ປົກເວັບ 2026 09 14T222044 243

ຈີນ ເລັ່ງຂຸດ “ຄອງຜິງລູ່” ອະພິມະຫາໂຄງການ 10,000 ລ້ານໂດລາ ເຊື່ອມເສັ້ນທາງການຄ້າສູ່ອາຊຽນ

ຈີນ ເປີດສາກຂຸດ “ຄອງຜິງລູ່” (Pinglu Canal) ໃນເຂດກວ້າງຊີຈ້ວງ ດ້ວຍງົບປະມານ 72,700 ລ້ານຢວນ ຫຼື ກວ່າ​ 10,000 ລ້ານໂດລາ ເພື່ອສ້າງເສັ້ນທາງນ້ຳລັດເຊື່ອມຈີນຕອນໃນລົງສູ່ອ່າວເບ່ຍປູ້ ແລະ ອາຊຽນ. ໂຄງການນີ້ຫວັງທີ່ຈະຫຍໍ້ໄລຍະທາງຂົນສົ່ງ 560 ກິໂລແມັດ ແລະ ຫຼຸດຕົ້ນທຶນການຄ້າ 5,200 ລ້ານຢວນຕໍ່ປີ. ພ້ອມທັງສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ໂຄງສ້າງການຄ້າ, ຫ່ວງໂສ້ອຸປະທານ ແລະ ດຸນອຳນາດພູມະລັດຖະສາດໃນອາຊີຕາເວັນອອກສ່ຽງໃຕ້.

ຕາມການລາຍງານຂອງ Global Times, ຄອງຜິງລູ່ ເປັນໂຄງການຂຸດຄອງຂະໜາດໃຫຍ່ທີ່ມີຄວາມຍາວ 134,2 ກິໂລແມັດ ເລີ່ມຕົ້ນຈາກອ່າງເກັບນ້ຳຊີຈິ້ນ ໃນເຂດປົກຄອງຕົນເອງກວ້າງຊີຈ້ວງ ໄຫຼລົງສູ່ທ່າເຮືອຊິນໂຈ ບໍລິເວນອ່າວເບ່ຍປູ້. ການກໍ່ສ້າງໂຄງການນີ້ຖືເປັນສິ່ງມະຫັດສະຈັນທາງວິສະວະກຳ ທີ່ມີການຂຸດດິນ ແລະ ຫີນມະຫາສານເຖິງ 315 ລ້ານແມັດກ້ອນ ພ້ອມທັງຕິດຕັ້ງລະບົບປະຕູລະບາຍນ້ຳຂະໜາດໃຫຍ່ 3 ຊຸດ ເພື່ອບໍລິຫານຈັດການລະດັບນ້ຳທີ່ແຕກຕ່າງກັນເຖິງ 65 ແມັດ. 

ປະຕູລະບາຍນ້ຳເຫຼົ່ານີ້ສາມາດເປີດປິດໄດ້ຢ່າງວ່ອງໄວພາຍໃນເວລາພຽງ 30 ວິນາທີ ແລະ ສາມາດຮອງຮັບເຮືອບັນທຸກສິນຄ້າຂະໜາດໃຫຍ່ເຖິງ 5.000 ໂຕນ ໂດຍນຳໃຊ້ເຕັກໂນໂລຊີປະຢັດນ້ຳ ແລະ ການພິມ 3 ມິຕິ (3D Printing) ເຂົ້າໃນການຜະລິດກົນໄກຄວບຄຸມ ເຊິ່ງທີມງານວິສະວະກອນຈີນໄດ້ເລັ່ງລັດການກໍ່ສ້າງໃຫ້ສຳເລັດພາຍໃນໄລຍະເວລາພຽງ 4 ປີ.

ໃນມຸມມອງດ້ານຍຸດທະສາດມະຫາພາກ ໂຄງການນີ້ແມ່ນການເດີນໝາກເກມຍາວຂອງຈີນ ເພື່ອກະຈາຍຄວາມຈະເລີນ ແລະ ປ່ຽນທິດທາງການຄ້າຈາກມົນທົນຊາຍຝັ່ງຕາເວັນອອກ ເຂົ້າມາສູ່ມົນທົນຕອນໃນ ເຊັ່ນ: ກວ້າງຊີ, ຢູນນານ, ກຸ້ຍໂຈ, ເສສວນ ແລະ ສົງຊິ່ງ. 

