ສປປ ລາວ ກຽມປັບປູງກົດໝາຍໄຟຟ້າ, ປົດລັອກລະບົບ BLT-LOT ຫຼຸດພາລະໜີ້ລັດ, ຮັບມືໂຄງການໝົດອາຍຸ
ກອງປະຊຸມກວດກາຄວາມສອດຄ່ອງຮ່າງກົດໝາຍວ່າດ້ວຍໄຟຟ້າ ສະບັບປັບປຸງ ປີ 2026 ໄດ້ອະນຸມັດຫຼັກການໃໝ່ເພື່ອປົດລັອກຂໍ້ຈຳກັດການລົງທຶນ ໂດຍມຸ່ງເປົ້າສ້າງຄວາມໝັ້ນຄົງດ້ານພະລັງງານ ເຊິ່ງຈະເປັນປັດໄຈຫຼັກໃນການດຶງດູດການລົງທຶນຕ່າງຊາດ ແລະ ຊຸກຍູ້ເສດຖະກິດແຫ່ງຊາດໃຫ້ແຂ່ງຂັນໃນເວທີພາກພື້ນໄດ້ຢ່າງແຂງແກ່ນ.
ຈຸດປ່ຽນສຳຄັນທີ່ສຸດໃນການປັບປຸງກົດໝາຍຄັ້ງປະຫວັດສາດນີ້ ແມ່ນການເປີດປະຕູຮັບຮອງເອົາຮູບແບບທຸລະກິດໃໝ່ ໂດຍສະເພາະການລົງທຶນແບບ ກໍ່ສ້າງ-ເຊົ່າ-ໂອນ (Build-Lease-Transfer ຫຼື BLT) ແລະ ເຊົ່າ-ດຳເນີນການ-ໂອນ (Lease-Operate-Transfer ຫຼື LOT).
ກົນໄກໃໝ່ນີ້ ຖືເປັນການຫັນປ່ຽນຍຸດທະສາດການລະດົມທຶນຄັ້ງໃຫຍ່ ທີ່ຈະຊ່ວຍຫຼຸດຜ່ອນພາລະໜີ້ສິນ ແລະ ຄວາມສ່ຽງທາງດ້ານການເງິນຂອງລັດ ໃນຂະນະດຽວກັນກໍເປີດໂອກາດໃຫ້ນັກລົງທຶນເອກະຊົນທີ່ມີທ່າແຮງ ສາມາດເຂົ້າມາບໍລິຫານຈັດການ ແລະ ພັດທະນາໂຄງລ່າງພື້ນຖານດ້ານພະລັງງານໄດ້ຢ່າງມີປະສິດທິພາບ ກ່ອນຈະໂອນຊັບສິນດັ່ງກ່າວກັບຄືນມາເປັນຂອງລັດຕາມກຳນົດເວລາ.
ການນຳໃຊ້ຮູບແບບ BLT ແລະ LOT ຍັງເປັນການກຽມຄວາມພ້ອມລ່ວງໜ້າບາດກ້າວສຳຄັນ ເພື່ອຮັບມືກັບບັນດາໂຄງການຜູ້ຜະລິດໄຟຟ້າເອກະຊົນ (IPPs) ທີ່ກຳລັງຈະກ້າວເຂົ້າສູ່ໄລຍະສິ້ນສຸດອາຍຸສຳປະທານ.
ໃນອະນາຄົດ, ລັດຖະບານຈະມີທາງເລືອກທີ່ຫຼາກຫຼາຍໃນການບໍລິຫານຊັບສິນທີ່ໄດ້ຮັບໂອນມາ ໂດຍສາມາດປ່ອຍເຊົ່າໃຫ້ເອກະຊົນທີ່ມີຄວາມຊ່ຽວຊານດຳເນີນການຕໍ່ຜ່ານກົນໄກ LOT ເພື່ອຮັບປະກັນວ່າໂຄງການມະຫາສານເຫຼົ່ານັ້ນຈະຍັງຄົງຮັກສາປະສິດທິພາບການຜະລິດລະດັບສູງ ແລະ ສືບຕໍ່ສ້າງລາຍຮັບເຂົ້າສູ່ງົບປະມານແຫ່ງລັດຢ່າງຕໍ່ເນື່ອງ ໂດຍທີ່ລັດບໍ່ຈຳເປັນຕ້ອງແບກຮັບຕົ້ນທຶນໃນການບໍລິຫານຈັດການເອງທັງໝົດ.
