ປົກເວັບ 2026 08 31T145721 503

ວັງວຽງ ສຳເລັດໂຄງການຍົກລະດັບເສັ້ນທາງເທສະບານ 2,7 ລ້ານໂດລາ ກ້າວສູ່ເມືອງທ່ອງທ່ຽວສີຂຽວແບບຍືນຍົງ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ສຳເລັດໂຄງການປັບປຸງເສັ້ນທາງເທສະບານເມືອງວັງວຽງ ມູນຄ່າ 2,7 ລ້ານກວ່າໂດລາສະຫະລັດ ເພື່ອພິກໂສມໜ້າຕົວເມືອງສູ່ການເປັນເມືອງທ່ອງທ່ຽວສີຂຽວທີ່ທັນສະໄໝ, ປອດໄພ ແລະ ໄຮ້ນ້ຳຖ້ວມຂັງ ຫວັງກະຕຸ້ນເສດຖະກິດ, ດຶງດູດນັກລົງທຶນ ແລະ ຍົກລະດັບຄຸນນະພາບຊີວິດປະຊາຊົນທ້ອງຖິ່ນຢ່າງຍືນຍົງ.

ຕາມການລາຍງານຂອງ ປະເທດລາວ, ພິທີມອບ-ຮັບໂຄງການດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 30 ສິງຫາ 2026 ທີ່ຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະນຳແຂວງວຽງຈັນ, ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ (ADB) ແລະ ພາກສ່ວນທີ່ກ່ຽວຂ້ອງ. 

ໂຄງການນີ້ ແມ່ນໜຶ່ງໃນຄວາມພະຍາຍາມພາຍໃຕ້ໂຄງການພັດທະນາພື້ນຖານໂຄງລ່າງເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນ້ຳຂອງ ໄລຍະ 2 ໂດຍໄດ້ຮັບການສະໜັບສະໜູນທຶນຊ່ວຍເຫຼືອລ້າຈາກ ADB. 

ດ້ວຍມູນຄ່າການກໍ່ສ້າງທີ່ສູງເຖິງ 2.761.132 ໂດລາສະຫະລັດ ທີ່ດຳເນີນການກໍ່ສ້າງໂດຍລັດວິສາຫະກິດກໍ່ສ້າງທາງເລກ 8 ແລະ ບໍລິສັດ ແອວບີດີ ຈອຍເວັນເຈີ, ໂຄງການໄດ້ສຳເລັດລົງ 100% ກ່ອນໜ້ານີ້ໃນທ້າຍເດືອນກໍລະກົດ. ການປັບປຸງຄັ້ງໃຫຍ່ນີ້ ໄດ້ກວມເອົາເສັ້ນທາງສາຍຫຼັກພາຍໃນເທສະບານເມືອງເຖິງ 13 ເສັ້ນ ລວມຄວາມຍາວ 5,4 ກິໂລແມັດ ໂດຍໄດ້ຍົກລະດັບໜ້າທາງດ້ວຍການປູຢາງອັດສະຟານເພື່ອມາດຕະຖານການສັນຈອນທີ່ດີຂຶ້ນ. 

ສິ່ງສຳຄັນແມ່ນການເຂົ້າແກ້ໄຂບັນຫາຊຳເຮື້ອເລື່ອງນ້ຳຖ້ວມຂັງ ດ້ວຍການກໍ່ສ້າງ ແລະ ປັບປຸງລະບົບຮ່ອງລະບາຍນ້ຳຍາວລວມກວ່າ 10 ກິໂລແມັດ ພ້ອມທັງປັບປຸງທາງຍ່າງ, ປູກຕົ້ນໄມ້ສ້າງຄວາມຮົ່ມເຢັນ, ຕິດຕັ້ງລະບົບໄຟເຍືອງທາງ ແລະ ປ້າຍສັນຍານຈະລາຈອນຢ່າງຄົບຖ້ວນ ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຕົວເມືອງ. 

ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຕີລາຄາສູງຕໍ່ຜົນສຳເລັດດັ່ງກ່າວ ໂດຍເນັ້ນຢ້ຳວ່າ ໂຄງການນີ້ຄືກົນໄກສຳຄັນໃນການອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວ ເຊິ່ງຈະສົ່ງຜົນບວກໂດຍກົງຕໍ່ການສ້າງລາຍຮັບ, ດຶງດູດການລົງທຶນ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ. 

ພ້ອມດຽວກັນນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ອົງການປົກຄອງທຸກຂັ້ນ ຕະຫຼອດຮອດປະຊາຊົນຊາວເມືອງວັງວຽງ ຮ່ວມແຮງຮ່ວມໃຈກັນປົກປັກຮັກສາຜົນງານນີ້ໄວ້ໃຫ້ຍືນຍົງ ເພື່ອສືບຕໍ່ຍູ້ແຮງວັງວຽງໃຫ້ກ້າວສູ່ການເປັນເມືອງທ່ອງທ່ຽວສີຂຽວ, ສະອາດ, ສວຍງາມ ແລະ ໜ້າຍ່າງທ່ຽວຊົມ ຕາມແຜນແມ່ບົດພັດທະນາເມືອງວັງວຽງ 2026-2036 ຢ່າງເຕັມພາກພູມ.

#LaoX #ວັງວຽງ #ການທ່ອງທ່ຽວລາວ #ໂຄງການປັບປຸງເສັ້ນທາງ #ແຂວງວຽງຈັນ #VangVieng #LaosTourism #ADB #ການພັດທະນາແບບຍືນຍົງ

Comments are disabled