ປົກເວັບ 2026 09 01T164311 190

ກຽມຈັດໃຫຍ່! ງານ Made in Laos 2026 ປຸກກະແສຊົມໃຊ້ສິນຄ້າພາຍໃນ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ກຽມຈັດງານວາງສະແດງຜະລິດຕະພັນລາວ 2026 (Made in Laos 2026) ຢ່າງຍິ່ງໃຫຍ່ ເພື່ອຊຸກຍູ້ການຊົມໃຊ້ສິນຄ້າພາຍໃນ ແລະ ຍົກລະດັບ SME ສູ່ສາກົນ, ພ້ອມທັງດຶງເມັດເງິນລົງທຶນມະຫາສານເພື່ອກະຕຸ້ນເສດຖະກິດຖານຮາກຂອງປະເທດຢ່າງຍືນຍົງ.

ຕາມການລາຍງານຂອງ ໜັງສືພີມ ເສດຖະກິດການຄ້າ, ພິທີແຖງຂ່າວການຈັດງານດັ່ງກ່າວໄດ້ມີຂຶ້ນໃນວັນທີ 1 ກັນຍາ 2026 ທີ່ ສຄອຊ ໂດຍການເປັນປະທານຂອງທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສຄອຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ. 

ງານໃນປີນີ້ຈະຈັດຂຶ້ນຢ່າງຄຶກຄື້ນໃນລະຫວ່າງວັນທີ 03-11 ຕຸລາ 2026 ທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ. ຄວາມພິເສດທີ່ພົ້ນເດັ່ນຂອງປີນີ້ຄືການໄດ້ຮັບກຽດເປັນເຈົ້າພາບຮ່ວມຂອງແຂວງຫົວພັນ ເຊິ່ງຈະມີການເນລະມິດ Booth Pavilion ທີ່ອອກແບບຕົກແຕ່ງຢ່າງເປັນເອກະລັກ ເພື່ອຖ່າຍທອດວິຖີຊີວິດ, ຮີດຄອງປະເພນີ, ວັດທະນະທຳ, ອາຫານການກິນ ແລະ ແຫຼ່ງທ່ອງທ່ຽວທີ່ໂດດເດັ່ນຂອງແຂວງ ສູ່ສາຍຕານັກທ່ອງທ່ຽວ ແລະ ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.

ງານວາງສະແດງຄັ້ງນີ້ຖືເປັນເວທີຍຸດທະສາດສຳຄັນໃນການຂັບເຄື່ອນເສດຖະກິດ ໂດຍຈະມີຫ້ອງສະແດງສິນຄ້າເຖິງ 204 ຫ້ອງ ຈາກ 160 ບໍລິສັດ ໃນ 17 ແຂວງທົ່ວປະເທດ ທີ່ກວມເອົາ 8 ຂະແໜງການຫຼັກເຊັ່ນ: ສິນຄ້າຕິດກາ Made in Laos, ສິນຄ້າ ODOP, ຫັດຖະກຳ, ກະສິກຳ, ເຟີນີເຈີ ໄປຈົນເຖິງອຸດສາຫະກຳໜັກ-ເບົາ ແລະ ການທ່ອງທ່ຽວ. 

ຈຸດປະສົງຫຼັກແມ່ນເພື່ອສ້າງໂອກາດໃຫ້ຜູ້ປະກອບການຂະໜາດນ້ອຍ ແລະ ກາງ ໄດ້ຍົກລະດັບມາດຕະຖານການຜະລິດ, ເປີດຕະຫຼາດໃໝ່, ແລກປ່ຽນເຕັກນິກວິຊາການ ແລະ ເຈລະຈາຈັບຄູ່ທຸລະກິດ ເຊິ່ງຈະເປັນການສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ຫຼຸດຜ່ອນການນຳເຂົ້າສິນຄ້າຈາກຕ່າງປະເທດ. 

ນອກຈາກການຊື້-ຂາຍແລ້ວ ພາຍໃນງານຍັງອັດແໜ້ນໄປດ້ວຍກິດຈະກຳສຳມະນາໃຫ້ຄວາມຮູ້ ແລະ ຄວາມບັນເທີງຢ່າງຄົບວົງຈອນ.

ອີກໜຶ່ງບາດກ້າວສຳຄັນທີ່ເປັນຜົນກະທົບເຊີງບວກຢ່າງຊັດເຈນໃນການຖະແຫຼງຂ່າວຄັ້ງນີ້ ແມ່ນການສ້າງຄວາມເຂັ້ມແຂງຜ່ານການຮ່ວມມືຍຸດທະສາດລະຫວ່າງພາກລັດ ແລະ ເອກະຊົນ ໂດຍບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ສຄອຊ ເພື່ອສະໜັບສະໜູນງານຜະລິດຕະພັນລາວຢ່າງຕໍ່ເນື່ອງເປັນເວລາ 3 ປີ (2027-2029) ດ້ວຍມູນຄ່າສູງເຖິງ 900 ລ້ານກີບ. 

ການສະໜັບສະໜູນໄລຍະຍາວດັ່ງກ່າວ ບວກກັບການອູ້ມຊູຈາກ ບໍລິສັດ ເບຍລາວ ຈຳກັດ ຈະກາຍເປັນກຳລັງແຮງອັນສຳຄັນທີ່ຊ່ວຍຄໍ້າຊູພາກທຸລະກິດລາວໃຫ້ເຕີບໃຫຍ່, ເຂັ້ມແຂງ ແລະ ສາມາດແຂ່ງຂັນໃນເວທີການຄ້າພາກພື້ນໄດ້ຢ່າງເຕັມພາກພູມ.

#LaoXperts #MadeInLaos2026 #ສິນຄ້າລາວເພື່ອຄົນລາວ #ເສດຖະກິດລາວ #LNCCI #ທ່ອງທ່ຽວຫົວພັນ #SMEລາວ #PetroTradeLaos #ສະໜັບສະໜູນສິນຄ້າລາວ

Comments are disabled