ປົກເວັບ 2026 08 31T205930 642

ອັດຕາຄວາມທຸກຍາກໃນລາວຫຼຸດລົງ ແຕ່ບັນຫາວຽກເຮັດງານທຳທີ່ມີຄຸນນະພາບຍັງເປັນສິ່ງທ້າທາຍ

ອີງຕາມບົດລາຍງານຂອງທະນາຄານໂລກທີ່ເຜີຍແຜ່ໃນເດືອນກໍລະກົດທີ່ຜ່ານມາຊີ້ໃຫ້ເຫັນວ່າ, ເຖິງແມ່ນວ່າ ສປປ ລາວ ຈະສາມາດຫຼຸດຜ່ອນອັດຕາຄວາມທຸກຍາກລົງໄດ້, ແຕ່ປະເທດພວມປະເຊີນກັບສິ່ງທ້າທາຍໃຫຍ່ໃນການສ້າງວຽກເຮັດງານທຳທີ່ມີຄຸນນະພາບ. ບັນຫາດັ່ງກ່າວສົ່ງຜົນກະທົບໂດຍກົງຕໍ່ກຳລັງແຮງງານຊາວໜຸ່ມ ແລະ ການເຕີບໂຕທາງເສດຖະກິດໃນໄລຍະຍາວ, ເຊິ່ງຮຽກຮ້ອງໃຫ້ຕ້ອງເລັ່ງຍົກລະດັບສີມືແຮງງານເພື່ອຮັບມືກັບອະນາຄົດ.

ບົດລາຍງານລະບຸວ່າ ຕະຫຼອດໄລຍະໜຶ່ງທົດສະວັດທີ່ຜ່ານມາ, ສປປ ລາວ ໄດ້ມີຄວາມຄືບໜ້າຢ່າງໜ້າປະທັບໃຈໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໂດຍອັດຕາຄວາມທຸກຍາກລະດັບຊາດໄດ້ຫຼຸດລົງຈາກ 24,6% ໃນປີ 2012 ມາຢູ່ທີ່ 15% ໃນປີ 2024 ເຊິ່ງໝາຍຄວາມວ່າປະຊາຊົນຫຼາຍກວ່າເຄິ່ງລ້ານຄົນສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້. ຫຼາຍຄອບຄົວມີທີ່ຢູ່ອາໄສທີ່ດີຂຶ້ນ, ເຂົ້າເຖິງໄຟຟ້າ ແລະ ສາທາລະນຸປະໂພກພື້ນຖານຕ່າງໆ. 

ຢ່າງໃດກໍຕາມ, ຄວາມຄືບໜ້າດັ່ງກ່າວພວມປະເຊີນກັບພາວະຊະລໍຕົວ ເຊິ່ງເປັນຜົນກະທົບສືບເນື່ອງມາຈາກການລະບາດຂອງພະຍາດໂຄວິດ-19, ວິກິດການເງິນເຟີ້ ແລະ ຄ່າຄອງຊີບທີ່ສູງຂຶ້ນ ທີ່ໄດ້ກັດກິນອຳນາດການຊື້ຂອງປະຊາຊົນໃນທົ່ວປະເທດ.

ສິ່ງທີ່ໜ້າເປັນຫ່ວງທີ່ສຸດໃນປັດຈຸບັນຄື ການຂະຫຍາຍຕົວຂອງຕົວເລກຈີດີພີ (GDP) ຍັງບໍ່ທັນສອດຄ່ອງກັບການສ້າງວຽກເຮັດງານທຳທີ່ດີ. 

ການເຕີບໂຕທາງເສດຖະກິດສ່ວນໃຫຍ່ແມ່ນອີງໃສ່ການລົງທຶນໃນຂະແໜງພະລັງງານໄຟຟ້າ ແລະ ບໍ່ແຮ່ທີ່ໃຊ້ຕົ້ນທຶນສູງ ແຕ່ພັດບໍ່ໄດ້ສ້າງວຽກເຮັດງານທຳຫຼາຍເທົ່າທີ່ຄວນ. 

ປັດຈຸບັນ, 82% ຂອງແຮງງານທີ່ທຸກຍາກຍັງຄົງຕິດພັນກັບການເຮັດກະສິກຳ ແລະ ວຽກນອກລະບົບ. 

ຂະນະດຽວກັນ, ເຍົາວະຊົນລາວຈຳນວນຫຼາຍຍັງຂາດໂອກາດ ແລະ ທັກສະທີ່ຈຳເປັນສຳລັບວຽກງານໃນອະນາຄົດ ເຮັດໃຫ້ພວກເຂົາກາຍເປັນແຮງງານທີ່ບໍ່ໄດ້ຮັບຄ່າຈ້າງໃນຄອບຄົວ ຫຼື ກາຍເປັນຜູ້ຫວ່າງງານ.

