ອັດຕະປື ແກ້ຄະດີສໍ້ລາດບັງຫຼວງ ຢຶດຊັບສິນຄືນລັດກວ່າ 20 ຕື້ກີບ, ຍົກລະດັບຄວາມໂປ່ງໃສຮອບດ້ານ
ແຂວງອັດຕະປື ຍົກລະດັບມາດຕະການປາບປາມການສໍ້ລາດບັງຫຼວງຂັ້ນເດັດຂາດ ດ້ວຍການກວດພົບ ແລະ ຢຶດຊັບສິນຄືນລັດໄດ້ມູນຄ່າຫຼາຍກວ່າ 20 ຕື້ກີບ ພ້ອມສັ່ງຍົກເລີກໂຄງການລັດທີ່ບໍ່ມີປະສິດທິພາບ. ເປົ້າໝາຍຫຼັກແມ່ນເພື່ອອັດຊ່ອງໂຫວ່ການຮົ່ວໄຫຼຂອງງົບປະມານ ແລະ ເພີ່ມທະວີຄວາມໂປ່ງໃສ ເຊິ່ງຈະສົ່ງຜົນກະທົບໂດຍກົງຕໍ່ການສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ແລະ ຮັບປະກັນຜົນປະໂຫຍດສູງສຸດໃນການພັດທະນາເສດຖະກິດຂອງແຂວງ.
ຕາມການລາຍງານຂອງໜັງສືພີມ ປະຊາຊົນ, ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງ 5 ປີຕໍ່ໜ້າ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 22 ກັນຍາ 2026 ທີ່ຫໍປະຊຸມໃຫຍ່ແຂວງ ພາຍໃຕ້ຄຳຂວັນທີ່ເນັ້ນໜັກເຖິງການກວດກາທີ່ທັນສະໄໝ ແລະ ເຂັ້ມງວດ.
ທ່ານ ສຸວັນສີ ແກ້ວວິເສີດປະທານຄະນະກວດກາພັກແຂວງປະທານອົງການກວດກາລັດຫົວໜ້າຕ້ານການສໍ້ລາດບັງຫຼວງແຂວງອັດຕະປື ລາຍງານວ່າ ຕະຫຼອດ 5 ປີຜ່ານມາ ມີການດຳເນີນຄະດີ 3 ເລື່ອງໃຫຍ່ ແລະ ຈັບກຸມພະນັກງານທີ່ກະທຳຜິດໄດ້ 17 ຄົນ (ເປັນຍິງ 6 ຄົນ). ຈຸດທີ່ສ້າງຄວາມຕື່ນຕົວໃຫ້ແກ່ສັງຄົມແມ່ນຄະດີໃຫຍ່ໃນປີ 2024-2025 ທີ່ກ່ຽວພັນກັບພະນັກງານລັດເຖິງ 24 ຄົນ ແລະ ຜູ້ກ່ຽວຂ້ອງ 38 ຄົນ.
ຈາກຄະດີດັ່ງກ່າວ ລັດສາມາດເກັບກູ້ຊັບສິນຄືນມາໄດ້ຢ່າງມະຫາສານ ປະກອບມີເງິນສົດ 19.98 ຕື້ກີບ, 59,400 ບາດ ແລະ 57,000 ໂດລາ ພ້ອມທັງສາມາດອາຍັດດິນໄດ້ເຖິງ 91 ຕອນ, ຍຶດລົດ 14 ຄັນ ແລະ ຊັບສິນອື່ນໆອີກຈຳນວນຫຼາຍ.
ເພື່ອຮັບປະກັນຄວາມຕໍ່ເນື່ອງໃນການສ້າງຄວາມໂປ່ງໃສ, ທິດທາງແຜນການ 5 ປີຕໍ່ໜ້າ (2026-2030) ແຂວງອັດຕະປືໄດ້ກຳນົດ 5 ວຽກງານຈຸດສຸມ ໂດຍຈະເນັ້ນໜັກໃສ່ການຄຸ້ມຄອງງົບປະມານ, ຊັບພະຍາກອນທຳມະຊາດ ແລະ ການແກ້ໄຂບັນຫາທີ່ເຄັ່ງຮ້ອນເຊັ່ນ: ການລັກລອບຂຸດຄົ້ນແຮ່ຄຳຕົກຂ້ອນ.
ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານໂດຍ ທ່ານບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ ເລຂາຄະນະພັກແຂວງ ປະທານສະພາປະຊາຊົນແຂວງອັດຕະປື, ໂດຍມີ ສະຫາຍ ສຸວັນສີ ແກ້ວວິເສີດ ປະທານຄະນະກວດກາພັກແຂວງ ເປັນຜູ້ຂຶ້ນລາຍງານຜົນສຳເລັດອັນພົ້ນເດັ່ນໃນການກວດກາລັດ ແລະ ປາບປາມການສໍ້ລາດບັງຫຼວງໃນໄລຍະຜ່ານມາ ເຊິ່ງໄດ້ສຸມໃສ່ຫຼາຍຂົງເຂດທີ່ເປັນກຸນແຈສຳຄັນຂອງແຂວງ.
