ສປປ ລາວ ສ້າງປະຫວັດສາດໜ້າໃໝ່ ຮ່ວມລົງນາມເປັນປະເທດຜູ້ຮ່ວມກໍ່ຕັ້ງອົງການຮ່ວມມືປັນຍາປະດິດໂລກ (WAICO). ບາດກ້າວນີ້ແນໃສ່ຍົກລະດັບການພັດທະນາ AI ທີ່ປອດໄພ, ຫຼຸດຜ່ອນຄວາມແຕກໂຕນດ້ານດີຈິຕອນ ແລະ ດຶງດູດການລົງທຶນ ເພື່ອຂັບເຄື່ອນແຜນພັດທະນາເສດຖະກິດດີຈິຕອນຂອງລາວໃຫ້ປະກົດຜົນເປັນຈິງ.
ພິທີລົງນາມຄັ້ງປະຫວັດສາດດັ່ງກ່າວ ໄດ້ຈັດຂຶ້ນນໃນວັນທີ 16 ກໍລະກົດ 2026 ທີ່ນະຄອນຊຽງໄຮ້ ສປ ຈີນ ໂດຍການນຳພາຄະນະຜູ້ແທນຂອງ ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າໃຫ້ແກ່ລັດຖະບານລາວ. ຕາມການລາຍງານ ຂອງ ຂ່າວສານປະເທດລາວ.
ການເຂົ້າຮ່ວມຄັ້ງນີ້ ແມ່ນການຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຫວາງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ ເພື່ອເຂົ້າຮ່ວມກອງປະຊຸມປັນຍາປະດິດໂລກ ທີ່ດຳເນີນໄປຈົນເຖິງວັນທີ 20 ກໍລະກົດ.
ຄວາມສຳຄັນຂອງງານນີ້ ຍັງໄດ້ຮັບການຢັ້ງຢືນຈາກການໃຫ້ກຽດເປັນເຈົ້າພາບຈັດງານລ້ຽງຮັບຮອງ ແລະ ກ່າວປາໄສສຳຄັນ ໂດຍ ທ່ານ ສີ ຈິ້ນຜິງ ປະທານປະເທດ ສປ ຈີນ ພ້ອມທັງມີ ທ່ານ ອັງໂຕນີໂອ ກຸເຕີເຮສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ເຂົ້າຮ່ວມເປັນສັກຂີພິຍານ ໃນການລົງນາມຮ່ວມກັນຂອງ 29 ປະເທດຈາກຫລາຍພາກພື້ນທົ່ວໂລກ.
ການກຳເນີດຂຶ້ນຂອງອົງການ WAICO ຖືເປັນຂີດໝາຍສຳຄັນຂອງການຮ່ວມມືແບບຫຼາຍຝ່າຍ ເພື່ອສົ່ງເສີມການພັດທະນາ ແລະ ການນຳໃຊ້ປັນຍາປະດິດ (AI) ຢ່າງຮອບດ້ານ, ປອດໄພ ແລະ ມີຄວາມຮັບຜິດຊອບສູງ.
ອົງການນີ້ຈະກາຍເປັນເວທີກາງໃນການປະສານງານກ່ຽວກັບມາດຕະຖານການຄຸ້ມຄອງ, ເຕັກນິກ ແລະ ຈັນຍາບັນຂອງ AI ລະດັບສາກົນ ເຊິ່ງຈະຊ່ວຍແກ້ໄຂບັນຫາຄວາມແຕກໂຕນດ້ານດີຈິຕອນລະຫວ່າງປະເທດພັດທະນາແລ້ວ ແລະ ປະເທດກຳລັງພັດທະນາ ຕະຫລອດຈົນເຖິງການຮ່ວມມືກັນຕ້ານອາຊະຍາກຳຂ້າມຊາດຢ່າງມີປະສິດທິຜົນ ເຊິ່ງຍັງເປີດກວ້າງໃຫ້ວົງຄະນາຍາດສາກົນສາມາດເຂົ້າຮ່ວມລົງນາມໄດ້ຕື່ມອີກໃນອະນາຄົດ.
ສຳລັບ ສປປ ລາວ ແລ້ວ ການກາຍເປັນປະເທດຜູ້ຮ່ວມກໍ່ຕັ້ງໃນຄັ້ງນີ້ ບໍ່ພຽງແຕ່ເປັນການຮັດແໜ້ນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ເລິກເຊິ່ງຂຶ້ນເທົ່ານັ້ນ ແຕ່ຍັງເປັນການເປີດປະຕູສູ່ກາລະໂອກາດອັນມະຫາສານໃນເວທີໂລກ.
ການເຂົ້າຮ່ວມນີ້ຈະເປັນກຸນແຈສຳຄັນໃນການຍາດແຍ່ງການຮ່ວມມື ເພື່ອຮັບມືກັບສິ່ງທ້າທາຍທາງໄຊເບີ, ດຶງດູດການລົງທຶນຈາກຕ່າງປະເທດ, ສົ່ງເສີມການຖ່າຍໂອນເຕັກໂນໂລຊີໃໝ່ ແລະ ຊຸກຍູ້ການນຳໃຊ້ AI ຢ່າງສ້າງສັນ.
ທັງໝົດນີ້ ລ້ວນແຕ່ເປັນກຳລັງແຮງຂັບເຄື່ອນອັນສຳຄັນ ທີ່ຈະຊ່ວຍຍູ້ແຮງການພັດທະນາປະເທດຊາດ ຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະ ຈັດຕັ້ງປະຕິບັດວິໄສທັດການພັດທະນາເສດຖະກິດດີຈິຕອນຂອງ ສປປ ລາວ ໃຫ້ກ້າວໜ້າຢ່າງແທ້ຈິງ.
#LaoX #LaoXperts #WAICO #AILaos #ເສດຖະກິດດີຈິຕອນລາວ #ປັນຍາປະດິດໂລກ #ພົວພັນລາວຈີນ #ເຕັກໂນໂລຊີແຫ່ງອະນາຄົດ #LaoPDR


