ປົກເວັບ 2026 09 29T144559 658

ຄ່າໄຟຟ້າ-ນໍ້າປະປາ ດັນໝວດທີ່ພັກອາໄສ ຂຶ້ນແທ່ນເຟີ້ສູງສຸດ 30,7%, ເງິນເຟີ້ລວມແຕະ 7,8%

ໝວດທີ່ພັກອາໄສແລະສາທາລະນຸປະໂພກສ້າງສະຖິຕິເງິນເຟີ້ສູງສຸດແຫ່ງປີເຖິງ 30,7% ໃນເດືອນກັນຍາ 2026 ເມື່ອທຽບໄລຍະດຽວກັນກັບປີ 2025, ໂດຍເມື່ອເຈາະເລິກທຽບເດືອນຕໍ່ເດືອນພົບວ່າຄ່າໃຊ້ຈ່າຍຍັງສືບຕໍ່ຖີບຕົວສູງຂຶ້ນຈາກເດືອນສິງຫາຢ່າງເຫັນໄດ້ຊັດ ສ້າງແຮງບີບຮັດອັນໜັກໜ່ວງຕໍ່ສະພາບຄ່ອງທາງການເງິນຂອງທຸກຄົວເຮືອນໃນທົ່ວປະເທດ. 

ພາບລວມມະຫາພາກຂອງເສດຖະກິດລາວໃນປັດຈຸບັນຍັງຄົງຢູ່ພາຍໃຕ້ຄວາມກົດດັນ ໂດຍບົດລາຍງານດັດຊະນີລາຄາການຊົມໃຊ້ (CPI) ຫຼ້າສຸດຊີ້ໃຫ້ເຫັນວ່າ ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນເດືອນກັນຍາ 2026 ສືບຕໍ່ເໜັງຕີງເພີ່ມຂຶ້ນມາຢູ່ທີ່ລະດັບ 7,8% ເຊິ່ງຂະຫຍັບຂຶ້ນຈາກລະດັບ 7,7% ໃນເດືອນສິງຫາ. ຂະນະດຽວກັນ, ຕົວເລກສະເລ່ຍ 9 ເດືອນຕົ້ນປີ 2026 ກໍຍັງຮັກສາລະດັບສະເລ່ຍສູງເຖິງ 7,9% ຢ່າງຕໍ່ເນື່ອງ.

ບົດລາຍງານສະພາບອັດຕາເງິນເຟີ້ປະຈຳເດືອນກັນຍາ 2026 ທີ່ເປີດເຜີຍໂດຍສູນສະຖິຕິແຫ່ງຊາດ ກະຊວງການເງິນ ໄດ້ສ້າງຄວາມກັງວົນໃຈໃນລະດັບມະຫາພາກອີກຄັ້ງ ຫຼັງຈາກທີ່ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ໄດ້ກາຍເປັນໝວດດຽວທີ່ແບກຮັບອັດຕາເງິນເຟີ້ທະລຸເພດານ 30% ເຊິ່ງນຳໜ້າທຸກໝວດສິນຄ້າອື່ນໆຢ່າງຂາດລອຍ.

ເຖິງຢ່າງໃດກໍຕາມ, ສິ່ງທີ່ໜ້າຈັບຕາເບິ່ງຫຼາຍກວ່າຕົວເລກສະສົມລາຍປີ ແມ່ນທ່າອ່ຽງການເໜັງຕີງຂອງລາຄາໃນໄລຍະສັ້ນ ຫຼື ການທຽບເດືອນຕໍ່ເດືອນ (Month-on-Month) ລະຫວ່າງເດືອນສິງຫາ ແລະ ເດືອນກັນຍາ 2026 ເຊິ່ງເປັນຕົວຊີ້ວັດທີ່ສະທ້ອນໃຫ້ເຫັນວ່າວິກິດຄ່າຄອງຊີບຍັງບໍ່ທັນມີສັນຍານຜ່ອນຄາຍລົງ.

