ປົກເວັບ 87

ລັດຖະບານລາວເດີນໜ້າປະຕິຮູບລັດວິສາຫະກິດຄັ້ງໃຫຍ່ ໂດຍຈັບມື 3 ພາກສ່ວນຫຼັກເຊັນບົດບັນທຶກການຮ່ວມມື ດັນລັດວິສາຫະກິດເຂົ້າລະດົມທຶນໃນຕະຫຼາດຫຼັກຊັບລາວ. ປັບປຸງໂຄງສ້າງການເງິນ, ສ້າງຄວາມໂປ່ງໃສ ແລະ ຍົກລະດັບການບໍລິຫານຢ່າງເປັນມືອາຊີບ ເຊິ່ງຈະສົ່ງຜົນໂດຍກົງໃຫ້ລັດວິສາຫະກິດເຫຼົ່ານີ້ກາຍເປັນກຳລັງແຮງຫຼັກ ໃນການຂັບເຄື່ອນເສດຖະກິດຂອງຊາດໃຫ້ເຕີບໂຕຢ່າງແຂງແກ່ນ.

ພິທີເຊັນບົດບັນທຶກການຮ່ວມມື (MOU) ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 21 ກໍລະກົດ 2026 ທີ່ຕະຫຼາດຫຼັກຊັບລາວ ເຊິ່ງເປັນການຍົກລະດັບຈາກການຮ່ວມມືສອງຝ່າຍໃນປີຜ່ານມາ ມາສູ່ການຮ່ວມມືສາມຝ່າຍຢ່າງເຕັມຮູບແບບ. ຕາມການລາຍງານຂອງ ຕະຫຼາດຫຼັກຊັບລາວ.

ພາກສ່ວນຫຼັກທີ່ເຂົ້າຮ່ວມປະກອບມີ ຄະນະປະຕິຮູບລັດວິສາຫະກິດ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ກຸ່ມບໍລິສັດຫຼັກຊັບຊັ້ນນຳ 4 ແຫ່ງຄື: LDB-S, BCEL-KT, LCS ແລະ APMLAO. ບາດກ້າວນີ້ແມ່ນສອດຄ່ອງກັບແຜນຍຸດທະສາດຂອງລັດຖະບານ ໃນການມອບ-ໂອນວຽກງານຄຸ້ມຄອງວິສາຫະກິດລັດລົງທຶນ ມາຂຶ້ນກັບຄະນະປະຕິຮູບລັດວິສາຫະກິດໂດຍກົງ ເພື່ອສ້າງຄວາມເປັນເອກະພາບລະຫວ່າງຜູ້ກຳນົດນະໂຍບາຍ, ຜູ້ຄຸ້ມຄອງກົດລະບຽບ ແລະ ຜູ້ປະຕິບັດງານຕົວຈິງ. ພາຍໃນງານຍັງໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພະຍານຈາກ ທ່ານ ປອ ກິແກ້ວ ຈັນທະບູຣີ ຮອງຫົວໜ້າຫ້ອງວ່າການສູນກາງພັກ ທັງເປັນຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ ແລະ ທ່ານ ສຸລິສັກ ທຳນຸວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ.

ສຳລັບແຜນການດຳເນີນງານໃນໄລຍະ 3 ປີຕໍ່ໜ້າ (2026-2029) ກຸ່ມບໍລິສັດຫຼັກຊັບຈະເຂົ້າມາຮັບບົດບາດເປັນທີ່ປຶກສາດ້ານການເງິນຢ່າງໃກ້ຊິດ ເພື່ອປະເມີນມູນຄ່າຮຸ້ນ, ກວດສອບຖານະການເງິນ ແລະ ຈັດບູລິມະສິດໃຫ້ແກ່ລັດວິສາຫະກິດທີ່ມີຄວາມພ້ອມ.

ຂະບວນການດັ່ງກ່າວ ບໍ່ພຽງແຕ່ເປັນການກະກຽມຄວາມພ້ອມໃນການເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບເທົ່ານັ້ນ ແຕ່ຍັງເປັນການສ້າງໂອກາດໃນການຊອກຫາຄູ່ຮ່ວມຍຸດທະສາດ ເພື່ອມາຊ່ວຍປັບປຸງໂຄງສ້າງທຸລະກິດໃຫ້ມີຄວາມທັນສະໄໝ. ນອກຈາກນີ້, ຍັງຈະມີການຈັດເຝິກອົບຮົມແບບເຈາະລຶກ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະເຮັດວຽກຂອງລັດຖະບານ ໃນການກຳນົດນະໂຍບາຍທີ່ແທດເໝາະກັບສະພາບການຕົວຈິງ.

ການເຄື່ອນໄຫວໃນຄັ້ງນີ້ ຖືເປັນສັນຍານທີ່ຊັດເຈນວ່າ ລັດຖະບານກຳລັງນຳໃຊ້ກົນໄກຂອງຕະຫຼາດທຶນ ເປັນເຄື່ອງມືສຳຄັນໃນການແກ້ໄຂບັນຫາທີ່ຊຳເຮື້ອຂອງລັດວິສາຫະກິດ. ການນຳເອົາມາດຕະຖານຂອງຕະຫຼາດຫຼັກຊັບມາບັງຄັບໃຊ້ ຈະຊ່ວຍລຶບລ້າງຈຸດອ່ອນໃນການບໍລິຫານຈັດການ ຮັບປະກັນໃຫ້ລັດວິສາຫະກິດສາມາດກຸ້ມຕົນເອງ, ເຂົ້າເຖິງແຫຼ່ງທຶນໃໝ່ໆ ແລະ ພັດທະນາອົງກອນໃຫ້ມີຂີດຄວາມສາມາດໃນການແຂ່ງຂັນລະດັບສາກົນ ເຊິ່ງເປັນກຸນແຈສຳຄັນໃນການສ້າງຄວາມໝັ້ນຄົງທາງດ້ານເສດຖະກິດຂອງ ສປປ ລາວ ໃນໄລຍະຍາວ.

ການເຄື່ອນໄຫວຄັ້ງນີ້ ຍັງນອນຢູ່ໃນຄວາມພະຍາຍາມອັນກວ້າງຂວາງຂອງລັດຖະບານໃນການປະຕິຮູບບັນດາລັດວິສາຫະກິດ ຫຼັກໆ ຂອງຊາດ ກາຍເປັນກຳລັງແຮງຫຼັກ ໃນການຂັບເຄື່ອນເສດຖະກິດຂອງຊາດໄດ້ຢ່າງແທ້ຈິງ.

#LaoXperts #ປະຕິຮູບລັດວິສາຫະກິດ #ຕະຫຼາດຫຼັກຊັບລາວ #ເສດຖະກິດລາວ #LSX #MOU3ຝ່າຍ #ການລົງທຶນລາວ

Comments are disabled