ກຸ່ມບໍລິສັດ Viettel ຂອງຫວຽດນາມ ໄດ້ສ້າງປະຫວັດສາດໜ້າໃໝ່ ດ້ວຍການເປັນພັນທະມິດລະດັບໂລກລາຍທຳອິດທີ່ເຂົ້າຮ່ວມໂຄງການ 6G Early Access ຂອງ Qualcomm ເພື່ອຮ່ວມກັນພັດທະນາເທັກໂນໂລຊີ 6G.
ການຮ່ວມມືນີ້ມີເປົ້າໝາຍສ້າງການໂທ 6G ເທິງເຄືອຂ່າຍທົດລອງໃຫ້ສຳເລັດພາຍໃນຕົ້ນປີ 2029 ເຊິ່ງຈະຊຸກຍູ້ໃຫ້ອຸປະກອນທີ່ຜະລິດໃນຫວຽດນາມ ກາຍເປັນຜູ້ນຳໃນເວທີໂທລະຄົມມະນາຄົມໂລກຢ່າງແທ້ຈິງ. ຕາມການລາຍງານຂອງ ວາລະສານ Investor ຂອງຫວຽດນາມ.
ຂໍ້ຕົກລົງດັ່ງກ່າວເປັນການເປີດໂອກາດອັນຍິ່ງໃຫຍ່ໃຫ້ກັບ Viettel ທີ່ສາມາດເຂົ້າເຖິງແພລັດຟອມຊິບເຊັດ ແລະ ເຄື່ອງມືການພັດທະນາຂອງ Qualcomm ໄດ້ກ່ອນທີ່ຈະມີການເປີດຕົວວາງຈຳໜ່າຍຢ່າງເປັນທາງການ.
ໂດຍປົກກະຕິແລ້ວ ໂຄງການພິເສດນີ້ມັກຈະສະຫງວນໄວ້ໃຫ້ສະເພາະສູນກາງນະວັດຕະກຳໃຫຍ່ໆລະດັບໂລກ ເຊັ່ນ ສະຫະລັດອາເມລິກາ ແລະ ເກົາຫຼີໃຕ້ ເທົ່ານັ້ນ. ການໄດ້ຮັບສິດທິພິເສດຄັ້ງນີ້ ຈະຊ່ວຍໃຫ້ຍັກໃຫຍ່ດ້ານເທັກໂນໂລຊີຈາກຫວຽດນາມ ສາມາດຄົ້ນຄວ້າ ແລະ ສ້າງຜະລິດຕະພັນລຸ້ນໃໝ່ໄປພ້ອມໆກັບການພັດທະນາແພລັດຟອມຂອງ Qualcomm.
ສິ່ງນີ້ຈະຊ່ວຍຫຍໍ້ໄລຍະເວລາໃນການຄົ້ນຄວ້າຢ່າງມະຫາສານ ແລະ ເຮັດໃຫ້ Viettel ສາມາດນຳເອົາຜະລິດຕະພັນ 6G ອອກສູ່ຕະຫຼາດໄດ້ທັນທີຫຼັງຈາກທີ່ຊິບຂອງ Qualcomm ພ້ອມນຳໃຊ້ໃນເຊີງພາໝິດ ໂດຍຜະລິດຕະພັນເຫຼົ່ານີ້ຈະໃຊ້ໂຄງສ້າງພື້ນຖານທີ່ຄົ້ນຄວ້າ, ພັດທະນາ ແລະ ຜະລິດໂດຍ Viettel ເອງທັງໝົດ.
ນອກເໜືອຈາກການຮ່ວມມືກັນໃນການຄົ້ນຄວ້າເທັກໂນໂລຊີ 6G ໃໝ່ລ້າສຸດແລ້ວ ການຮ່ວມມືຄັ້ງນີ້ຍັງເປັນການຕໍ່ຍອດຄວາມສຳເລັດຈາກການພັດທະນາອຸປະກອນ 5G Open RAN ລະຫວ່າງສອງບໍລິສັດອີກດ້ວຍ.
