ນາຍົກ ອວຍພອນມື້ໄຂສົກຮຽນໃໝ່, ພ້ອມເນັ້ນຢໍ້າ ໃຫ້ປັບປຸງການສຶກສາໃຫ້ດີຂຶ້ນ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ມີຄວາມພະຍາຍາມຫຼາຍຂຶ້ນໃນການປັບປຸງການສຶກສາ ໃນຂະນະທີ່ນັກຮຽນ ແລະ ຄູອາຈານທົ່ວປະເທດລາວ ໄດ້ເລີ່ມຕົ້ນສົກຮຽນປີ 2026–2027.
ໃນສານເນື່ອງໃນໂອກາດເປີດສົກຮຽນໃໝ່, ທ່ານນາຍົກລັດຖະມົນຕີ ໄດ້ຖືໂອກາດ ຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກ ແພງອັນສະໜິດສະໜົມ ແລະ ສົ່ງຄວາມເປັນຫ່ວງເປັນໄຍຢ່າງຈິງໃຈມາຍັງຜູ້ບໍລິຫານການສຶກສາ, ວິທະ ຍາສາດ ແລະ ກິລາ ທຸກຂັ້ນ, ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ, ທຸກສາຍ, ທຸກລະດັບ, ທຸກຂົງເຂດ ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດມານະໂອກາດນີ້.
ທ່ານ ນາຍົກກ່າວວ່າ ພັກ, ລັດຖະບານ ຍາມໃດກໍຖືວຽກງານການສຶກສາ, ການພັດທະນາຊັບພະຍາກອນມະນຸດ ເປັນວຽກງານບູລິມະສິດແຖວໜ້າທີ່ສຳຄັນ ໂດຍຖື “ເອົາການສຶກສາ ໄປກ່ອນວຽກງານອື່ນກ້າວໜຶ່ງ”, “ເອົາຄົນເປັນເປົ້າໝາຍ, ເປັນໃຈກາງ” ເພື່ອກາຍເປັນກໍາລັງແຮງງານ ທີ່ມີຄຸນນະພາບຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນໄລຍະໃໝ່ ແລະ ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃນແຕ່ລະໄລຍະ ໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ.
ການສຶກສາເປັນອົງປະກອບທີ່ສຳຄັນ ແລະ ເປັນປັດໄຈພື້ນຖານຕົ້ນຕໍໃນການສ້າງຄົນໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ, ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດ.
ເພື່ອກຽມຄວາມພ້ອມໃຫ້ແກ່ການຮຽນ-ການສອນ ໃນສົກຮຽນ 2026-2027 ທີ່ປຽບດັ່ງປາງບຸນໃຫຍ່ຂອງສົກການສຶກສາ ໃຫ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີປະສິດທິຜົນ, ຮັບປະກັນຄຸນນະພາບການຮຽນ-ການສອນ, ແກ້ໄຂບັນຫາ, ຈຸດຄົງຄ້າງໃນສົກຮຽນຜ່ານມາ ເປັນຕົ້ນ ອັດຕາການປະລະການຮຽນເຖິງວ່າມີທ່າອ່ຽງຫລຸດລົງ ແຕ່ກໍຍັງບໍ່ທັນສາມາດແກ້ໄຂໄດ້ຢ່າງຂາດຕົວ, ບັນຫາຂາດຄູສອນ ແລະ ການເຂົ້າຮຽນສາຍອາຊີວະ ແລະ ການສຶກສາຊັ້ນສູງ ຍັງບໍ່ທັນໄດ້ຮັບການຫັນປ່ຽນຢ່າງແຂງແຮງ ແລະ ອື່ນໆ; ເພື່ອສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ທ່ານ ນາຍົກ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ທັງຜູ້ຮັບຜິດຊອບວຽກງານສຶກສາທິການ ແລະ ກິລາໂດຍກົງ ແລະ ທົ່ວປວງຊົນລາວທັງຊາດ ໃຫ້ພ້ອມກັນເອົາໃຈໃສ່ ດັ່ງນີ້:
1. ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ ຈົ່ງເຊີດຊູ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືືອງຂອງຕົນໃຫ້ສູງຂຶ້ນ, ກຳແໜ້ນສະພາບຂອງບັນດາສະຖານການສຶກສາ, ມີການຕິດຕາມ, ຊຸກຍູ້ຢ່າງໃກ້ຊິດ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານເປັນປົກກະຕິ ແລະ ຕໍ່ເນື່ອງ, ເອົາໃຈໃສ່ສ້າງຂະບວນການກິລາ-ກາຍຍະກໍາ, ສິລະປະ, ວັນນະຄະດີ ແລະ ສ້າງສະພາບແວດລ້ອມ, ສິ່ງອຳນວຍຄວາມສະດວກຂອງໂຮງຮຽນ ໃຫ້ມີບັນຍາກາດອັນໃໝ່ ເພື່ອດຶງດູດນັກຮຽນ-ນັກສຶກສາ ມີຄວາມສົນໃຈໃນການຮໍ່າຮຽນ ແລະ ໃຫ້ຄວາມສຳຄັນຕໍ່ການຮ່ຳຮຽນຫຼາຍຂຶ້ນ;
2. ການນໍາກະຊວງສຶກສາທິການ ແລະ ກິລາ, ການນໍາຂອງພະແນກສຶກສາທິການ ແລະ ກິລາ, ນະຄອນຫຼວງວຽງຈັນ, ບັນດາແຂວງ, ເມືອງ, ນະຄອນສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຜົນສຳ ເລັດ ກໍຄື ມະຕິກອງປະຊຸມຜູ້ບໍລິຫານງານການສຶກສາທົ່ວປະເທດ ປະຈຳສົກຮຽນ 2025-2026 ເຂົ້າສູ່ວຽກງານຕົວຈິງໃຫ້ເປັນຮູບປະທໍາ;
3. ບັນດາ-ຄູອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ ໃນການປະຕິບັດໜ້າທີ່ວິຊາສະເພາະຕາມຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍດ້ວຍຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນ, ຈັນຍາທຳຕໍ່ວິຊາຊີບຂອງຕົນ, ເປັນເຈົ້າການປະຕິບັດ 3 ລັກສະນະ 5 ຫລັກມູນ ຂອງການສຶກສາ, ຮໍ່າຮຽນເອົາເຕັກນິກອັນໃໝ່ມາໝູນໃຊ້ເຂົ້າໃນການກະກຽມບົດສອນ, ຈັດຮູບແບບການຮຽນ-ການສອນໃຫ້ມີຄວາມຫລາກຫຼາຍ ເພື່ອດຶງດູດນັກຮຽນ-ນັກສຶກສາໃຫ້ມີຄວາມສົນໃຈ, ມີຄວາມຕັ້ງໃຈໃນການຮໍ່າຮຽນ.
