ຂໍ້ສະເໜີໃນການປະຕິຮູບລະບົບອາກອນເພື່ອສຸຂະພາບຂອງລາວ ອາດຈະສາມາດສ້າງລາຍຮັບເຂົ້າລັດເພີ່ມຕື່ມເຖິງ 3.189 ຕື້ກີບ ພາຍໃນໜຶ່ງປີ, ພ້ອມດຽວກັນນັ້ນຍັງຊ່ວຍຫຼຸດຜ່ອນການສູບຢາ, ການດື່ມສິ່ງມຶນເມົາທີ່ເປັນອັນຕະລາຍ ແລະ ພະຍາດທີ່ເກີດຈາກການບໍລິໂພກອາຫານ.
ບົດສຶກສາໂດຍສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ລະບຸວ່າ ລະບົບອາກອນໃນປະຈຸບັນບໍ່ສອດຄ່ອງກັບສະພາບການຕະຫຼາດອີກຕໍ່ໄປ ແລະ ເຮັດໃຫ້ລາຍຮັບຈຳນວນມະຫາສານຮົ່ວໄຫຼຜ່ານຊ່ອງໂຫວ່ຕ່າງໆ, ເຖິງແມ່ນວ່າຈະມີການເພີ່ມອັດຕາອາກອນຊົມໃຊ້ຫຼາຍຄັ້ງໃນໄລຍະໜຶ່ງທົດສະວັດທີ່ຜ່ານມາກໍຕາມ.
ບົດລາຍງານຮຽກຮ້ອງໃຫ້ລັດຖະບານຮັບຮອງເອົາໂຄງສ້າງອາກອນແບບໃໝ່ ທີ່ອີງໃສ່ບໍລິມາດຂອງສິນຄ້າທີ່ຂາຍອອກ ແທນທີ່ຈະອີງໃສ່ລາຄາໂຮງງານທີ່ແຈ້ງໄວ້. ບົດລາຍງານລະບຸວ່າ ການປະຕິຮູບນີ້ຈະຊ່ວຍໃຫ້ປະເທດລາວຫຍັບເຂົ້າໃກ້ເປົ້າໝາຍໃນການເພີ່ມລາຍຮັບຂອງລັດໃຫ້ບັນລຸ 20 ສ່ວນຮ້ອຍ ຂອງລວມຍອດຜະລິດຕະພັນພາຍໃນ (GDP), ຕາມທີ່ໄດ້ກຳນົດໄວ້ໃນມະຕິຕົກລົງເລກທີ 04 ຂອງສະພາແຫ່ງຊາດ.
ອີງຕາມບົດສຶກສາ, ການປ່ຽນແປງທີ່ສະເໜີມານີ້ ອາດຈະສ້າງແຫຼ່ງລາຍຮັບໃໝ່ທີ່ໝັ້ນຄົງໃຫ້ແກ່ລັດຖະບານ ເຊິ່ງມີມູນຄ່າຫຼາຍກວ່າ 146 ລ້ານໂດລາສະຫະລັດໃນປີທຳອິດພຽງປີດຽວ, ໃນຂະນະດຽວກັນກໍເປັນການສົ່ງເສີມວິຖີຊີວິດທີ່ດີຕໍ່ສຸຂະພາບຫຼາຍຂຶ້ນ ແລະ ຫຼຸດຜ່ອນພາລະໃນໄລຍະຍາວຕໍ່ລະບົບສາທາລະນະສຸກຂອງປະເທດ.
ບົດລາຍງານຊີ້ໃຫ້ເຫັນວ່າ ການເກັບອາກອນເພື່ອສຸຂະພາບທີ່ເຂັ້ມງວດຂຶ້ນ ບໍ່ພຽງແຕ່ຄວນຖືກມອງວ່າເປັນມາດຕະການດ້ານສາທາລະນະສຸກເທົ່ານັ້ນ ແຕ່ຍັງເປັນການປະຕິຮູບດ້ານເສດຖະກິດທີ່ສຳຄັນອີກດ້ວຍ. ລາຍຮັບທີ່ເພີ່ມຂຶ້ນອາດຈະຊ່ວຍສະໜອງທຶນໃຫ້ແກ່ບັນດາບຸລິມະສິດໃນການພັດທະນາປະເທດຊາດ ໃນຂະນະດຽວກັນກໍຊ່ວຍຫຼຸດຜ່ອນການສູນເສຍທາງເສດຖະກິດທີ່ເກີດຈາກການຊົມໃຊ້ຢາສູບ, ການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເຄື່ອງດື່ມທີ່ມີນ້ຳຕານສູງ.
ເຖິງແມ່ນວ່າລາຍຮັບຈາກອາກອນເພື່ອສຸຂະພາບຈະເພີ່ມຂຶ້ນຈາກ 1.398 ຕື້ກີບໃນປີ 2021 ມາເປັນ 4.540 ຕື້ກີບໃນປີ 2025 ກໍຕາມ, ແຕ່ນັກຄົ້ນຄວ້າກ່າວວ່າ ລະບົບທີ່ມີຢູ່ປະຈຸບັນແມ່ນນັບມື້ນັບຂາດປະສິດທິພາບ.
