ADB ຄາດເງິນເຟີ້ອາຊີພຸ່ງ 4,2% ໃນປີ 2026 ຍ້ອນຜົນກະທົບສົງຄາມ ແລະ ເອລນີໂຢ
ທະນາຄານພັດທະນາອາຊີ (ADB) ຄາດການວ່າອັດຕາເງິນເຟີ້ໃນພາກພື້ນອາຊີປາຊີຟິກຈະເພີ່ມສູງເຖິງ 4,2% ໃນປີ 2026 ຍ້ອນຜົນກະທົບຈາກສົງຄາມ ແລະ ປາກົດການເອລນີໂຢ (El Niño) ທີ່ກົດດັນລາຄາພະລັງງານ ແລະ ສະບຽງອາຫານ.
ສະພາບການດັ່ງກ່າວອາດບີບບັງຄັບໃຫ້ຫຼາຍປະເທດຕ້ອງຮັດກຸມນະໂຍບາຍການເງິນຕື່ມອີກ ເພື່ອຮັບມືກັບຄວາມສ່ຽງທີ່ອາດຊະລໍການເຕີບໂຕທາງເສດຖະກິດຂອງພາກພື້ນ.
The Nation Thailand ລາຍງານ ບົດລາຍງານແນວໂນ້ມເສດຖະກິດຫຼ້າສຸດຂອງ ADB ທີ່ເຜີຍແຜ່ໃນວັນທີ 23 ກັນຍາ ລະບຸວ່າ ອັດຕາເງິນເຟີ້ຂອງປະເທດກຳລັງພັດທະນາໃນອາຊີປາຊີຟິກຈະຍັງຄົງຢູ່ໃນລະດັບສູງກວ່າປີ 2025 ເຊິ່ງເຄີຍຢູ່ທີ່ 3% ກ່ອນທີ່ຈະຄ່ອຍໆຫຼຸດລົງມາຢູ່ທີ່ 3,5% ໃນປີ 2027. ຄຽງຄູ່ກັນນັ້ນ ການເຕີບໂຕທາງເສດຖະກິດຂອງພາກພື້ນຄາດວ່າຈະຊະລໍຕົວລົງມາຢູ່ທີ່ 5% ໃນປີ 2026 ຈາກ 5,5% ໃນປີກ່ອນໜ້າ.
ປັດໄຈຫຼັກທີ່ຊຸກຍູ້ໃຫ້ເກີດສະພາບການນີ້ແມ່ນຄວາມຂັດແຍ້ງທາງອາວຸດໃນຕາເວັນອອກກາງ ໂດຍສະເພາະໃນອີຣ່ານ ແລະ ເຢເມນ ທີ່ກະທົບຕໍ່ການສະໜອງນໍ້າມັນດິບ ລວມເຖິງສົງຄາມລະຫວ່າງຣັດເຊຍ-ອູແກຣນ ທີ່ຂັດຂວາງການຂົນສົ່ງທັນຍາພືດ.
ນອກຈາກນີ້ ໄພທຳມະຊາດຈາກເອລນີໂຢຍັງໄດ້ທຳລາຍຜົນຜະລິດທາງການກະເສດຕັ້ງແຕ່ອິນເດຍຈົນເຖິງໄທ ທັງຍັງຫຼຸດຜ່ອນການຜະລິດກະແສໄຟຟ້າພະລັງງານນໍ້າ ຂະນະທີ່ຂໍ້ຈຳກັດດ້ານການເດີນເຮືອໃນຄອງປານາມາກໍເປັນອີກໜຶ່ງອຸປະສັກທີ່ຊໍ້າເຕີມສະຖານະການ. ຈາກປັດໄຈເຫຼົ່ານີ້ ADB ຈຶ່ງໄດ້ປັບເພີ່ມຄາດການລາຄານໍ້າມັນດິບຂຶ້ນເປັນ 90 ໂດລາສະຫະລັດຕໍ່ບາເຣວໃນປີ 2026 ແລະ 78 ໂດລາໃນປີ 2027.
ທ່ານ ອາລເບີດ ພາກ (Albert Park) ຫົວໜ້ານັກເສດຖະສາດຂອງ ADB ເນັ້ນຢໍ້າວ່າ ຄວາມສ່ຽງຂອງເສດຖະກິດຍັງຄົງມີສູງ ໂດຍສະເພາະຖ້າຫາກຄວາມຂັດແຍ້ງບານປາຍ ຫຼື ຜົນກະທົບຈາກເອລນີໂຢຮ້າຍແຮງກວ່າທີ່ຄາດໄວ້ ເຊິ່ງຈະຍິ່ງພັກດັນໃຫ້ເງິນເຟີ້ພຸ່ງສູງຂຶ້ນ.
ເຖິງແມ່ນວ່າການອຸດໜູນຈາກລັດໃນບາງປະເທດຈະຊ່ວຍບັນເທົາຜົນກະທົບຈາກລາຄາພະລັງງານຕໍ່ຜູ້ບໍລິໂພກໄດ້ບາງສ່ວນ ແຕ່ຕົ້ນທຶນທີ່ສູງຂຶ້ນກໍກຳລັງແຜ່ລາມໄປສູ່ລະບົບເສດຖະກິດໃນວົງກວ້າງ ໂດຍສະເພາະໃນອາຊີໃຕ້ທີ່ອາຫານກວມເອົາອັດຕາສ່ວນໃຫຍ່ຂອງຄ່າໃຊ້ຈ່າຍໃນຄົວເຮືອນ.
ເພື່ອຮັບມືກັບສະຖານະການນີ້ ຫຼາຍປະເທດເຊັ່ນ: ບັງກະລາເທດ, ອິນເດຍ, ອິນໂດເນເຊຍ, ປາກີສະຖານ, ຟີລິບປິນ ແລະ ຫວຽດນາມ ອາດຈຳເປັນຕ້ອງໄດ້ເພີ່ມຄວາມເຂັ້ມງວດທາງດ້ານນະໂຍບາຍການເງິນຕື່ມອີກໃນປີ 2026 ຖ້າຫາກເງິນເຟົ້າຍັງບໍ່ຫຼຸດລົງ.
ຢ່າງໃດກໍຕາມ ຜູ້ກຳນົດນະໂຍບາຍອາດເລີ່ມພິຈາລະນາປັບຫຼຸດອັດຕາດອກເບ້ຍໄດ້ໃນປີ 2027 ຫາກແຮງກົດດັນດ້ານລາຄາຜ່ອນຄາຍລົງ ໂດຍຈັງຫວະເວລາ ແລະ ຂະໜາດຂອງການຜ່ອນຜັນແມ່ນຈະຂຶ້ນຢູ່ກັບແນວໂນ້ມເງິນເຟີ້, ການເຕີບໂຕຂອງແຕ່ລະປະເທດ ແລະ ຄວາມສ່ຽງຈາກປັດໄຈພາຍນອກເປັນສຳຄັນ.
#LaoXPerts #ADB #ເສດຖະກິດອາຊີ #ເງິນເຟີ້ #ດອກເບ້ຍ #ຂ່າວເສດຖະກິດ #ElNino


