ປົກເວັບ 2026 09 13T195047 879

ມົສກູ-ຮ່າໂນ້ຍ ຈັບມືກຽມສ້າງໂຮງໄຟຟ້ານິວເຄຼຍແຫ່ງທຳອິດໃນຫວຽດນາມ

ຫວຽດນາມ ແລະ ຣັດເຊຍ ປະກາດຍົກລະດັບການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຄັ້ງປະຫວັດສາດ, ໂດຍເນັ້ນການປູທາງສ້າງໂຮງໄຟຟ້ານິວເຄຼຍແຫ່ງທຳອິດໃນຫວຽດນາມ ເພື່ອຄ້ຳປະກັນຄວາມໝັ້ນຄົງດ້ານພະລັງງານ. ບາດກ້າວດັ່ງກ່າວບໍ່ພຽງແຕ່ຊຸກຍູ້ການເຕີບໂຕທາງເສດຖະກິດ ແລະ ເຕັກໂນໂລຊີ ແຕ່ຍັງສົ່ງຜົນສະທ້ອນອັນເລິກເຊິ່ງຕໍ່ພູມສາດການເມືອງ ແລະ ທິດທາງພະລັງງານໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ໃນການພົບປະທີ່ນະຄອນຫຼວງມົສກູໃນອາທິດນີ້, ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ແລະ ທ່ານ ໂຕ ເລີມ ເລຂາທິການໃຫຍ່ພັກກອມມູນິດ ແລະ ປະທານາທິບໍດີຫວຽດນາມ ໄດ້ເຫັນດີເປັນເອກະພາບກັນໃນການຍົກລະດັບການຮ່ວມມືດ້ານພະລັງງານຢ່າງຮອບດ້ານ. ຕາມການລາຍງານຂອງ nikkei

ການເດີນທາງຢ້ຽມຢາມຣັດເຊຍລະດັບລັດຄັ້ງນີ້ ເຊິ່ງຖືເປັນຄັ້ງທຳອິດນັບຕັ້ງແຕ່ສະຫະພາບໂຊວຽດລົ້ມສະຫຼາຍໃນປີ 1991, ໄດ້ເປັນຂີດໝາຍສຳຄັນທີ່ຊີ້ໃຫ້ເຫັນວ່າພະລັງງານຍັງຄົງເປັນເສົາຫຼັກໃນການເປັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຊາດ ໂດຍຈະຂະຫຍາຍກວມເອົາຕັ້ງແຕ່ນ້ຳມັນ, ອາຍແກັສ ໄປຈົນເຖິງພະລັງງານລົມ ແລະ ໂຮງໄຟຟ້ານິວເຄຼຍ.

ທ່ານ ປູຕິນ ໄດ້ເປີດເຜີຍວ່າ ບໍລິສັດ Rosatom ເຊິ່ງເປັນລັດວິສາຫະກິດດ້ານພະລັງງານນິວເຄຼຍຂອງຣັດເຊຍ ພວມກຽມຄວາມພ້ອມໃນການກໍ່ສ້າງໂຮງໄຟຟ້ານິວເຄຼຍແຫ່ງທຳອິດຂອງຫວຽດນາມ ທີ່ແຂວງນິງທ້ວນ ທາງພາກກາງຂອງປະເທດ. 

ໂຄງການຍັກໃຫຍ່ນີ້ຈະມາພ້ອມກັບການຖ່າຍທອດເຕັກໂນໂລຊີ, ຄວາມຊ່ຽວຊານ ແລະ ການຊ່ວຍເຫຼືອຝຶກອົບຮົມບຸກຄະລາກອນໃຫ້ແກ່ຫວຽດນາມ. ພ້ອມດຽວກັນນີ້, ທັງສອງປະເທດຍັງໄດ້ລົງນາມໃນກອບການຮ່ວມມືລະຫວ່າງ Petrovietnam ແລະ Zarubezhneft ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາຄັງສຳຮອງນ້ຳມັນດິບຍຸດທະສາດໃນຫວຽດນາມ, ທັງຍັງມຸ່ງຫວັງຊຸກຍູ້ວິທະຍາສາດ, ນະວັດຕະກຳ ແລະ ການຫັນປ່ຽນສູ່ດິຈິຕອນໃຫ້ເປັນກຳລັງຂັບເຄື່ອນໃໝ່ຂອງສາຍພົວພັນນີ້.

