ປົກເວັບ 2026 07 27T094043 963

ລາຄານ້ຳມັນດິບໃນຕະຫຼາດໂລກປັບຕົວຫຼຸດລົງເຖິງ 5% ໃນວັນຈັນ ພາຍຫຼັງສະຫະລັດ ແລະ ອີຣານ ປະກາດຢຸດການໂຈມຕີກັນໃນທ້າຍອາທິດທີ່ຜ່ານມາ ເຊິ່ງໄດ້ຈຸດປະກາຍຄວາມຫວັງໃນການແກ້ໄຂບັນຫາດ້ວຍວິທີທາງການທູດ ທີ່ຈະຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ເປີດທາງໃຫ້ການເດີນເຮືອຂົນສົ່ງສິນຄ້າໃນຊ່ອງແຄບຮໍມຸສ (Hormuz) ສາມາດກັບຄືນສູ່ສະພາວະປົກກະຕິອີກຄັ້ງ. Reuter ລາຍງານ

ສັນຍານ້ຳມັນດິບເບຣນ (Brent) ໄດ້ຫຼຸດລົງ 4,89 ໂດລາ ຫຼື 5,05% ມາຢູ່ທີ່ 91,89 ໂດລາຕໍ່ບາເຣນ ຫຼັງຈາກທີ່ຫຼຸດລົງຕໍ່າກວ່າລະດັບ 90 ໂດລາໃນໄລຍະສັ້ນໆ ເຊິ່ງຖືເປັນລະດັບຕໍ່າສຸດໃນຮອບໜຶ່ງອາທິດ ຫຼັງຈາກທີ່ລາຄາໄດ້ພຸ່ງສູງຂຶ້ນຢ່າງຕໍ່ເນື່ອງຕະຫຼອດສາມອາທິດທີ່ຜ່ານມາ. 

ກ່ອນໜ້ານີ້, ລາຄານ້ຳມັນດິບເຄີຍແຕະລະດັບ 100 ໂດລາຕໍ່ບາເຣນ ຍ້ອນຂໍ້ຂັດແຍ່ງທີ່ສົ່ງຜົນກະທົບຕໍ່ການຂົນສົ່ງໃນຊ່ອງແຄບຮໍມຸສ ແລະ ລຸກລາມໄປສູ່ທະເລແດງ ເຊິ່ງກີດຂວາງການສົ່ງອອກນ້ຳມັນຈາກ ຊາອຸດິ ອາຣະເບຍ ຜູ້ສົ່ງອອກລາຍໃຫຍ່ຂອງໂລກ ຜ່ານຊ່ອງແຄບ ບັບເອລ-ມັນເດບ (Bab el-Mandeb) ໄປຍັງອາຊີ.

ທ່ານ Mike Waltz ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ໄດ້ເປີດເຜີຍຜ່ານລາຍການ “Fox News Sunday” ແລະ ສື່ມວນຊົນອື່ນໆວ່າ ປະທານາທິບໍດີ ໂດນັລ ທຣຳ ໄດ້ຕັດສິນໃຈຢຸດການໂຈມຕີເພື່ອເປີດໂອກາດ ແລະ ໃຫ້ເວລາແກ່ການເຈລະຈາທາງການທູດ. 

ທ່ານ Tony Sycamore ນັກວິເຄາະຈາກ IG Markets ໃຫ້ຄວາມເຫັນວ່າ ນີ້ຄືສັນຍານທີ່ດີທີ່ຊີ້ໃຫ້ເຫັນເຖິງຄວາມເປັນໄປໄດ້ຂອງເສັ້ນທາງການທູດທີ່ແທ້ຈິງ ໂດຍການກັບໄປໃຊ້ບົດບັນທຶກຄວາມເຂົ້າໃຈ (MOU) 14 ຂໍ້ ພ້ອມກັບຄວາມຊັດເຈນທີ່ເພີ່ມຂຶ້ນໃນການຄວບຄຸມຊ່ອງແຄບຮໍມຸສ ເຊິ່ງຈະເປັນຈຸດເລີ່ມຕົ້ນທີ່ໜັກແໜ້ນ.

ເຖິງຢ່າງໃດກໍຕາມ, ຂໍ້ມູນຈາກ Kpler ລະບຸວ່າ ໃນທ້າຍອາທິດທີ່ຜ່ານມາ ຍັງຄົງມີເຮືອສິນຄ້າໜ້ອຍກວ່າ 10 ລຳຕໍ່ມື້ທີ່ແລ່ນຜ່ານຊ່ອງແຄບຮໍມຸສ. ນອກຈາກນີ້, ການສັນຈອນຂອງເຮືອຜ່ານຊ່ອງແຄບ ບັບເອລ-ມັນເດບ ກໍຫຼຸດລົງໃນວັນອາທິດ ຫຼັງຈາກກຸ່ມຮູຕີໃນເຢເມນໄດ້ໂຈມຕີແຫຼ່ງຜະລິດນ້ຳມັນຂອງຊາອຸດິ ອາຣະເບຍ ຕາມແຄມຝັ່ງທະເລແດງ ເຖິງແມ່ນວ່າຈະມີເຮືອບັນທຸກນ້ຳມັນຂະໜາດໃຫຍ່ (Supertanker) ລຳທີ່ສາມຂອງຈີນ ສາມາດເດີນທາງອອກຈາກຊ່ອງແຄບນີ້ໄດ້ກໍຕາມ. 

ນັກວິເຄາະຈາກ ເບິ່ງວ່າ ການຟື້ນຕົວຂອງການເດີນເຮືອໃນຊ່ອງແຄບຮໍມຸສອາດຈະເປັນໄປຢ່າງຊ້າໆ ແລະ ຍັງບໍ່ເຕັມຮູບແບບ ເນື່ອງຈາກຜູ້ປະກອບການຂົນສົ່ງຫຼາຍລາຍຍັງຄົງມີຄວາມລະມັດລະວັງ ແລະ ຕ້ອງການຄວາມໝັ້ນໃຈດ້ານຄວາມປອດໄພທີ່ສູງກວ່າເກົ່າ ກ່ອນທີ່ຈະຕັດສິນໃຈນຳເຮືອເປົ່າເຂົ້າມາໃນພື້ນທີ່ນີ້ຕື່ມອີກ.

#LaoXPerts #ຂ່າວນ້ຳມັນ #ເສດຖະກິດໂລກ #ຊ່ອງແຄບຮໍມຸສ #ລາຄານ້ຳມັນ #ການທູດ #OilPrice #GlobalEconomy

Comments are disabled