ປະຈຸບັນ, ສປປ ລາວ ໄດ້ນຳໃຊ້ອາກອນຕາມມູນຄ່າ (ad valorem tax), ເຊິ່ງຄິດໄລ່ເປັນເປີເຊັນຂອງລາຄາສິນຄ້າທີ່ອອກຈາກໂຮງງານ. ເນື່ອງຈາກຜູ້ຜະລິດສາມາດແຈ້ງລາຄາການຜະລິດທີ່ຕ່ຳກວ່າຄວາມເປັນຈິງ, ມູນຄ່າທີ່ຕ້ອງເສຍອາກອນຈຶ່ງຫຼຸດລົງຕາມໄປດ້ວຍ, ເຊິ່ງເຮັດໃຫ້ລາຍຮັບຂອງລັດຖະບານຫຼຸດລົງ ເຖິງແມ່ນວ່າອັດຕາອາກອນຈະເພີ່ມຂຶ້ນກໍຕາມ.
ບົດລາຍງານຍັງໃຫ້ຂໍ້ສັງເກດວ່າ ອັດຕາອາກອນຊົມໃຊ້ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຊຸມປີມໍ່ໆມານີ້. ອາກອນເບຍໄດ້ເພີ່ມຂຶ້ນຈາກ 50 ສ່ວນຮ້ອຍໃນປີ 2016 ເປັນ 70 ສ່ວນຮ້ອຍໃນປີ 2024, ໃນຂະນະທີ່ອາກອນເຫຼົ້າກໍເພີ່ມຂຶ້ນຈາກ 30 ສ່ວນຮ້ອຍ ເປັນ 90 ສ່ວນຮ້ອຍ ໃນໄລຍະດຽວກັນ.
ເຖິງຈະມີການເພີ່ມຂຶ້ນເຫຼົ່ານີ້, ແຕ່ການຈັດເກັບອາກອນຕົວຈິງໃນປີ 2025 ບັນລຸໄດ້ພຽງ 45,2 ສ່ວນຮ້ອຍເທົ່ານັ້ນ, ເຊິ່ງຕໍ່າກວ່າຄ່າສະເລ່ຍທີ່ກົດໝາຍກຳນົດໄວ້ທີ່ 58,6 ສ່ວນຮ້ອຍຫຼາຍ.
ບົດສຶກສາຍັງຊີ້ໃຫ້ເຫັນເຖິງສັນຍາວ່າດ້ວຍການອອກໃບອະນຸຍາດລົງທຶນໃນອຸດສາຫະກຳຢາສູບວ່າ ເປັນອີກປັດໄຈໜຶ່ງທີ່ຈຳກັດການຈັດເກັບອາກອນ. ພາຍໃຕ້ສັນຍາດັ່ງກ່າວ, ອາກອນຢາສູບຖືກຈຳກັດປາຍໄວ້ພຽງແຕ່ 15 ຫາ 30 ສ່ວນຮ້ອຍຂອງຕົ້ນທຶນການຜະລິດ, ເຊິ່ງສົ່ງຜົນໃຫ້ເກີດການສູນເສຍລາຍຮັບປະຈຳປີປະມານຫຼາຍກວ່າ 535 ຕື້ກີບ.
ເພື່ອແກ້ໄຂຊ່ອງຫວ່າງເຫຼົ່ານີ້, ສະຖາບັນແນະນຳໃຫ້ປ່ຽນແທນລະບົບອາກອນທີ່ອີງໃສ່ລາຄາໃນປະຈຸບັນ ມາເປັນຮູບແບບປະສົມ (hybrid model) ທີ່ເນັ້ນໜັກໃສ່ອາກອນສະເພາະທີ່ອີງໃສ່ປະລິມານຂອງສິນຄ້າທີ່ຂາຍອອກໃຫ້ຫຼາຍຂຶ້ນ.
ພາຍໃຕ້ຂໍ້ສະເໜີດັ່ງກ່າວ, ເບຍຈະຖືກເກັບອາກອນໃນອັດຕາ 16.000 ກີບຕໍ່ລິດ, ວາຍ 240.000 ກີບຕໍ່ລິດ, ເຫຼົ້າ125.000 ກີບຕໍ່ລິດ ແລະ ເຫຼົ້າພື້ນເມືອງທີ່ຜະລິດດ້ວຍມື 40.000 ກີບຕໍ່ລິດ.
ໃນຂະນະທີ່ເຄື່ອງດືມທີ່ມີທາດນໍ້າຕານເຊັ່ນ ນໍ້າອັດລົມ, ນໍ້າໝາກໄມ້ ແລະ ຊາພ້ອມດື່ມ ຖືກຮຽກຮ້ອງໃຫ້ເກັບ 4,500 ກີບຕໍ່ລິດ ແລະ ເຄື່ອງດື່ມຊູກຳລັງ 12,000 ກີບ ຕໍ່ລິດ.
