ກະຊວງການເງິນຫວຽດນາມ ສະເໜີອາກອນລາຍໄດ້ 30% ໃຫ້ແກ່ທຸລະກິດຂະໜາດນ້ອຍ, ຈຸນລະວິສາຫະກິດ ແລະ ຜູ້ປະກອບການລາຍຍ່ອຍ ທີ່ມີລາຍຮັບບໍ່ເກີນ 10 ຕື້ດົ່ງ ເພື່ອແນໃສ່ຊ່ວຍເຫຼືອພາກທຸລະກິດ ໃຫ້ສາມາດນຳເງິນໄປລົງທຶນຕໍ່ຍອດ ແລະ ຟື້ນຟູເສດຖະກິດໃນໄລຍະຍາວ. ຂ່າວສານຫວຽດນາມລາຍງານ.
ຮ່າງມະຕິດັ່ງກ່າວ ໄດ້ຖືກເປີດເຜີຍເພື່ອຮັບຟັງຄວາມຄິດເຫັນຈາກມວນຊົນແລ້ວ ໂດຍກຳນົດໃຫ້ບັນດາຄົວເຮືອນທຸລະກິດ, ຜູ້ປະກອບການບຸກຄົນ ແລະ ວິສາຫະກິດ ທີ່ມີລາຍຮັບປະຈຳປີບໍ່ເກີນ 10 ຕື້ດົ່ງ (ປະມານ 384,000 ໂດລາສະຫະລັດ) ຈະໄດ້ຮັບການຫຼຸດຜ່ອນພາສີລາຍໄດ້ສ່ວນບຸກຄົນ ແລະ ພາສີລາຍໄດ້ອົງກອນ ລົງເຖິງ 30% ສຳລັບສົກປີ 2026 ແລະ 2027. ນະໂຍບາຍນີ້ ແມ່ນແນໃສ່ຊ່ວຍເຫຼືອຈຸນລະວິສາຫະກິດເປັນຫຼັກ ເຊິ່ງເປັນກຸ່ມທີ່ມີພະນັກງານທີ່ຢູ່ໃນລະບົບປະກັນສັງຄົມສະເລ່ຍໜ້ອຍກວ່າ 10 ຄົນ ແລະ ມີທຶນຈົດທະບຽນບໍ່ເກີນ 3 ຕື້ດົ່ງ ໂດຍສະເພາະໃນຂະແໜງກະສິກຳ, ປ່າໄມ້, ການປະມົງ, ການຜະລິດ ແລະ ການກໍ່ສ້າງ ຫຼື ວິສາຫະກິດທີ່ມີລາຍຮັບສູງສຸດ 10 ຕື້ດົ່ງໃນຂະແໜງການຄ້າ ແລະ ການບໍລິການ. ປັດຈຸບັນແມ່ນອັດຕາອາກອນແມ່ນເລີ່ຕົ້ນທີ 15% .
ທາງກະຊວງການເງິນລະບຸວ່າ ຂໍ້ສະເໜີນີ້ເກີດຂຶ້ນທ່າມກາງສະພາບການທີ່ທຸລະກິດຂະໜາດນ້ອຍ ຍັງຄົງປະເຊີນກັບສິ່ງທ້າທາຍຢ່າງໜັກໜ່ວງ ອີງຕາມການສຳຫຼວດຂອງສະພາການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ທີ່ພົບວ່າ ຜູ້ປະກອບການກວ່າ 59.3% ກຳລັງແບກຮັບຕົ້ນທຶນທີ່ເພີ່ມຂຶ້ນ ແລະ ຜັນຜວນ, ຂະນະທີ່ 43.8% ປະເຊີນກັບຄວາມຕ້ອງການຂອງຕະຫຼາດທີ່ອ່ອນແອ ລວມເຖິງບັນຫາການຂາດແຄນທຶນຮອນ ແລະ ແຮງງານ. ມາດຕະການຫຼຸດພາສີນີ້ ຈະເປັນການຊ່ວຍໃຫ້ຜູ້ປະກອບການ ມີເງິນທຶນໝູນວຽນເຫຼືອຫຼາຍຂຶ້ນ ເພື່ອນຳໄປຮັກສາສະຖຽນລະພາບ, ຂະຫຍາຍກິດຈະການ ແລະ ສະສົມທຶນຕໍ່ໄປ.
ເຖິງແມ່ນວ່າການກະຕຸ້ນເສດຖະກິດຜ່ານມາດຕະການດ້ານພາສີຄັ້ງນີ້ ຈະເຮັດໃຫ້ລາຍຮັບງົບປະມານແຫ່ງລັດ ຫຼຸດລົງຫຼາຍກວ່າ 6.7 ພັນຕື້ດົ່ງ ໃນໄລຍະເວລາ 2 ປີດັ່ງກ່າວກໍຕາມ ແຕ່ກະຊວງການເງິນກໍເຊື່ອໝັ້ນວ່າ ມັນເປັນພຽງຜົນກະທົບໃນໄລຍະສັ້ນເທົ່ານັ້ນ ເພາະການຊຸກຍູ້ໃຫ້ພາກທຸລະກິດເຕີບໂຕໄດ້ຢ່າງແຂງແກ່ນ ຈະສ້າງແຫຼ່ງລາຍຮັບດ້ານພາສີທີ່ຍືນຍົງກວ່າໃຫ້ກັບປະເທດໃນໄລຍະຍາວ.
ທັງນີ້, ຄາດວ່າຮ່າງມະຕິດັ່ງກ່າວ ຈະຖືກນຳສະເໜີຕໍ່ລັດຖະບານ ກ່ອນທີ່ຈະນຳເຂົ້າສູ່ການພິຈາລະນາຂອງສະພາແຫ່ງຊາດ ໃນກອງປະຊຸມເດືອນຕຸລາທີ່ຈະມາເຖິງນີ້ ເຊິ່ງຫາກໄດ້ຮັບການອະນຸມັດ ນະໂຍບາຍດັ່ງກ່າວຈະມີຜົນບັງຄັບໃຊ້ທັນທີສຳລັບສົກປີພາສີ 2026 ແລະ 2027.
#LaoXperts #VietnamEconomy #TaxCut #SME #BusinessSupport #ຂ່າວເສດຖະກິດຫວຽດນາມ #ທຸລະກິດຂະໜາດນ້ອຍ


