ປົກເວັບ 2026 09 09T230428 786

ລາຄານ້ຳມັນໃນລາວປັບຂຶ້ນກວ່າ 5% ຮັບມືວິກິດພະລັງງານໂລກ ຫຼັງນ້ຳມັນດິບທະລຸ 100 ໂດລາ

ກະຊວງອຸດສາຫະກຳ ແລະ ການຄ້າ ປະກາດປັບຂຶ້ນລາຄານ້ຳມັນທຸກປະເພດກວ່າ 5% ເລີ່ມວັນທີ 10 ກັນຍາ 2026 ນີ້ ເພື່ອຮັບມືກັບວິກິດພະລັງງານໂລກຫຼັງລາຄານ້ຳມັນດິບທະລຸ 100 ໂດລາຕໍ່ບາເຣວ ເຊິ່ງການປັບຖານລາຄາຄັ້ງນີ້ຈະສົ່ງຜົນກະທົບໂດຍກົງຕໍ່ຕົ້ນທຶນການຂົນສົ່ງ, ພາກການຜະລິດ ແລະ ກົດດັນຄ່າຄອງຊີບຂອງປະຊາຊົນໃນທົ່ວປະເທດ.

ອີງຕາມແຈ້ງການຂອງກົມການຄ້າພາຍໃນ ສະບັບເລກທີ 1706/ກຄພນ ລົງວັນທີ 9 ກັນຍາ 2026, ໂຄງສ້າງລາຄາໃໝ່ສຳລັບນະຄອນຫຼວງວຽງຈັນ ຈະມີຜົນບັງຄັບໃຊ້ຕັ້ງແຕ່ເວລາ 06:00 ໂມງ ຂອງວັນທີ 10 ກັນຍາ ເປັນຕົ້ນໄປ. ສຳລັບການປັບຂຶ້ນໃນຄັ້ງນີ້ ນ້ຳມັນແອັດຊັງພິເສດ ແມ່ນປັບຂຶ້ນສູງສຸດເຖິງ 2,010 ກີບ ມາຢູ່ທີ່ 40,180 ກີບຕໍ່ລິດ, ນ້ຳມັນແອັດຊັງທຳມະດາ ປັບຂຶ້ນ 1,660 ກີບ ມາຢູ່ທີ່ 33,760 ກີບຕໍ່ລິດ, ແລະ ນ້ຳມັນກາຊວນ ເຊິ່ງເປັນພະລັງງານຫຼັກຂອງພາກການຜະລິດ ແລະ ຂົນສົ່ງ ປັບຂຶ້ນ 1,640 ກີບ ເຮັດໃຫ້ລາຄາໃໝ່ປັບຂຶ້ນໄປຢູ່ທີ່ 33,480 ກີບຕໍ່ລິດ.

ການປັບຕົວສູງຂຶ້ນຢ່າງຕໍ່ເນື່ອງຂອງລາຄານ້ຳມັນໃນປະເທດ ແມ່ນສະທ້ອນໃຫ້ເຫັນເຖິງແຮງກົດດັນຢ່າງໜັກໜ່ວງຈາກຕະຫຼາດພະລັງງານໂລກ ຫຼັງຈາກລາຄານ້ຳມັນດິບເບັນຕ໌ (Brent) ພຸ່ງທະລຸ 101 ໂດລາຕໍ່ບາເຣວ ເຊິ່ງເປັນລະດັບສູງສຸດນັບແຕ່ເດືອນກໍລະກົດ 2026 ເປັນຕົ້ນມາ ຂະນະທີ່ WTI ຂອງສະຫະລັດກໍຂະຫຍັບຂຶ້ນແຕະ 96 ໂດລາ. 

ປັດໄຈຫຼັກທີ່ຍູ້ໃຫ້ລາຄາພະລັງງານໂລກປັ່ນປ່ວນ ມາຈາກຄວາມເຄັ່ງຕຶງທາງທະຫານທີ່ຮຸນແຮງຂຶ້ນໃນພາກພື້ນຕາເວັນອອກກາງ ໂດຍສະເພາະການໂຈມຕີກັນລະຫວ່າງສະຫະລັດ ແລະ ອີຣ່ານ, ລວມເຖິງເຫດການກຸ່ມຮູທີໂຈມຕີສະຖານທີ່ພະລັງງານຂອງຊາອຸດີອາຣາເບຍ ເຊິ່ງໄດ້ສ້າງຄວາມສ່ຽງ ແລະ ລົບກວນການຂົນສົ່ງນ້ຳມັນຜ່ານຊ່ອງແຄບຮໍມຸດ ທີ່ກວມເອົາເຖິງ 20% ຂອງການຂົນສົ່ງນ້ຳມັນໂລກ. 

ນອກຈາກນີ້ ຄວາມຕ້ອງການພະລັງງານທີ່ເລີ່ມຟື້ນຕົວຈາກຈີນ ຍິ່ງເປັນປັດໄຈໜູນໃຫ້ລາຄານ້ຳມັນແພງຂຶ້ນ ແລະ ສ່ຽງທີ່ຈະກົດດັນໃຫ້ອັດຕາເງິນເຟີ້ທົ່ວໂລກຮຸນແຮງຂຶ້ນຕື່ມ.

ເພື່ອຮັບປະກັນການຄຸ້ມຄອງລາຄາໃຫ້ເປັນເອກະພາບ ແລະ ປ້ອງກັນບໍ່ໃຫ້ເກີດການສວຍໂອກາດໃນໄລຍະທີ່ເສດຖະກິດມີຄວາມອ່ອນໄຫວ, ທາງການໄດ້ມອບໝາຍໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ທຸກແຂວງ ແລະ ນະຄອນຫຼວງ, ຕະຫຼອດຮອດສະມາຄົມນ້ຳມັນເຊື້ອໄຟ ແລະ ປ້ຳຂາຍຍ່ອຍ ຈັດຕັ້ງປະຕິບັດລາຄາໃໝ່ຢ່າງເຂັ້ມງວດ. 

ພ້ອມກັນນີ້ ຍັງໄດ້ຮຽກຮ້ອງໃຫ້ຜູ້ບໍລິໂພກຊ່ວຍກັນເປັນຫູເປັນຕາ ຫາກພົບເຫັນປ້ຳນ້ຳມັນໃດສວຍໂອກາດກັກຕຸນ ຫຼື ຂາຍເກີນລາຄາທີ່ລັດກຳນົດ ແມ່ນສາມາດແຈ້ງພາກສ່ວນກ່ຽວຂ້ອງຜ່ານສາຍດ່ວນ 1510 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ທັນທີ ເພື່ອດຳເນີນມາດຕະການຢ່າງເດັດຂາດ.

#LaoXperts #ປັບລາຄານ້ຳມັນ2026 #ຂ່າວນ້ຳມັນລາວ #ກະຊວງອຸດສາຫະກຳແລະການຄ້າ #ເສດຖະກິດລາວ #ລາຄານ້ຳມັນໃໝ່ #ສາຍດ່ວນ1510 #ວິກິດພະລັງງານໂລກ

Comments are disabled