ນັກຄົ້ນຄວ້າກ່າວວ່າ ການເກັບອາກອນສິນຄ້າຕາມບໍລິມາດຈະເຮັດໃຫ້ລາຍຮັບມີຄວາມແນ່ນອນຫຼາຍຂຶ້ນ ແລະ ຫຼຸດຜ່ອນໂອກາດໃນການຫຼົບຫຼີກອາກອນດ້ວຍການແຈ້ງລາຄາໂຮງງານຕໍ່າກວ່າຄວາມເປັນຈິງ.
ບົດລາຍງານຍັງແນະນຳໃຫ້ເພີ່ມຄວາມເຂັ້ມງວດຂອງການເກັບອາກອນຕໍ່ເຄື່ອງດື່ມທີ່ມີນໍ້າຕານ ແລະ ຜະລິດຕະພັນຢາສູບ, ເຊິ່ງທັງສອງຢ່າງນີ້ເປັນສາເຫດສຳຄັນທີ່ພາໃຫ້ເກີດພະຍາດຊໍາເຮື້ອ ແລະ ຄ່າໃຊ້ຈ່າຍໃນການຮັກສາສຸຂະພາບທີ່ເພີ່ມສູງຂຶ້ນ.
ອີງຕາມບົດສຶກສາ, ການນຳໃຊ້ຢາສູບ, ການດື່ມສິ່ງມຶນເມົາຫຼາຍເກີນໄປ ແລະ ເຄື່ອງດື່ມທີ່ມີນໍ້າຕານ ເປັນສາເຫດເຮັດໃຫ້ເກີດການສູນເສຍທາງເສດຖະກິດເທົ່າກັບ 2,3 ສ່ວນຮ້ອຍຂອງ GDP ຂອງປະເທດລາວໃນແຕ່ລະປີ ຜ່ານຄ່າໃຊ້ຈ່າຍໃນການປິ່ນປົວທາງການແພດ, ການຫຼຸດລົງຂອງສະມັດຖະພາບການຜະລິດ ແລະ ການເສຍຊີວິດກ່ອນໄວອັນຄວນ.
ນອກເໜືອຈາກການປະຕິຮູບອາກອນແລ້ວ, ສະຖາບັນຍັງແນະນຳໃຫ້ນຳໃຊ້ລະບົບຕິດຕາມ ແລະ ກວດສອບ (Track and Trace system) ທີ່ທັນສະໄໝ ເພື່ອຕິດຕາມການຜະລິດ, ການນຳເຂົ້າ ແລະ ການເຄື່ອນຍ້າຍຂອງຜະລິດຕະພັນຢາສູບ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ. ລະບົບດັ່ງກ່າວຈະຊ່ວຍປັບປຸງການຈັດເກັບອາກອນ, ຫຼຸດຜ່ອນການຄ້າຂາຍທີ່ຜິດກົດໝາຍ ແລະ ເພີ່ມທະວີການບັງຄັບໃຊ້ກົດໝາຍຕໍ່ສິນຄ້າຜິດກົດໝາຍທີ່ເຂົ້າສູ່ຕະຫຼາດ.
ບົດລາຍງານກ່າວວ່າ ລາຍຮັບທີ່ເພີ່ມຂຶ້ນສາມາດຊ່ວຍສະໜັບສະໜູນການລົງທຶນໃນດ້ານສາທາລະນະສຸກ, ການສຶກສາ ແລະ ການບໍລິການສາທາລະນະອື່ນໆ ພ້ອມທັງຊ່ວຍປົກປ້ອງຄອບຄົວທີ່ມີລາຍຮັບໜ້ອຍ ບໍ່ໃຫ້ຕົກຢູ່ໃນຄວາມທຸກຍາກເນື່ອງຈາກຄ່າໃຊ້ຈ່າຍໃນການປິ່ນປົວພະຍາດທີ່ສາມາດປ້ອງກັນໄດ້.
ບົດລາຍງານສະຫຼຸບວ່າ ການປະຕິຮູບອາກອນເພື່ອສຸຂະພາບ ຈະເຮັດໃຫ້ປະເທດລາວມີແຫຼ່ງລາຍຮັບພາຍໃນທີ່ໜ້າເຊື່ອຖືຫຼາຍຂຶ້ນ, ສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມຍືນຍົງທາງການເງິນ ແລະ ສະໜັບສະໜູນເປົ້າໝາຍທີ່ກວ້າງຂຶ້ນຂອງປະເທດໃນການບັນລຸຄວາມເປັນເອກະລາດທາງດ້ານເສດຖະກິດຫຼາຍຂຶ້ນ ໃນຂະນະດຽວກັນກໍເປັນການປັບປຸງສຸຂະພາບ ແລະ ສະຫວັດດີການຂອງປະຊາຊົນ.
#LaoXperts #ອາກອນເພື່ອສຸຂະພາບ #ປະຕິຮູບອາກອນ #ເສດຖະກິດລາວ #ສາທາລະນະສຸກ #ລາຍຮັບແຫ່ງຊາດ #ສປປລາວ #ຂ່າວລາວ #HealthTax #TaxReform #LaoEconomy #PublicHealth #Laos #LaoPDR #LaoNews