ຄອງດັ່ງກ່າວຈະກາຍເປັນເສັ້ນທາງອອກສູ່ທະເລທີ່ສັ້ນທີ່ສຸດ ໂດຍບໍ່ຕ້ອງຂົນສົ່ງອ້ອມໄປທາງທ່າເຮືອໃນກວ້າງຕຸ້ງ ເຊິ່ງຈະຊ່ວຍໃຫ້ການຂົນສົ່ງສິນຄ້າ ປະເພດແຮ່ທາດ, ຖ່ານຫີນ, ຜົນຜະລິດການກະເສດ ແລະ ວັດຖຸດິບອຸດສາຫະກຳ ໄປຍັງອາຊຽນມີຄວາມວ່ອງໄວ ແລະ ຕົ້ນທຶນຕ່ຳລົງຢ່າງຫຼວງຫຼາຍ. 

ນອກຈາກນີ້ ການຫຼຸດຕົ້ນທຶນ ແລະ ມາດຕະການຍົກເວັ້ນຄ່າທຳນຽມຜ່ານປະຕູລະບາຍນ້ຳໃນໄລຍະທຳອິດ ຍັງເປັນປັດໄຈສຳຄັນທີ່ຊຸກຍູ້ໃຫ້ເກີດການຍ້າຍຖານການຜະລິດ ເຂົ້າມາສູ່ປະເທດອາຊຽນ ເພື່ອຫຼຸດຜ່ອນຜົນກະທົບຈາກກຳແພງພາສີສິນຄ້າຈາກຊາດຕາເວັນຕົກ.

ເມື່ອພິຈາລະນາໃນພາບລວມຂອງລະບົບໂລຈິສະຕິກ ຄອງຜິງລູ່ ແມ່ນພາກສ່ວນສຳຄັນຂອງເສັ້ນທາງການຄ້າທາງບົກ ແລະ ທາງທະເລສາຍໃໝ່ ທີ່ເຊື່ອມຕໍ່ເຄືອຂ່າຍລົດໄຟຈາກຈີນຕອນໃຕ້ ຜ່ານລາວ ແລະ ໄທ ລົງໄປຮອດມາເລເຊຍ ແລະ ສິງກະໂປ. 

ການພັດທະນານີ້ບໍ່ພຽງແຕ່ເປັນການອຳນວຍຄວາມສະດວກດ້ານການຂົນສົ່ງ ແຕ່ຍັງເປັນການຈັດລະບຽບພູມະລັດຖະສາດເສດຖະກິດໃໝ່ ເພື່ອຜູກມັດຫ່ວງໂສ້ອຸປະທານຂອງອາຊຽນໃຫ້ແໜ້ນແຟ້ນກັບຈີນຫຼາຍຂຶ້ນ ໃນສະພາບການທີ່ເສດຖະກິດໂລກກຳລັງປະເຊີນກັບການແບ່ງຂົ້ວອຳນາດ.

ເຖິງຢ່າງໃດກໍຕາມ ອະພິມະຫາໂຄງການນີ້ກໍມາພ້ອມກັບຄວາມທ້າທາຍທີ່ພູມິພາກອາຊຽນຕ້ອງຕິດຕາມຢ່າງໃກ້ຊິດ. ນັກວິເຄາະເບິ່ງວ່ານອກຈາກຜົນກະທົບຕໍ່ລະບົບນິເວດພື້ນທີ່ຊຸ່ມນ້ຳ ແລະ ວິຖີຊີວິດຊຸມຊົນແລ້ວ ປະເດັນທີ່ໜ້າຈັບຕາທີ່ສຸດຄືຄວາມສ່ຽງທີ່ຄອງນີ້ ຈະກາຍເປັນເສັ້ນທາງລະບາຍກຳລັງການຜະລິດສ່ວນເກີນ (Industrial Overcapacity) ຈາກຈີນ. 

ຫາກກຳລັງຊື້ພາຍໃນປະເທດຈີນຊະລໍຕົວລົງ ເສັ້ນທາງນ້ຳແຫ່ງນີ້ອາດຖືກນຳໃຊ້ເປັນຊ່ອງທາງໃນການລະບາຍສິນຄ້າລາຄາຖືກເຂົ້າມາແຂ່ງຂັນໃນຕະຫຼາດອາຊຽນ ເຊິ່ງຈະສ້າງແຮງກົດດັນ ແລະ ການແຂ່ງຂັນທີ່ຮຸນແຮງຕໍ່ຜູ້ປະກອບການ ແລະ ຖານການຜະລິດທ້ອງຖິ່ນໃນພູມິພາກຢ່າງຫຼີກລ່ຽງບໍ່ໄດ້.

ຮູບພາບ​: CGTN

#LaoXperts #ຄອງຜິງລູ່ #PingluCanal #ເສດຖະກິດຈີນອາຊຽນ #ການຄ້າຂ້າມແດນ #ໂຄງສ້າງພື້ນຖານ #ພູມະລັດຖະສາດເສດຖະກິດ

Comments are disabled