ນອກຈາກນີ້, ແຜນທີ່ຄວາມທຸກຍາກຂອງລາວກໍພວມປ່ຽນແປງໄປ. ໃນຂະນະທີ່ຄວາມທຸກຍາກສ່ວນໃຫຍ່ຍັງກະຈຸກຕົວຢູ່ໃນເຂດຊົນນະບົດ, ແຕ່ອັດຕາຄວາມທຸກຍາກໃນເຂດຕົວເມືອງພັດເພີ່ມຂຶ້ນຈາກ 7% ມາເປັນ 8,9% ໃນໄລຍະປີ 2018 ຫາ 2024. 

ເມື່ອຂາດແຄນໂອກາດໃນປະເທດ, ແຮງງານລາວຈຳນວນຫຼາຍຈຶ່ງເລືອກທີ່ຈະຍົກຍ້າຍຖິ່ນຖານເພື່ອຊອກຫາວຽກເຮັດ ໂດຍສະເພາະການໄປອອກແຮງງານຢູ່ຕ່າງປະເທດ ເຊິ່ງເຮັດໃຫ້ອັດຕາຄົວເຮືອນທີ່ໄດ້ຮັບເງິນສົ່ງກັບຄືນປະເທດເພີ່ມຂຶ້ນກວ່າສອງເທົ່າຕົວ. 

ເຖິງຢ່າງໃດກໍຕາມ, ຄວາມເປັນຈິງອັນໜຶ່ງທີ່ປະຕິເສດບໍ່ໄດ້ຄື ຄວາມທຸກຍາກຍັງຄົງແຜ່ກະຈາຍບໍ່ເທົ່າທຽມກັນ ໂດຍສະເພາະໃນກຸ່ມຊາດຕິພັນມົ້ງ-ອີວມ້ຽນ ແລະ ມອນ-ຂະແມ ລວມເຖິງກຸ່ມເດັກນ້ອຍອາຍຸຕໍ່າກວ່າ 10 ປີ ທີ່ຍັງຄົງເປັນກຸ່ມທີ່ມີຄວາມສ່ຽງສູງທີ່ສຸດ.

ເພື່ອຮັກສາຄວາມຄືບໜ້າການພັດທະນາໃນຕໍ່ໜ້າ, ສປປ ລາວ ຈຳເປັນຕ້ອງໄດ້ຫັນມາສຸມໃສ່ການລົງທຶນໃສ່ຊັບພະຍາກອນມະນຸດ ແລະ ການສ້າງວຽກເຮັດງານທຳຢ່າງຈິງຈັງ. 

ນີ້ໝາຍລວມເຖິງການຍົກລະດັບລະບົບການສຶກສາ, ການຝຶກອົບຮົມສີມືແຮງງານ ແລະ ການບໍລິການດ້ານສາທາລະນະສຸກ ເພື່ອຊຸກຍູ້ໃຫ້ຊາວໜຸ່ມສາມາດກ້າວເຂົ້າສູ່ຕະຫຼາດແຮງງານທີ່ມີສະມັດຖະພາບສູງໄດ້. 

ພ້ອມດຽວກັນນັ້ນ, ຍັງຕ້ອງໄດ້ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະ ພາກສ່ວນກະສິກຳໃຫ້ສາມາດເຂົ້າເຖິງແຫຼ່ງທຶນ ແລະ ເຕັກໂນໂລຊີ ເພາະການເຕີບໂຕທາງເສດຖະກິດໃນອະນາຄົດຈະສາມາດຫຼຸດຜ່ອນຄວາມທຸກຍາກໄດ້ຢ່າງແທ້ຈິງກໍຕໍ່ເມື່ອການພັດທະນານັ້ນສາມາດເຂົ້າເຖິງທຸກຄົນ ແລະ ທຸກພື້ນທີ່ ໂດຍບໍ່ປະຖິ້ມໃຜໄວ້ຂ້າງຫຼັງ.

#LaoXperts #WorldBank #ເສດຖະກິດລາວ #ຫຼຸດຜ່ອນຄວາມທຸກຍາກ #ຕະຫຼາດແຮງງານ #ການຈ້າງງານ #ຊາວໜຸ່ມລາວ #ການພັດທະນາແບບຍືນຍົງ #LaoPDR #LaosEconomy #PovertyReduction

Comments are disabled