ໃນການຄຸ້ມຄອງການລົງທຶນຂອງລັດ ສະເພາະປີ 2024 ແຂວງໄດ້ຮັບຮອງແຜນການລົງທຶນເຖິງ 201 ໂຄງການ ລວມມູນຄ່າ 1,586.07 ຕື້ກີບ, ແຕ່ໃນຂະນະດຽວກັນກໍໄດ້ສະແດງຄວາມເດັດຂາດໂດຍການສະເໜີສະພາປະຊາຊົນແຂວງອອກມະຕິຍົກເລີກ 9 ໂຄງການທີ່ບໍ່ມີການຈັດຕັ້ງປະຕິບັດຕົວຈິງ ເຊິ່ງຊ່ວຍສະກັດກັ້ນງົບປະມານໄດ້ເຖິງ 47.22 ຕື້ກີບ.
ພ້ອມດຽວກັນນັ້ນ, ວຽກງານກວດກາກອງທຶນສຳຄັນຕ່າງໆກໍໄດ້ຮັບການຕິດຕາມຢ່າງໃກ້ຊິດ ເປັນຕົ້ນແມ່ນກອງທຶນປະກັນສຸຂະພາບແຫ່ງຊາດ ໄລຍະປີ 2017-2023 ທີ່ພົບຄວາມຜິດດ່ຽງທາງດ້ານເອກະສານລາຍຮັບສູງເຖິງ 21.85 ຕື້ກີບ ເຖິງແມ່ນວ່າການກວດກາຕົວຈິງຈະພົບວ່າຍັງມີເງິນພຽງພໍສຳລັບລາຍຈ່າຍກໍຕາມ.
ສ່ວນກອງທຶນບູລະນະຮັກສາທາງຫຼວງ ໄລຍະປີ 2020-2023 ທີ່ມີລາຍຮັບ 27.39 ຕື້ກີບ ກໍຖືກກວດພົບຂໍ້ຂາດຕົກບົກຜ່ອງໃນຂັ້ນຕອນການເຮັດສັນຍາ ແລະ ການຈັດຊື້-ຈັດຈ້າງ ເຊິ່ງຮຽກຮ້ອງໃຫ້ມີການປັບປຸງຢ່າງຮີບດ່ວນ.
ວຽກງານທີ່ໄດ້ຮັບຄວາມສົນໃຈເປັນພິເສດແມ່ນການຕິດຕາມມູນຄ່າການຊົດເຊີຍຈາກເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກພັງ. ຄະນະກວດກາໄດ້ລົງເລິກຄຸ້ມຄອງເງິນບໍລິຈາກ ແລະ ເງິນຊົດເຊີຍລວມມູນຄ່າ 1,032.07 ຕື້ກີບ ແລະ ອີກ 32.46 ລ້ານໂດລາ ໂດຍໄດ້ຕິດຕາມການຈັດສັນເຮືອນຊົ່ວຄາວ 450 ຫຼັງ, ເຮືອນຖາວອນ 700 ຫຼັງ ພ້ອມທັງໂຄງການຟື້ນຟູພື້ນຖານໂຄງລ່າງອີກ 200 ໂຄງການ, ເຊິ່ງຈາກການກວດກາຢ່າງເຂັ້ມງວດນີ້ ຍັງສາມາດເກັບກູ້ເງິນຄືນຈາກວຽກງານທີ່ຄ້າງການປະຕິບັດໄດ້ຕື່ມອີກ 415.7 ລ້ານກີບ.
ບາດກ້າວທີ່ສຳຄັນທີ່ສຸດໃນອະນາຄົດແມ່ນການເປີດຊ່ອງທາງໃຫ້ປະຊາຊົນມີສ່ວນຮ່ວມໃນການສະໜອງຂໍ້ມູນຂ່າວສານໂດຍກົງ ເຊິ່ງຈະເປັນກົນໄກສຳຄັນໃນການຕ້ານການສໍ້ລາດບັງຫຼວງ ແລະ ຂັບເຄື່ອນການພັດທະນາແຂວງອັດຕະປືໃຫ້ກ້າວໄປຂ້າງໜ້າຢ່າງຍືນຍົງ.
#LaoX #ອັດຕະປື #ຕ້ານການສໍ້ລາດບັງຫຼວງ #ຂ່າວລາວ #ກວດກາລັດ #ພັດທະນາປະເທດຊາດ #ຄວາມໂປ່ງໃສ


