ປົກເວັບ 2026 08 31T143323 506

ຄ່າໄຟຟ້າ ເພີ່ມຂຶ້ນກວ່າ 121% ດັນດັດຊະນີໝວດທີ່ພັກອາໄສ ສ້າງແຮງກົດດັນໜັກຕໍ່ຄ່າຄອງຊີບ

ປະຊາຊົນ ແລະ ພາກທຸລະກິດກຳລັງຮັບພາລະໜັກ ຫຼັງຄ່າໄຟຟ້າເດືອນສິງຫາພຸ່ງສູງຂຶ້ນເຖິງ 121.2% ເມື່ອທຽບປີຕໍ່ປີ. ປັດໄຈດັ່ງກ່າວໄດ້ຍູ້ອັດຕາເງິນເຟີ້ໃນໝວດທີ່ພັກອາໄສ ແລະ ສາທາລະນູປະໂພກໃຫ້ສູງກວ່າ 30.2%, ສົ່ງຜົນກະທົບໂດຍກົງຕໍ່ຕົ້ນທຶນການດຳລົງຊີບ ແລະ ຄວາມສາມາດໃນການແຂ່ງຂັນຂອງພາກການຜະລິດ.  

ໂຕນຳໜ້າທີ່ດັນໃຫ້ອັດຕາເງິນເຟີ້ໃນເດືອນສິງຫາ 2026 ຍັງຄົງມີຄວາມຮ້ອນແຮງ ແມ່ນມາຈາກການເພີ່ມຂຶ້ນຢ່າງກ້າວກະໂດດຂອງຄ່າສາທາລະນູປະໂພກພື້ນຖານ. ຂໍ້ມູນລ່າສຸດຈາກ ສູນສະຖິຕິແຫ່ງຊາດ Lao Statistics Bureau (LSB) ໄດ້ຊີ້ໃຫ້ເຫັນຢ່າງຊັດເຈນວ່າ ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ແມ່ນໝວດສິນຄ້າທີ່ມີການເພີ່ມຂຶ້ນສູງກວ່າໝູ່ ໂດຍມີອັດຕາການຂະຫຍາຍຕົວເຖິງ 30.2% ເມື່ອທຽບກັບເດືອນດຽວກັນຂອງປີ 2025.  

ສາເຫດຫຼັກທີ່ພາໃຫ້ໝວດດັ່ງກ່າວມີການເໜັງຕີງຢ່າງຮຸນແຮງແມ່ນ “ຄ່າໄຟຟ້າ” ເຊິ່ງບົດລາຍງານໄດ້ລະບຸວ່າເພີ່ມຂຶ້ນເຖິງ 121.2% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ. 

ຍິ່ງໄປກວ່ານັ້ນ, ພຽງແຕ່ໃນໄລຍະເວລາໜຶ່ງເດືອນ (ເດືອນສິງຫາທຽບກັບເດືອນກໍລະກົດ 2026), ລາຄາໄຟຟ້າຍັງໄດ້ປັບຕົວສູງຂຶ້ນເຖິງ 16.9%. 

ນອກຈາກຄ່າໄຟຟ້າແລ້ວ, ລາຍຈ່າຍພື້ນຖານໃນຄົວເຮືອນອື່ນໆກໍມີການປັບຕົວສູງຂຶ້ນຢ່າງຕໍ່ເນື່ອງເຊັ່ນດຽວກັນ ໂດຍຄ່າເກັບມ້ຽນຂີ້ເຫຍື້ອເພີ່ມຂຶ້ນເຖິງ 36.5% ແລະ ຄ່ານໍ້າປະປາເພີ່ມຂຶ້ນ 13.2%.  

ການເພີ່ມຂຶ້ນຂອງຕົ້ນທຶນສາທາລະນູປະໂພກໃນລະດັບນີ້ ບໍ່ພຽງແຕ່ສົ່ງຜົນກະທົບໂດຍກົງຕໍ່ລາຍຈ່າຍໃນຄົວເຮືອນຂອງປະຊາຊົນທົ່ວໄປເທົ່ານັ້ນ, ແຕ່ຍັງສ້າງແຮງກົດດັນຢ່າງມະຫາສານຕໍ່ກັບຕົ້ນທຶນການດຳເນີນງານຂອງພາກທຸລະກິດ ໂດຍສະເພາະທຸລະກິດໃນຂະແໜງບໍລິການ ເຊັ່ນ: ຮ້ານອາຫານ ແລະ ໂຮງແຮມ ທີ່ກຳລັງປະເຊີນກັບອັດຕາການເພີ່ມຂຶ້ນ 8.8%, ລວມເຖິງພາກການຜະລິດອຸດສາຫະກຳທີ່ຕ້ອງເພິ່ງພາພະລັງງານໄຟຟ້າເປັນຫຼັກ.  

#LaoXperts #ElectricityPrices #CostOfLiving #LaoEconomy #LaoStatisticsBureau #EconomicImpact

Comments are disabled