຊີ້ນໝູໃນຕະຫຼາດສວນມອນ ກໍໄດ້ໃຫ້ສຳພາດໃນທິດທາງດຽວກັນວ່າ: “ກ່ອນໜ້ານີ້ກະຢຸດຊື້ຊີ້ນໝູໄປໄລຍະໜຶ່ງເລີຍ ຍ້ອນຢ້ານພະຍາດລະບາດແນ່ ລະກະຊອກຊື້ຍາກນຳ ກະເລີຍຫັນໄປກິນໄກ່ ກິນຊີ້ນງົວແທນໄປກ່ອນ. ຊ່ວງນັ້ນຮູ້ສຶກວ່າລາຄາຊີ້ນອື່ນໆກະແພງຂຶ້ນນຳ. ແຕ່ບາດນີ້ເຫັນຂ່າວວ່າ ເພິ່ນມີການຄວບຄຸມລາຄາຊີ້ນໝູຢ່າງເຂັ້ມງວດ ກະຮູ້ສຶກດີໃຈ ແລະ ກະຫວັງວ່າເພິ່ນຈະຄວບຄຸມລາຄາໃຫ້ໄດ້ແບບນີ້ໄປເລື້ອຍໆ ເພາະມັນຊ່ວຍປະຢັດຄ່າໃຊ້ຈ່າຍໃນຄົວເຮືອນໄດ້.”
#LaoXperts #ອະຫິວາໝູອາຟຣິກາ #ຕະຫຼາດນະຄອນຫຼວງວຽງຈັນ #ຊີ້ນໝູປອດໄພ #ອາຫານປອດໄພ #ເສດຖະກິດລາວ #ຂ່າວລາວ #ຕະຫຼາດສວນມອນ #ຕະຫຼາດໂນນຄໍ້


