Apple ເປີດສາກຍຸກໃໝ່ “ຂອງໂຕເອງ” iPhone Duo ໂທລະສັບຈໍພັບລາຄາ ເກືອບ 2,000 ໂດລາ
ໃນຄໍ່າຄືນທີ່ຜ່ານມາ, Apple ສ້າງແຮງສັ່ນສະເທືອນຄັ້ງໃຫຍ່ຂອງຕົນເອງດ້ວຍການເປີດໂຕ “iPhone Duo” ໄອໂຟນຈໍພັບລຸ້ນທຳອິດໃນຮູບຊົງໜັງສືຜ່ານແດນ ລາຄາ 1,999 ໂດລາ ພາຍໃຕ້ການນຳຂອງ CEO ໃໝ່ ຈອນ ເທີນັສ (John Ternus) ເພື່ອຍາດສ່ວນແບ່ງຈາກ Samsung ແລະ Huawei ທີ່ມີມາກ່ອນໜ້ານີ້ແລ້ວຫຼາຍປີ.
ການປ່ຽນແປງຄັ້ງປະຫວັດສາດນັບຕັ້ງແຕ່ການເປີດໂຕ iPhone X ໃນປີ 2017 ນີ້ ມາພ້ອມໜ້າຈໍຫຼັກດ້ານໃນຂະໜາດ 7.6 ນິ້ວ ທີ່ສາມາດກາງອອກເພື່ອໃຊ້ງານທັງແນວນອນ ແລະ ແນວຕັ້ງ ປະສານໂຄງສ້າງໄທທາຣນຽມ ແລະ ບານພັບທີ່ອອກແບບສະເພາະ ເພື່ອມອບປະສົບການການເຮັດວຽກຫຼາຍແອັບພ້ອມກັນຄ້າຍຄື iPad ແຕ່ພົກພາສະດວກໃນຂະໜາດກະເປົ໋າ.
ພາຍໃນຂັບເຄື່ອນດ້ວຍຊິບປະມວນຜົນລຸ້ນໃໝ່ A20 Pro ຮ່ວມກັບໂມເດັມ C2 ທີ່ Apple ພັດທະນາຂຶ້ນເອງ ພ້ອມແບັດເຕີຣີທີ່ຮອງຮັບການໃຊ້ງານຕໍ່ເນື່ອງ 24 ຊົ່ວໂມງ ແລະ ສາກໄວຮອດ 50% ພາຍໃນເວລາພຽງ 20 ນາທີ ໂດຍມີກຳນົດວາງຈຳໜ່າຍຢ່າງເປັນທາງການໃນວັນທີ 23 ຕຸລານີ້.
ເຖິງແມ່ນວ່າຈະເປີດລາຄາສູງເກືອບ 2,000 ໂດລາ ແຕ່ນັກວິເຄາະຈາກ IDC ປະເມີນວ່າ iPhone Duo ຈະສ້າງຍອດຂາຍຖະຫຼົ່ມທະລາຍຈົນໝົດກຳລັງການຜະລິດ ແລະ ອາດຍາດສ່ວນແບ່ງຕະຫຼາດໂທລະສັບຈໍພັບໄດ້ເຖິງ 40% ພາຍໃນທ້າຍປີ 2027 ໂດຍສະເພາະໃນຕະຫຼາດຈີນທີ່ Huawei ຄອງສ່ວນແບ່ງຢູ່ເກືອບ 80%. ໃນຂະນະດຽວກັນ ການເປີດໂຕຄັ້ງນີ້ຍັງສ້າງສີສັນໃນໂລກອອນລາຍ ເມື່ອຄູ່ແຂ່ງຢ່າງ Samsung ແລະ ແອັບຮຽນພາສາ Duolingo ຕ່າງອອກມາໂພສຂໍ້ຄວາມແຊວເຖິງການອອກແບບ ແລະ ຊື່ລຸ້ນຢ່າງຄຶກຄັກ.
ງານດັ່ງກ່າວຍັງເປັນການປະກາດສົ່ງມອບຕຳແໜ່ງຜູ້ນຳຢ່າງເປັນທາງການຈາກ ທິມ ຄຸກ (Tim Cook) ໄປສູ່ ຈອນ ເທີນັສ ເຊິ່ງໄດ້ຊູຈຸດເດັ່ນຂອງ iPhone Duo ໃນຖານະສູນກາງປັນຍາປະດິດສ່ວນບຸກຄົນ ທີ່ເນັ້ນຄວາມເປັນສ່ວນຕົວດ້ວຍການປະມວນຜົນ Apple Intelligence ເທິງຕົວເຄື່ອງ.
ນອກຈາກນີ້ Apple ຍັງໄດ້ເປີດໂຕ iPhone 18 Pro ແລະ Pro Max ທີ່ປັບຂຶ້ນລາຄາອີກ 100 ໂດລາ ພ້ອມເທັກໂນໂລຢີ Apple Reference Image ແລະ SynthID ເພື່ອຢັ້ງຢືນພາບຖ່າຍແທ້ ແລະ ກວດສອບພາບທີ່ສ້າງຈາກ AI, ລວມເຖິງ AirPods ລຸ້ນຕັດສຽງລົບກວນລາຄາປະຢັດ 129 ໂດລາ ແລະ Apple Watch ລຸ້ນໃໝ່.
#LaoX #Apple #iPhoneDuo #ຂ່າວໄອທີ #ເຕັກໂນໂລຊີ #ສະມາດໂຟນ #AppleIntelligence