ນອກຈາກການປະຕິຮູບດ້ານຮູບແບບການລົງທຶນແລ້ວ, ຮ່າງກົດໝາຍສະບັບນີ້ຍັງໄດ້ທະລຸຂີດຈຳກັດເດີມ ດ້ວຍການອະນຸຍາດໃຫ້ມີການຜະລິດໄຟຟ້າເພື່ອນຳໃຊ້ເອງ (Self-Supply) ແລະ ການຊື້-ຂາຍໄຟຟ້າໂດຍກົງ (Direct Sale).
ສິ່ງດັ່ງກ່າວຈະກາຍເປັນແມ່ເຫຼັກດຶງດູດກຸ່ມອຸດສາຫະກຳຂະໜາດໃຫຍ່ທີ່ຕ້ອງການຄວບຄຸມຕົ້ນທຶນການຜະລິດຂອງຕົນເອງ. ພ້ອມກັນນັ້ນ, ການຮັບຮອງໃບຢັ້ງຢືນພະລັງງານທົດແທນ (RECs) ຍັງເປັນໃບເບີກທາງສຳຄັນທີ່ຈະດຶງດູດບັນດາບໍລິສັດຂ້າມຊາດທີ່ມີເປົ້າໝາຍການປ່ອຍອາຍພິດເຮືອນແກ້ວເປັນສູນ (Net Zero) ໃຫ້ເຂົ້າມາຕັ້ງຖານການຜະລິດສີຂຽວໃນລາວ.
ຕາມການລາຍງານຂອວ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເນັ້ນໜັກໃນກອງປະຊຸມທີ່ດຳເນີນມາເປັນເວລາ 7 ວັນວ່າ ໄຟຟ້າປຽບເໝືອນ “ກະດູກສັນຫຼັງ” ແລະ “ເສັ້ນເລືອດໃຫຍ່” ຂອງເສດຖະກິດຊາດ.
ການປັບປຸງກົດໝາຍຄັ້ງນີ້ ເຊິ່ງກວມເອົາການສ້າງມາດຕາໃໝ່ເຖິງ 65 ມາດຕາ ແລະ ປັບປຸງຄືນ 86 ມາດຕາ ຈາກທັງໝົດ 176 ມາດຕາ ໄດ້ສະທ້ອນໃຫ້ເຫັນເຖິງການປັບຕົວຄັ້ງໃຫຍ່.
ມັນບໍ່ພຽງແຕ່ເປັນການສ້າງຕັ້ງອົງການຄຸ້ມຄອງໄຟຟ້າ (ERAL) ແລະ ກຳນົດລະບຽບຕາຂ່າຍ (Lao Grid Code) ເພື່ອຍົກລະດັບມາດຕະຖານການຄຸ້ມຄອງເທົ່ານັ້ນ, ແຕ່ຍັງເປັນການວາງຍຸດທະສາດເພື່ອຫຼຸດຜ່ອນການເພິ່ງພາພະລັງງານນ້ຳ ຕອບໂຕ້ກັບຄວາມປ່ຽນແປງຂອງດິນຟ້າອາກາດ ແລະ ປູທາງໃຫ້ ສປປ ລາວ ກາຍເປັນສູນກາງພະລັງງານທີ່ທັນສະໄໝ, ໂປ່ງໃສ ແລະ ຍືນຍົງຢ່າງແທ້ຈິງ.
#LaoXperts #ElectricityLaw2026 #LaoEconomy #GreenEnergy #BLT #LOT #ForeignDirectInvestment #RenewableEnergy #LaoPDR


