Qualcomm ຕັ້ງເປົ້າປັ້ນ ຫວຽດນາມ ສູ່ສູນກາງຄົ້ນຄວ້າ ແລະ ພັດທະນາ AI ໃຫຍ່ອັນດັບ 3 ຂອງໂລກ
ຍັກໃຫຍ່ດ້ານຊິບລະດັບໂລກຈາກສະຫະລັດ Qualcomm ປະກາດແຜນຍຸດທະສາດຍູ້ດັນຫວຽດນາມໃຫ້ກ້າວຂຶ້ນເປັນສູນກາງການຄົ້ນຄວ້າ ແລະ ພັດທະນາ (R&D) ດ້ານປັນຍາປະດິດ (AI) ທີ່ໃຫຍ່ອັນດັບ 3 ຂອງຕົນໃນໂລກ, ຫວັງຍົກລະດັບຫວຽດນາມສູ່ສູນກາງເຕັກໂນໂລຊີແຖວໜ້າຂອງພາກພື້ນ ພ້ອມທັງຂັບເຄື່ອນລະບົບນິເວດເຊມິຄອນດັກເຕີ ແລະ ນະວັດຕະກໍາໃຫ້ເຕີບໂຕຢ່າງກ້າວກະໂດດ.
ການເຄື່ອນໄຫວຄັ້ງສໍາຄັນນີ້ໄດ້ຮັບການຢືນຢັນຈາກ ທ່ານ ຄຣິສເຕຍໂນ ອາມອນ (Cristiano Amon), ປະທານ ແລະ ຊີອີໂອ ຂອງ Qualcomm ໃນໂອກາດເຂົ້າພົບປະກັບ ທ່ານ ໂຕ ເລິມ (To Lam), ເລຂາທິການໃຫຍ່ ແລະ ປະທານປະເທດຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ. ໂດຍທ່ານໄດ້ເປີດເຜີຍວ່າ Qualcomm ໄດ້ເປີດຕົວສູນ R&D ດ້ານ AI ແຫ່ງໃໝ່ໃນຫວຽດນາມ ຢ່າງເປັນທາງການ ພາຍຫຼັງການເຂົ້າຊື້ກິດຈະການໜ່ວຍງານວິໄຈ Generative AI ຂອງ VinAI (ໃນເຄືອ Vingroup) ເຊິ່ງກາຍເປັນ 1 ໃນ 3 ສູນວິໄຈຂອງ Qualcomm ທີ່ຕັ້ງຢູ່ນອກສະຫະລັດອາເມຣິກາ.
ຜູ້ນໍາຂອງ Qualcomm ໄດ້ສະແດງຄວາມຊົມເຊີຍຕໍ່ວິໄສທັດ ແລະ ນະໂຍບາຍອັນແຂງແກ່ນຂອງຫວຽດນາມ ໃນການຫັນປ່ຽນສູ່ເສດຖະກິດດີຈິຕອນ. ດ້ວຍງົບປະມານການລົງທຶນດ້ານ R&D ທົ່ວໂລກຫຼາຍກວ່າ 100 ຕື້ໂດລາສະຫະລັດ, Qualcomm ມຸ່ງຫວັງທີ່ຈະນໍາໃຊ້ຄວາມຊ່ຽວຊານ ແລະ ເຄືອຂ່າຍພັນທະມິດລະດັບສາກົນ ເພື່ອຂະຫຍາຍການຮ່ວມມືໃນຫວຽດນາມ ຢ່າງຮອບດ້ານ ທັງດ້ານ AI, ເຊມິຄອນດັກເຕີ, ເຕັກໂນໂລຊີ 5G/6G, ພ້ອມທັງຈັບມືກັບມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າຕ່າງໆ ເພື່ອຖ່າຍທອດເຕັກໂນໂລຊີ ແລະ ຝຶກອົບຮົມບຸກຄະລາກອນຄຸນນະພາບສູງ.
ທາງດ້ານ ທ່ານ ໂຕ ເລິມ ໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືອັນຍາວນານກວ່າ 20 ປີຂອງ Qualcomm ແລະ ຢໍ້າຄືນວ່າ ຫວຽດນາມກໍາລັງກ້າວເຂົ້າສູ່ຮູບແບບການພັດທະນາແບບຍືນຍົງ ໂດຍຖືເອົາວິທະຍາສາດ-ເຕັກໂນໂລຊີ ແລະ AI ເປັນກໍາລັງຂັບເຄື່ອນຫຼັກ. ພ້ອມກັນນັ້ນ ຍັງໄດ້ສະເໜີໃຫ້ Qualcomm ສືບຕໍ່ຂະຫຍາຍການລົງທຶນໄລຍະຍາວໃນຂະແໜງຍຸດທະສາດ ເຊັ່ນ: ໂຣໂບຕິກ, ສູນຂໍ້ມູນ (Data Center) ແລະ ເຊມິຄອນດັກເຕີ ເພື່ອຊ່ວຍຍົກລະດັບຂີດຄວາມສາມາດຂອງທຸລະກິດຫວຽດນາມ ໃຫ້ສາມາດເຂົ້າຮ່ວມໃນຕ່ອງໂສ້ມູນຄ່າເຕັກໂນໂລຊີລະດັບໂລກຢ່າງເລິກເຊິ່ງ ພາຍໃຕ້ຂອບການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະລັດ.
#LaoXperts #Qualcomm #ຫວຽດນາມ #ປັນຍາປະດິດ #AI #Semiconductor #ເຕັກໂນໂລຊີ #ເສດຖະກິດດິຈິຕອນ #ຂ່າວຕ່າງປະເທດ