ສອງບໍລິສັດຍັກໃຫຍ່ມີແຜນທີ່ຈະຮ່ວມກັນຂະຫຍາຍຕະຫຼາດຜະລິດຕະພັນ 5G ຂອງ Viettel ອອກສູ່ພາກພື້ນອາຊີຕາເວັນອອກສຽງໃຕ້, ອາຊີໃຕ້, ອາຟຣິກາ ແລະ ອາເມລິກາລາຕິນ. ທາງດ້ານ Qualcomm ເຊິ່ງເປັນໜຶ່ງໃນຜູ້ນຳດ້ານເທັກໂນໂລຊີໂທລະຄົມມະນາຄົມລະດັບໂລກ ທີ່ມີມູນຄ່າຕະຫຼາດສູງເຖິງ 180 ຕື້ໂດລາສະຫະລັດ ຈະຮັບບົດບາດສຳຄັນໃນການເຊື່ອມໂຍງ Viettel ເຂົ້າກັບຜູ້ໃຫ້ບໍລິການເຄືອຂ່າຍມືຖື ແລະ ພັນທະມິດທົ່ວໂລກ.
ໃນຂະນະດຽວກັນ Viettel ກໍຈະນຳເອົາຄວາມຊ່ຽວຊານດ້ານເທັກໂນໂລຊີ, ຜະລິດຕະພັນລ້ຳສະໄໝ ແລະ ປະສົບການໃນການຕິດຕັ້ງເຄືອຂ່າຍຕົວຈິງ ມາຊ່ວຍຊຸກຍູ້ໃຫ້ອຸປະກອນໂທລະຄົມມະນາຄົມທີ່ອອກແບບ ແລະ ຜະລິດໃນຫວຽດນາມ ໄດ້ຮັບການຍອມຮັບ ແລະ ນຳໃຊ້ຢ່າງກວ້າງຂວາງໃນລະດັບສາກົນ.
6GTechnology ສຳລັບຍຸກ 6G ນັ້ນຈະບໍ່ໄດ້ແຂ່ງຂັນກັນພຽງແຕ່ເລື່ອງຄວາມໄວຂອງອິນເຕີເນັດ ແຕ່ຈະຖືກອອກແບບໃຫ້ເປັນລະບົບ AI-Native ທີ່ປັນຍາປະດິດ (AI) ຈະຖືກຝັງເລິກເຂົ້າໄປໃນທຸກການເຮັດວຽກຂອງອຸປະກອນ, ເຄືອຂ່າຍ ແລະ ລະບົບຄລາວໂຄງສ້າງພື້ນຖານຢ່າງສົມບູນແບບ.
MakeInVietnam ນີ້ຄືການຍົກລະດັບຍຸດທະສາດຊາດຂອງຫວຽດນາມ ທີ່ປ່ຽນຈາກການເປັນພຽງຜູ້ຮັບຈ້າງຜະລິດ ມາເປັນການເປັນເຈົ້າຂອງເທັກໂນໂລຊີ (R&D) ທີ່ສາມາດແຂ່ງຂັນ ແລະ ນຳເອົາອຸປະກອນໂທລະຄົມມະນາຄົມຂອງຕົນເອງອອກສູ່ຕະຫຼາດໂລກໄດ້ຢ່າງເຕັມພາກພູມ.
ການທີ່ Viettel ຖືກເລືອກໃຫ້ເປັນພັນທະມິດລາຍທຳອິດຂອງໂລກໃນໂຄງການນີ້ ສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງຫວຽດນາມທີ່ເພີ່ມຂຶ້ນຢ່າງໄວວາ ໃນແຜນຍຸດທະສາດການພັດທະນາເທັກໂນໂລຊີແຫ່ງອະນາຄົດຂອງ Qualcomm.
#Viettel #Qualcomm #6GTechnology #MakeInVietnam #TechNews #Telecommunication


