ວິກິດໜີ້ໂລກທະລຸ 365 ລ້ານລ້ານໂດລາ, ກົດດັນລັດຖະບານທົ່ວໂລກ ເລັ່ງແກ້ໄຂ
ໜີ້ສິນທົ່ວໂລກພຸ່ງທະລຸ 365 ລ້ານລ້ານໂດລາ ສ້າງພາລະດອກເບ້ຍມະຫາສານທີ່ກຳລັງດຶງຫຼາຍລັດຖະບານເຂົ້າສູ່ວົງຈອນໜີ້ສິນຊ້ຳເຮື້ອ. ນັກເສດຖະສາດເຕືອນໃຫ້ເລັ່ງປະຕິຮູບການຄັງຢ່າງຮີບດ່ວນ ເພື່ອປ້ອງກັນວິກິດການເງິນຮອບໃໝ່ທີ່ອາດສັ່ນຄອນສະຖຽນລະພາບເສດຖະກິດໂລກໃນໄລຍະຍາວ.
ລາຍງານຫຼ້າສຸດຈາກສຳນັກຂ່າວ CNBC ເປີດເຜີຍຕົວເລກທີ່ໜ້າຕົກໃຈວ່າ ພຽງແຕ່ໃນໄລຍະເຄິ່ງທຳອິດຂອງປີ 2026 ໜີ້ສິນທົ່ວໂລກໄດ້ເພີ່ມຂຶ້ນເຖິງ 10 ລ້ານລ້ານໂດລາ ຈົນແຕະລະດັບສູງສຸດເປັນປະຫວັດການໃໝ່.
ສະພາບການດັ່ງກ່າວໄດ້ຍູ້ໃຫ້ຕົ້ນທຶນການກູ້ຢືມສູງຂຶ້ນຢ່າງຕໍ່ເນື່ອງ ໂດຍສະຖາບັນການເງິນລະຫວ່າງປະເທດ (IIF) ລະບຸວ່າ ປະເທດມະຫາອຳນາດທາງເສດຖະກິດເຊັ່ນ: ສະຫະລັດອາເມຣິກາ, ຍີ່ປຸ່ນ, ຝຣັ່ງ ແລະ ສະຫະລາຊະອານາຈັກ ກຳລັງປະເຊີນກັບການຂາດດຸນງົບປະມານຊ້ຳເຮື້ອ ເຊິ່ງເປັນຄວາມທ້າທາຍທີ່ປົກກະຕິມັກຈະພົບເຫັນແຕ່ໃນກຸ່ມປະເທດຕະຫຼາດເກີດໃໝ່.
ສິ່ງທີ່ໜ້າກັງວົນທີ່ສຸດຄື ໃນປີທີ່ຜ່ານມາ ບັນດາປະເທດເສດຖະກິດພັດທະນາແລ້ວຕ້ອງແບກຮັບພາລະຈ່າຍດອກເບ້ຍພັນທະບັດລັດຖະບານລວມກັນສູງເຖິງ 3,3 ລ້ານລ້ານໂດລາ ເຊິ່ງເປັນຕົວເລກທີ່ສູງກວ່າງົບປະມານທົ່ວໂລກທີ່ລົງທຶນໃນດ້ານປັນຍາປະດິດ (2,6 ລ້ານລ້ານໂດລາ), ດ້ານການທະຫານ (3,1 ລ້ານລ້ານໂດລາ) ແລະ ພະລັງງານສະອາດ (2,3 ລ້ານລ້ານໂດລາ) ເສຍອີກ.
ບັນຫາໜີ້ສິນທີ່ບານປາຍນີ້ຍັງຖືກຊ້ຳເຕີມດ້ວຍປັດໄຈທາງການເມືອງ ຍ້ອນລັດຖະບານສ່ວນໃຫຍ່ມັກເລືອກໃຊ້ນະໂຍບາຍໄລຍະສັ້ນເພື່ອເອົາໃຈຖານສຽງໃນຊ່ວງການເລືອກຕັ້ງ ໂດຍລະເລີຍການແກ້ໄຂບັນຫາໂຄງສ້າງຮາກຖານ ເຊັ່ນ: ຄ່າໃຊ້ຈ່າຍດ້ານສາທາລະນະສຸກ ແລະ ລະບົບເງິນບຳນານ.
ຕໍ່ກັບປະເດັນດັ່ງກ່າວ ອົງການຮ່ວມມືທາງເສດຖະກິດ ແລະ ການພັດທະນາ (OECD) ໄດ້ສະເໜີໃຫ້ລັດຖະບານທົ່ວໂລກເລັ່ງຄວບຄຸມງົບປະມານ, ເພີ່ມປະສິດທິພາບການເຮັດວຽກຂອງພາກລັດ ແລະ ຈັດເກັບລາຍຮັບເພີ່ມ ເພື່ອສ້າງພື້ນທີ່ທາງການຄັງໄວ້ຮອງຮັບວິກິດໃນອະນາຄົດ.
ສອດຄ່ອງກັບມຸມມອງຂອງ ທ່ານນາງ ຄຣິສຕາລິນາ ຈໍເຈຍວາ ຜູ້ອຳນວຍການກອງທຶນການເງິນລະຫວ່າງປະເທດ (IMF) ທີ່ອອກມາຮຽກຮ້ອງໃຫ້ບັນດາຜູ້ນຳຕ້ອງມີຄວາມກ້າຫານທາງການເມືອງໃນການຫຼຸດລະດັບໜີ້ສິນ ແລະ ຄວບຄຸມລາຍຈ່າຍຢ່າງຈິງຈັງ ຄວບຄູ່ໄປກັບການຮັກສາສະຖຽນລະພາບຂອງລາຄາສິນຄ້າ ເພາະການຊັກຊ້າໃນການແກ້ໄຂບັນຫາໃນມື້ນີ້ ຈະຍິ່ງເປັນການເພີ່ມຄວາມສ່ຽງຕໍ່ຄວາມຢູ່ລອດທາງການຄັງໃນໄລຍະຍາວຢ່າງຫຼີກລ່ຽງບໍ່ໄດ້.
#LaoXperts #ໜີ້ສິນທົ່ວໂລກ #ເສດຖະກິດໂລກ #ວິກິດການເງິນ #ການເງິນການລົງທຶນ #CNBC #IMF #OECD


