ປົກເວັບ 2026 09 04T230349 935

ຕະຫຼາດໂກໂກ້ໂລກສ່ຽງຂາດແຄນໜັກ ຫຼັງປະເຊີນສະພາບອາກາດແປປວນ

ອຸດສາຫະກຳຊັອກໂກແລັດທົ່ວໂລກກຽມຮັບມືຕົ້ນທຶນທີ່ສູງຂຶ້ນ ຫຼັງຕະຫຼາດໂກໂກ້ສ່ຽງກັບເຂົ້າສູ່ພາວະຂາດດຸນຢ່າງໜັກ ເນື່ອງຈາກຜົນຜະລິດຈາກປະເທດການາເຊິ່ງເປັນຜູ້ຜະລິດອັນດັບ 2 ຂອງໂລກ ຈໍ່ຫຼຸດລົງກວ່າ 1 ໃນ 3 ຈາກຜົນກະທົບຂອງສະພາບອາກາດແປປວນ ແລະ ພະຍາດລະບາດ.

ຕາມການລາຍງານຂອງສຳນັກຂ່າວ Bloomberg ລະບຸວ່າ ຜົນຜະລິດໂກໂກ້ຂອງປະເທດການາໃນລະດູການ 2026-2027 ມີທ່າອ່ຽງຫຼຸດລົງມາຢູ່ທີ່ປະມານ 470,000 ເຖິງ 620,000 ໂຕນ ຈາກເດີມທີ່ເຄີຍຜະລິດໄດ້ປະມານ 760,000 ໂຕນໃນລະດູການກ່ອນໜ້າ. 

ທ່ານ Wisdom Kofi Dogbey ຜູ້ອຳນວຍການບໍລິສັດ ສົ່ງອອກໂກໂກ້ຂອງລັດຖະບານການາ ເປີດເຜີຍວ່າ ຫາກຜົນຜະລິດຫຼຸດລົງແຕະລະດັບຕ່ຳສຸດທີ່ 470,000 ໂຕນ ຈະເທົ່າກັບວ່າການສະໜອງຫາຍໄປຫຼາຍກວ່າ 1 ໃນ 3 ເຊິ່ງຕົວເລກຄາດການຫຼ້າສຸດນີ້ຍັງຕ່ຳກວ່າທີ່ເຄີຍປະເມີນໄວ້ໃນເດືອນສິງຫາ ສະທ້ອນໃຫ້ເຫັນເຖິງຄວາມສ່ຽງທີ່ນັບມື້ນັບຮຸນແຮງຂຶ້ນຕໍ່ຕ່ອງໂສ້ອຸປະທານໂລກ. 

ສາເຫດຫຼັກແມ່ນມາຈາກສວນໂກໂກ້ທັງໃນການາ ແລະ ໄອວໍຣີໂຄສຕ໌ (Ivory Coast) ຕ້ອງປະເຊີນກັບຝົນຕົກໜັກໃນຊ່ວງຫຼາຍເດືອນທີ່ຜ່ານມາ ສົ່ງຜົນໃຫ້ເກີດການລະບາດຂອງພະຍາດໝາກເນົ່າດຳ (Black Pod) ຢ່າງໜັກໜ່ວງ.

ສະຖານະການດັ່ງກ່າວອາດຮ້າຍແຮງຂຶ້ນຈາກປາກົດການແອລນີໂຢ (El Niño) ທີ່ກຳລັງທະວີຄວາມຮຸນແຮງ ເຊິ່ງຈະເຮັດໃຫ້ພື້ນທີ່ປູກໃນອາຟຣິກາຕາເວັນຕົກແຫ້ງແລ້ງກວ່າປົກກະຕິ ບວກກັບບັນຫາຕົ້ນໂກໂກ້ທີ່ເຖົ້າແກ່ໃນຫຼາຍພື້ນທີ່ ເຊິ່ງລ້ວນແຕ່ເປັນປັດໄຈຈຳກັດການຜະລິດ ແລະ ຍູ້ໃຫ້ລາຄາໂກໂກ້ໃນຕະຫຼາດໂລກປັບຕົວສູງຂຶ້ນ. 

ຈາກສິ່ງທ້າທາຍດ້ານສະພາບອາກາດນີ້ ເຮັດໃຫ້ນັກວິເຄາະຈາກຫຼາຍສຳນັກ ເຊັ່ນ BMI ແລະ Hedgepoint Global Markets ໄດ້ທະຍອຍປັບຫຼຸດການຄາດການສ່ວນເກີນຂອງອຸປະທານໂກໂກ້ໂລກລົງ. ໃນຂະນະດຽວກັນ ຜູ້ບໍລິຫານລະດັບສູງຂອງ Guan Chong Berhad ບໍລິສັດແປຮູບໂກໂກ້ລາຍໃຫຍ່ທີ່ສຸດຂອງອາຊີ ກໍຄາດການວ່າຕະຫຼາດໂກໂກ້ໂລກອາດປີ້ນກັບເຂົ້າສູ່ພາວະຂາດດຸນ (Deficit) ຢ່າງຫຼີກລ່ຽງບໍ່ໄດ້ ໂດຍຄວາມກັງວົນເຫຼົ່ານີ້ໄດ້ຊ່ວຍໜູນໃຫ້ລາຄາສັນຍາຊື້ຂາຍລ່ວງໜ້າ (Futures contracts) ຂອງໂກໂກ້ໃນຕະຫຼາດນິວຢອກປັບຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງຕະຫຼອດ 6 ເດືອນທີ່ຜ່ານມາ.

#LaoXperts #ເສດຖະກິດໂລກ #ຕະຫຼາດໂກໂກ້ #ອຸປະທານສິນຄ້າ #ວິກິດສະພາບອາກາດ #ElNino

Comments are disabled