ລາວ-ເກົາຫຼີ ຈັບມືລົງນາມ MOU ໂຄງການໂຊລາເຊວເທິງໜ້ານ້ຳ ແລະ ບຸກເບີກຕະຫຼາດກາກບອນເຄຣດິດ
ສປປ ລາວ ແລະ ສ ເກົາຫຼີ ຍົກລະດັບການເປັນຄູ່ຮ່ວມມືຍຸດທະສາດດ້ານພະລັງງານສະອາດ ຜ່ານງານ “The 2nd Korea–Laos Net-Zero Partnership 2026” ມຸ່ງດຶງດູດການລົງທຶນສີຂຽວ ແລະ ເຕັກໂນໂລຊີລ້ຳສະໄໝ ເພື່ອຊຸກຍູ້ການປ່ຽນຜ່ານປະເທດລາວສູ່ເສດຖະກິດກາກບອນຕ່ຳ ພ້ອມສ້າງລາຍຮັບໃໝ່ຈາກຕະຫຼາດກາກບອນເຄຣດິດລະດັບສາກົນ.
ຕາມການລາຍຂອງໜັງສືພີມ ປະຊາຊົນ, ງານດັ່ງກ່າວໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນທ້າຍເດືອນສິງຫາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການນຳພາຂອງອົງການ KOTRA ແລະ ໄດ້ຮັບການສະໜັບສະໜູນຢ່າງແຂງແຮງຈາກກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມດ້ວຍສະຖາບັນ GGGI.
ໃນໂອກາດນີ້, ທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສົມທົບທຶນຮອນ ແລະ ເຕັກໂນໂລຊີຈາກຕ່າງປະເທດ ເຂົ້າກັບທ່າແຮງບົ່ມຊ້ອນພາຍໃນປະເທດ.
ສິ່ງດັ່ງກ່າວເປັນການຢືນຢັນເຖິງເຈດຕະນາລົມອັນແນ່ວແນ່ຂອງລັດຖະບານລາວ ທີ່ເປີດກວ້າງໃຫ້ພາກເອກະຊົນເຂົ້າມາມີສ່ວນຮ່ວມຢ່າງຈິງຈັງ ໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ບັນລຸເປົ້າໝາຍການປ່ອຍອາຍພິດເຮືອນແກ້ວເປັນສູນ.
ສອດຄ່ອງກັບວິໄສທັດດັ່ງກ່າວ, ທ່ານ Koo Bon Kyung ປະທານ KOTRA ປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ໂອເຊອານີ ໄດ້ຊີ້ໃຫ້ເຫັນວ່າ ສປປ ລາວ ມີທ່າແຮງສູງທີ່ຈະກາຍເປັນຄູ່ຮ່ວມມືຍຸດທະສາດຫຼັກສຳລັບນັກລົງທຶນຈາກ ສ ເກົາຫຼີ. ພາຍໃນງານໄດ້ມີການຍົກທັບ 17 ບໍລິສັດຊັ້ນນຳຈາກ ສ ເກົາຫຼີ ມານຳສະເໜີເຕັກໂນໂລຊີແຫ່ງອະນາຄົດ ເຊັ່ນ: ລະບົບກັກເກັບພະລັງງານແບັດເຕີຣີ (BESS), ການຜະລິດພະລັງງານຈາກຂີ້ເຫຍື້ອ, ຍານຍົນໄຟຟ້າ (EV) ແລະ ລະບົບຕິດຕາມກາກບອນ.
ກິດຈະກຳນີ້ໄດ້ເປີດເວທີການຈັບຄູ່ທຸລະກິດແບບ 1:1 ເຊື່ອມໂຍງອົງການພາກລັດ ແລະ ຜູ້ພັດທະນາໂຄງການຂອງລາວ ເຂົ້າກັບແຫຼ່ງທຶນ ແລະ ນະວັດຕະກຳໃໝ່ ເພື່ອປ່ຽນແຜນນະໂຍບາຍໃຫ້ກາຍເປັນການລົງທຶນຕົວຈິງ.
ຜົນສຳເລັດທີ່ໂດດເດັ່ນທີ່ສຸດຂອງງານຄືການປະກາດລົງນາມຕໍ່ອາຍຸບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງກຸ່ມນັກລົງທຶນເກົາຫຼີ CS Tech, Dasco ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen). ການຮ່ວມມືດັ່ງກ່າວ ບໍ່ພຽງແຕ່ເປັນການຍູ້ແຮງໂຄງການພະລັງງານແສງຕາເວັນເທິງໜ້ານ້ຳ (Floating Solar) ທີ່ຫ້ວຍລຳພັນຕອນລຸ່ມເທົ່ານັ້ນ, ແຕ່ຍັງເປັນບາດກ້າວສຳຄັນໃນການບຸກເບີກໂອກາດການສ້າງກາກບອນເຄຣດິດ ແລະ ການຊື້-ຂາຍຜົນການຫຼຸດຜ່ອນອາຍພິດລະຫວ່າງປະເທດ ພາຍໃຕ້ມາດຕາ 6.2 ຂອງສັນຍາປາຣີ.
ເຫດການນີ້ຈຶ່ງນັບເປັນຂີດໝາຍອັນສຳຄັນທີ່ປ່ຽນແປງຄວາມມຸ່ງໝັ້ນດ້ານສະພາບອາກາດຂອງສອງຊາດ ໃຫ້ກາຍເປັນໂຄງການຮ່ວມມືທາງທຸລະກິດໄລຍະຍາວ ທີ່ສ້າງຜົນປະໂຫຍດທາງເສດຖະກິດ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມໄປພ້ອມໆກັນ.
#LaoXperts #NetZeroPartnership #ເສດຖະກິດສີຂຽວ #ພະລັງງານສະອາດ #CarbonCredit #ການລົງທຶນລາວເກົາຫຼີ #GreenEnergy #LaoEconomy