4. ຮຽກຮ້ອງມາຍັງ ພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກສຶກສາ ຈົ່ງພ້ອມກັນສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍລູກຫລານຂອງຕົນ ທີ່ຢູ່ໃນເກນອາຍຸ ໃຫ້ໄປເຂົ້າໂຮງຮຽນ ແລະ ໃຫ້ເຂົາເຈົ້າສືບຕໍ່ຮຽນຈົນຈົບຢ່າງໜ້ອຍ ການສຶກສາພາກບັງຄັບ (ຊັ້ນມັດທະຍົມສຶກສາປີທີ 4) ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ຂັ້ນພື້ນຖານ ເພື່ອໄປຕໍ່ຍອດໃນສາຍອາຊີບ ແລະ ສາມາດສືບຕໍ່ຮຽນໃນຊັ້ນທີ່ສູງຂຶ້ນໄປ, ໃຫ້ນັບມື້ຫຼາຍຂຶ້ນ, ໃຫ້ຖືວຽກນີ້ເປັນພັນທະ, ເປັນຄວາມຮັບຜິດຊອບລວມຕໍ່ສັງຄົມ ຂອງຜູ້ປົກຄອງ ກໍຄື ເພື່ອອະນາຄົດທີ່ດີຂອງລູກຫຼານ;
5. ສໍາລັບ, ລູກຫລານນັກຮຽນ-ນັກສຶກສາຈົ່ງພາກັນຕັ້ງໃຈຄົ້ນຄວ້າຮ່ຳຮຽນ ຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫລໍ່ຫລອມໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງຂອງຄູ-ອາຈານ, ເປັນລູກຫລານທີ່ດີຂອງພໍ່ແມ່ຜູ້ປົກຄອງ, ເປັນພົນລະເມືອງທີ່ດີຂອງປະເທດຊາດ;
6. ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນ-ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນ, ໂຮງຮຽນພາກເອກະຊົນ, ຫົວໜ່ວຍທຸລະກິດ ແລະ ສັງຄົມ ຈົ່ງພ້ອມກັນປະກອບສ່ວນຕາມພາລະບົດບາດຂອງຕົນ ໃນການສຶກສາອົບຮົມແນວຄິດໃຫ້ແກ່ນັກຮຽນ-ນັກສຶກສາ, ຊ່ວຍຄູອາຈານ ໃນການປະຕິບັດໜ້າທີ່, ມີສ່ວນຮ່ວມໃນຂະບວນການ ສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນ-ນັກສຶກສາ ຮັບຮູ້, ເຂົ້າໃຈເລິກເຊິ່ງ ແລະ ກວ້າງຂວາງ ເຫັນໄດ້ຄວາມສຳຄັນ, ຈຳ ເປັນ ແລະ ຄຸນປະໂຫຍດຂອງການສຶກສາ, ຖືເອົາວຽກງານການສຶກສາ ເປັນໜ້າທີ່ ແລະ ຄວາມຮັບຜິດ ຊອບຂອງໝົດທຸກຄົນໃນທົ່ວສັງຄົມຂອງປະເທດເຮົາ.
ໃນໂອກາດນີ້, ທ່ານ ນາຍົກ ໄດ້ຮຽກຮ້ອງມາຍັງທຸກການຈັດຕັ້ງ ທັງພາກລັດ ແລະ ພາກເອກະຊົນ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ໃນຂອບເຂດທົ່ວປະເທດ ຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການຮ່ວມກັບຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນການກະກຽມຄວາມພ້ອມ, ສ້າງເງື່ອນໄຂສິ່ງອໍານວຍຄວາມສະດວກ ແລະ ຊ່ວຍເຫຼືອ, ສະໜັບສະໜູນ ຕາມຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນ ເພື່ອເຮັດໃຫ້ສົກຮຽນໃໝ່ 2026-2027 ໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບ ງາມ.
#LaoX #ສົກຮຽນໃໝ່ #ເປີດສົກຮຽນໃໝ່ #ການສຶກສາລາວ #ສົກຮຽນ2026_2027 #ພັດທະນາການສຶກສາ #ນາຍົກລັດຖະມົນຕີ #ລັດຖະບານລາວ #ຊັບພະຍາກອນມະນຸດ #ປະເທດລາວ #LaoEducation #BackToSchoolLaos #Laos


