ສຳນັກງານວ່າດ້ວຍຢາເສບຕິດ ແລະ ອາຊະຍາກຳແຫ່ງສະຫະປະຊາຊາດ (UNODC) ເປີດເຜີຍບົດລາຍງານສະບັບລ່າສຸດ ລະບຸວ່າ: ເຄືອຂ່າຍອາຊະຍາກຳທາງໄຊເບີ ຫຼື ແກ໊ງຄໍເຊັນເຕີ ໄດ້ສ້າງຄວາມເສຍຫາຍທາງເສດຖະກິດໃນພາກພື້ນອາຊີ-ປາຊີຟິກ ສູງເຖິງ 88 ຕື້ໂດລາສະຫະລັດ (8.8 ໝື່ນລ້ານໂດລາ) ໃນປີ 2025 ເຊິ່ງເປັນຕົວເລກທີ່ສູງກວ່າລວມຍອດຜະລິດຕະພັນພາຍໃນ (GDP) ຂອງຫຼາຍປະເທດ ພ້ອມເຕືອນເຖິງການນຳໃຊ້ເຕັກໂນໂລຊີ AI ເຂົ້າໃນການຫຼອກລວງທີ່ຊັບຊ້ອນຂຶ້ນ.
ບົດລາຍງານລະບຸວ່າ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ຍັງຄົງເປັນສູນກາງຫຼັກຂອງຂະບວນການຫຼອກລວງອອນລາຍ ໂດຍດຳເນີນການຜ່ານເຄືອຂ່າຍອາຊະຍາກຳຈາກຈີນ ທີ່ໄດ້ພັດທະນາຮູບແບບຢ່າງຕໍ່ເນື່ອງເພື່ອຫຼົບຫຼີກການປາບປາມຈາກເຈົ້າໜ້າທີ່.
ປັດຈຸບັນ, ເຄືອຂ່າຍເຫຼົ່ານີ້ໄດ້ປັບປ່ຽນວິທີການເຮັດວຽກໃຫ້ມີລັກສະນະຄ້າຍຄືກັບລະບົບແຟຣນໄຊສ໌ (Franchise) ຂອງພາກທຸລະກິດ ໂດຍມີການແບ່ງໜ້າທີ່ສະເພາະທາງຢ່າງຊັດເຈນ ເຊັ່ນ: ຂະບວນການຟອກເງິນ, ການຄ້າມະນຸດ ແລະ ການຊື້ຂາຍຂໍ້ມູນ ເຊິ່ງຊ່ວຍໃຫ້ທຸລະກິດຜິດກົດໝາຍນີ້ ສາມາດຂະຫຍາຍຕົວໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບ.
ປະເດັນທີ່ໜ້າເປັນຫ່ວງຢ່າງຍິ່ງຄື ການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເຂົ້າໃນຂະບວນການ. ນອກຈາກການໃຊ້ Generative AI ເພື່ອສ້າງຮູບພາບ ຫຼື ສຽງປອມ (Deepfake) ໃນປັດຈຸບັນແລ້ວ, UNODC ຄາດການວ່າໃນອະນາຄົດອາດຈະມີການນຳໃຊ້ Agentic AI ທີ່ສາມາດເຮັດວຽກໄດ້ຢ່າງອັດຕະໂນມັດ ໃນການຊອກຫາເຫຍື່ອ, ດຳເນີນການຫຼອກລວງ ແລະ ຟອກເງິນໄດ້ດ້ວຍຕົນເອງແບບຄົບວົງຈອນ.
ນອກຈາກນີ້, ເພື່ອຄວາມຢູ່ລອດ ແລະ ຫຼີກລ່ຽງການຈັບກຸມ, ກຸ່ມອາຊະຍາກອນໄດ້ນຳໃຊ້ກົນລະຍຸດ “ການເລືອກເຂດອຳນາດສານ” (Jurisdiction Shopping) ໂດຍການເລີ່ມຍ້າຍຖານປະຕິບັດການຈາກປະເທດມຽນມາ ແລະ ລາວ ໄປຍັງປະເທດເຊັ່ນ: ຕີມໍ-ເລສເຕ, ກຸ່ມປະເທດໝູ່ເກາະປາຊີຟິກ ແລະ ບາງພື້ນທີ່ໃນທະວີບອາຟຣິກາ ເຊິ່ງເປັນພື້ນທີ່ທີ່ມີຊ່ອງໂຫວ່ທາງກົດໝາຍ ແລະ ມີການບັງຄັບໃຊ້ກົດໝາຍທີ່ອ່ອນແອ.
ພ້ອມດຽວກັນນີ້, ເຄືອຂ່າຍດັ່ງກ່າວຍັງໄດ້ຂະຫຍາຍເປົ້າໝາຍໄປຍັງຕະຫຼາດໃໝ່ໆທົ່ວໂລກ ຜ່ານການບັງຄັບໃຊ້ແຮງງານຕ່າງຊາດທີ່ຕົກເປັນເຫຍື່ອການຄ້າມະນຸດຈາກ 80 ກວ່າປະເທດ ລວມທັງເລີ່ມຮັບສະໝັກຜູ້ທີ່ມີທັກສະທາງດ້ານພາສາເອີຣົບ ເພື່ອຮອງຮັບການຂະຫຍາຍຖານເຫຍື່ອລາຍໃໝ່ໃນທະວີບອື່ນໆ.
ນັກວິເຄາະອາວຸໂສຂອງ UNODC ໄດ້ກ່າວເຕືອນໃນຕອນທ້າຍວ່າ ຂະໜາດ ແລະ ຄວາມຊັບຊ້ອນຂອງເສດຖະກິດອາຊະຍາກຳຂ້າມຊາດນີ້ ກຳລັງເຕີບໂຕໄວກວ່າຂີດຄວາມສາມາດຂອງມາດຕະການປາບປາມທີ່ມີຢູ່ໃນປັດຈຸບັນ ເຊິ່ງກຳລັງກາຍເປັນໄພຄຸກຄາມລະດັບໂລກທີ່ຍາກຈະຮັບມື ຫາກບໍ່ມີການຮ່ວມມືຢ່າງຈິງຈັງ.
#LaoX #ແກ໊ງຄໍເຊັນເຕີ #ອາດຊະຍາກຳໄຊເບີ #UNODC #ເຕືອນໄພອອນລາຍ #ມິດສາຊີບອອນລາຍ #ຂ່າວຕ່າງປະເທດ