ຂໍ້ມູນຈາກດັດຊະນີລາຄາການຊົມໃຊ້ (CPI) ຊີ້ໃຫ້ເຫັນວ່າ ພຽງແຕ່ໄລຍະເວລາໜຶ່ງເດືອນຈາກສິງຫາຫາກັນຍາ ດັດຊະນີໃນໝວດນີ້ໄດ້ຂະຫຍາຍຕົວເພີ່ມຂຶ້ນອີກ 1,0% ໂດຍດັດຊະນີໄດ້ຂະຫຍັບຈາກລະດັບ 310,2 ໃນເດືອນສິງຫາ ຂຶ້ນມາແຕະທີ່ 313,2 ໃນເດືອນກັນຍາ. ການເພີ່ມຂຶ້ນຢ່າງຕໍ່ເນື່ອງໃນລັກສະນະນີ້ ໝາຍຄວາມວ່າປະຊາຊົນກຳລັງປະເຊີນກັບຄ່າໃຊ້ຈ່າຍທີ່ແພງຂຶ້ນແບບທົບຕົ້ນທົບດອກໃນທຸກໆສາມສິບວັນ.   

ໂດຍປັດໄຈຍູ້ດັນທີ່ເຮັດໃຫ້ເກີດການປັບຕົວສູງຂຶ້ນ 1,0% ພາຍໃນເດືອນດຽວນັ້ນ ພົບວ່າທຸກອົງປະກອບພື້ນຖານຂອງການດຳລົງຊີວິດລ້ວນແຕ່ມີການປັບຖານລາຄາຂຶ້ນທັງນັ້ນ. ບົດລາຍງານລະບຸຢ່າງຊັດເຈນວ່າ ລາຄາອາຍແກັສຫຸງຕົ້ມເຊິ່ງເປັນສິ່ງຈຳເປັນໃນທຸກຄົວເຮືອນ ໄດ້ປັບຕົວເພີ່ມຂຶ້ນເຖິງ 1,8% ພຽງແຕ່ໃນໄລຍະເວລາປ່ຽນຜ່ານຈາກເດືອນສິງຫາເຂົ້າສູ່ເດືອນກັນຍາ. 

ຄຽງຄູ່ກັນນັ້ນ, ອັດຕາຄ່າໄຟຟ້າເຊິ່ງເປັນຫົວໃຈຫຼັກຂອງການດຳເນີນຊີວິດ ແລະ ການຜະລິດ ກໍໄດ້ເພີ່ມຂຶ້ນ 1,7% ໃນເດືອນດຽວກັນ. 

ນອກຈາກຄ່າສາທາລະນຸປະໂພກແລ້ວ, ຕົ້ນທຶນແຝງອື່ນໆທີ່ຕິດພັນກັບທີ່ພັກອາໄສກໍບໍ່ໄດ້ຫຼຸດໜ້ອຍຖອຍລົງ ໂດຍຄ່າບໍລິການສ້ອມແປງທີ່ພັກອາໄສໄດ້ເພີ່ມຂຶ້ນ 1,5% ແລະ ລາຄາອຸປະກອນການບຳລຸງຮັກສາເຮືອນເພີ່ມຂຶ້ນ 1,2% ເມື່ອທຽບກັບເດືອນສິງຫາ. 

ຕົວເລກເຫຼົ່ານີ້ອາດເບິ່ງຄືວ່າເປັນເປີເຊັນທີ່ໜ້ອຍໃນສາຍຕາຂອງນັກເສດຖະສາດບາງກຸ່ມ ແຕ່ສຳລັບປະຊາຊົນຫາເຊົ້າກິນຄໍ່າ ມັນຄືການຖືກດຶງເງິນອອກຈາກກະເປົາເພີ່ມຂຶ້ນທຸກເດືອນ ໃນຂະນະທີ່ອັດຕາລາຍຮັບຍັງຄົງຄົງທີ່ ຫຼື ຫຼຸດລົງໃນມູນຄ່າຕົວຈິງ.   

ສະພາບການເໜັງຕີງຂອງລາຄາຈາກເດືອນສິງຫາຫາເດືອນກັນຍານີ້ ຍັງເປັນການຕອກຢໍ້າເຖິງຄວາມຫຍຸ້ງຍາກໃນການຄວບຄຸມກົນໄກລາຄາພາຍໃນປະເທດ. ສູນສະຖິຕິແຫ່ງຊາດ ລາຍງານວ່າ ກົນໄກໃນການຕິດຕາມການປັບຂຶ້ນ ແລະ ປັບລົງຂອງລາຄາສິນຄ້າຕາມການເພີ່ມຂຶ້ນ ຫຼື ຫຼຸດລົງຂອງຕົ້ນທຶນສິນຄ້າ ແລະ ບໍລິການຢູ່ພາຍໃນປະເທດນັ້ນ ຍັງບໍ່ທັນມີຄວາມເຂັ້ມງວດເທົ່າທີ່ຄວນ. 