ນອກເໜືອຈາກຂົງເຂດພະລັງງານແລ້ວ, ມົສກູ ແລະ ຮ່າໂນ້ຍ ຍັງກຽມພິຈາລະນາສ້າງຕັ້ງກົນໄກການຫາລືທາງທະເລລະດັບທະວິພາຄີ. ຂະນະດຽວກັນ ຜູ້ນຳກອງທັບຂອງທັງສອງຝ່າຍກໍໄດ້ຕົກລົງຂະຫຍາຍການຮ່ວມມືດ້ານປ້ອງກັນຊາດຢ່າງກວ້າງຂວາງ ເຊິ່ງກວມເອົາທັງການຫາລືທາງຍຸດທະສາດ, ການຝຶກອົບຮົມ, ເຕັກໂນໂລຊີທາງທະຫານ ແລະ ພາລະກິດຮັກສາສັນຕິພາບຂອງອົງການສະຫະປະຊາຊາດ. 

ທ່ານ ໂຕ ເລີມ ໄດ້ເນັ້ນຢ້ຳຢ່າງໜັກແໜ້ນວ່າ ການພັດທະນາສາຍພົວພັນກັບຣັດເຊຍ ແມ່ນນະໂຍບາຍທີ່ສະໝ່ຳສະເໝີ ແລະ ເປັນທາງເລືອກຍຸດທະສາດອັນດັບຕົ້ນໆໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ເຖິງແມ່ນວ່າຈະມີບາງປະເທດສະແດງປະຕິກິລິຍາຕໍ່ການຮັກສາຄວາມສຳພັນອັນດີກັບມົສກູ, ແຕ່ຫວຽດນາມກໍຍັງຄົງຢືນຢັດໃນຈຸດຢືນເດີມ ເຊິ່ງສາຍພົວພັນນີ້ມີຮາກຖານຝັງເລິກມາຕັ້ງແຕ່ສະໄໝສົງຄາມທີ່ໂຊວຽດເຄີຍໃຫ້ການຊ່ວຍເຫຼືອຢ່າງຮອບດ້ານ.

ໃນມິຕິຂອງເສດຖະກິດ, ຣັດເຊຍ ແລະ ຫວຽດນາມ ຕັ້ງເປົ້າໝາຍທີ່ຈະເພີ່ມມູນຄ່າການຄ້າທະວິພາຄີຈາກ 4,77 ຕື້ໂດລາສະຫະລັດ ໃນປີ 2025 ໃຫ້ກ້າວກະໂດດຂຶ້ນເປັນ 1,5 ໝື່ນລ້ານໂດລາສະຫະລັດ ພາຍໃນປີ 2030, ໃນຂະນະທີ່ທາງການຣັດເຊຍກໍພວມພິຈາລະນາຍົກເວັ້ນວີຊາໃຫ້ແກ່ນັກທ່ອງທ່ຽວຫວຽດນາມເພື່ອກະຕຸ້ນການໄປມາຫາສູ່ກັນ. 

ສຳລັບປະເດັນສົງຄາມອູແກຣນ, ຣັດເຊຍໄດ້ສະແດງຄວາມຊື່ນຊົມຕໍ່ຫວຽດນາມທີ່ຮັກສາຈຸດຢືນທີ່ສົມດຸນ ແລະ ເປັນກາງ ໂດຍຮ່າໂນ້ຍໄດ້ພະຍາຍາມຮັກສາຄວາມສຳພັນທີ່ດີກັບທັງມົສກູ ແລະ ຊາດຕາເວັນຕົກຢ່າງລະມັດລະວັງ. ຫຼັງຈາກສຳເລັດການຢ້ຽມຢາມມົສກູແລ້ວ, ທ່ານ ໂຕ ເລີມ ມີກຳນົດການເດີນທາງຕໍ່ໄປຍັງປະເທດຝຣັ່ງ ເພື່ອພົບປະກັບປະທານາທິບໍດີ ເອັມມານູແອລ ມາຄຣົງ ເຊິ່ງເປັນການຢ້ຳເຕືອນເຖິງນະໂຍບາຍການທູດໄມ້ໄຜ່ທີ່ຢືດຢຸ່ນຂອງຫວຽດນາມເທິງເວທີໂລກ.

#LaoXperts #VietnamRussia #NuclearPower #ToLam #Putin #GlobalPolitics #EnergySecurity #Geopolitics

Comments are disabled