ຊ່ອງໂຫວ່ນີ້ໄດ້ເປີດໂອກາດໃຫ້ມີການປັບລາຄາສິນຄ້າອຸປະໂພກບໍລິໂພກຂຶ້ນຢ່າງຕໍ່ເນື່ອງ ໂດຍອ້າງອີງເຖິງຕົ້ນທຶນພະລັງງານ ແລະ ຄ່າຂົນສົ່ງທີ່ສູງຂຶ້ນ. ເມື່ອຄ່າໄຟຟ້າ ແລະ ຄ່ານໍ້າປະປາ ເຊິ່ງເປັນຕົ້ນທຶນຕົ້ນນໍ້າຂອງທຸກສາຍການຜະລິດມີການປັບຂຶ້ນ ມັນຈຶ່ງເກີດເປັນຜົນກະທົບແບບລູກໂສ້ທີ່ແຜ່ລາມໄປສູ່ໝວດສິນຄ້າອື່ນໆ ເຮັດໃຫ້ຄວາມພະຍາຍາມໃນການສະກັດກັ້ນອັດຕາເງິນເຟີ້ຂອງລັດຖະບານກາຍເປັນສິ່ງທ້າທາຍລະດັບຊາດ.   

ຜົນກະທົບຈາກສະຖານະການນີ້ກຳລັງປ່ຽນແປງພຶດຕິກຳການບໍລິໂພກຂອງຄົວເຮືອນລາວຢ່າງຫຼີກລ່ຽງບໍ່ໄດ້. 

ການທີ່ຕ້ອງຈັດສັນງົບປະມານຈຳນວນຫຼາຍກວ່າເກົ່າໃນແຕ່ລະເດືອນ ເພື່ອມາຈ່າຍຄ່າບິນຄ່າໄຟຟ້າ, ຄ່ານໍ້າປະປາ ແລະ ຄ່າແກັສຫຸງຕົ້ມ ທີ່ເພີ່ມຂຶ້ນຈາກເດືອນສິງຫາຫາເດືອນກັນຍານັ້ນ ໝາຍຄວາມວ່າປະຊາຊົນມີຄວາມຈຳເປັນຕ້ອງຕັດຮອນລາຍຈ່າຍໃນໝວດອື່ນໆທີ່ສຳຄັນບໍ່ແພ້ກັນ ເຊັ່ນ: ຄ່າອາຫານ, ການສຶກສາ ແລະ ການເບິ່ງແຍງສຸຂະພາບ. 

ສະຖານະການດັ່ງກ່າວຮຽກຮ້ອງໃຫ້ພາກລັດທີ່ກ່ຽວຂ້ອງ ໂດຍສະເພາະກະຊວງພະລັງງານແລະບໍ່ແຮ່ ລວມເຖິງລັດວິສາຫະກິດໄຟຟ້າລາວ ແລະ ນໍ້າປະປາ ຕ້ອງໄດ້ຮ່ວມກັນທົບທວນໂຄງສ້າງລາຄາ ແລະ ອອກມາດຕະການຊ່ວຍເຫຼືອອຸດໜູນສະເພາະໜ້າໃຫ້ແກ່ກຸ່ມຜູ້ມີລາຍຮັບໜ້ອຍ ເພື່ອເບກຄວາມຮ້ອນແຮງຂອງຄ່າຄອງຊີບກ່ອນທີ່ດັດຊະນີໃນເດືອນຕໍ່ໆໄປຈະສ້າງສະຖິຕິໃໝ່ທີ່ຍາກເກີນກວ່າຈະຮັບມືໄດ້.

#LaoXperts #ເງິນເຟີ້ #ຄ່າຄອງຊີບ #ຄ່າໄຟຟ້າ #ຄ່ານໍ້າປະປາ #ເສດຖະກິດລາວ #ອັດຕາເງິນເຟີ້ເດືອນກັນຍາ

Comments are disabled