ປົກເວັບ 74 1

ລັດຖະບານຫວຽດນາມ ກຽມພິຈາລະນາປັບຂຶ້ນຄ່າແຮງງານຂັ້ນຕໍ່າສະເລ່ຍ 7,8% ເຊິ່ງຈະເຮັດໃຫ້ລາຍຮັບສູງສຸດແຕະ 5,7 ລ້ານດົງຕໍ່ເດືອນ ໂດຍມີເປົ້າໝາຍເພື່ອຍົກລະດັບຄຸນນະພາບຊີວິດຂອງຊາວຜູ້ອອກແຮງງານໃຫ້ສອດຄ່ອງກັບຄ່າຄອງຊີບ ແລະ ຊຸກຍູ້ການເຕີບໂຕທາງເສດຖະກິດຂອງປະເທດ ຖ້າຫາກໄດ້ຮັບການອະນຸມັດຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2027 ນີ້.

ອີງຕາມການລາຍງານຂອງສຳນັກຂ່າວ VietNam News ລະບຸວ່າ ການປັບຂຶ້ນຄ່າແຮງງານໃນຄັ້ງນີ້ ຈະເປັນການເພີ່ມອັດຕາຄ່າຈ້າງຂຶ້ນປະມານ 310.000 ຫາ 390.000 ດົງ (ປະມານ 11,8 – 14,8 ໂດລາສະຫະລັດ) ຕໍ່ເດືອນ. ການປັບປ່ຽນດັ່ງກ່າວແມ່ນແບ່ງອອກເປັນ 4 ພາກພື້ນ ຕາມລະດັບການພັດທະນາທາງເສດຖະກິດ ແລະ ຄ່າຄອງຊີບ ພາຍຫຼັງການປັບໂຄງສ້າງການປົກຄອງທ້ອງຖິ່ນ ເມື່ອວັນທີ 1 ກໍລະກົດ 2025 ເຊິ່ງກວມເອົາ 34 ແຂວງ ແລະ ນະຄອນ. 

ສຳລັບ ພາກພື້ນທີ 1 ທີ່ກວມເອົາພື້ນທີ່ເສດຖະກິດສຳຄັນ ແລະ ເມືອງໃຫຍ່ ເຊັ່ນ: ຮ່າໂນ້ຍ, ນະຄອນໂຮ່ຈິມິນ, ໄຮຟອງ ແລະ ດານັງ ຈະມີການປັບຂຶ້ນຈາກ 5,31 ລ້ານດົງ ເປັນ 5,70 ລ້ານດົງຕໍ່ເດືອນ ເຊິ່ງເພີ່ມຂຶ້ນ 7,3%.

ໃນຂະນະດຽວກັນ, ພາກພື້ນທີ 2 ທີ່ເປັນເຂດອຸດສາຫະກຳສຳຄັນ ເຊັ່ນ: ບິງເຢືອງ, ດົງນາຍ ແລະ ເກີນເທີ ຈະປັບຂຶ້ນຈາກ 4,73 ລ້ານດົງ ເປັນ 5,08 ລ້ານດົງຕໍ່ເດືອນ (ເພີ່ມຂຶ້ນ 7,4%). 

ສ່ວນ ພາກພື້ນທີ 3 ເຊິ່ງເປັນພື້ນທີ່ເສດຖະກິດລະດັບປານກາງ ເຊັ່ນ: ຫາຍເຢືອງ, ແຄງຮວ່າ ແລະ ລອງອານ ຈະປັບຈາກ 4,14 ລ້ານດົງ ເປັນ 4,45 ລ້ານດົງຕໍ່ເດືອນ (ເພີ່ມຂຶ້ນ 7,5%).

ສິ່ງທີ່ໜ້າສົນໃຈຄື ພາກພື້ນທີ 4 ທີ່ເປັນເຂດຊົນນະບົດ ແລະ ກະສິກຳ ແມ່ນມີການປັບຂຶ້ນໃນອັດຕາສ່ວນຮ້ອຍທີ່ສູງທີ່ສຸດເຖິງ 9,2% ໂດຍປັບຈາກ 3,70 ລ້ານດົງ ເປັນ 4,04 ລ້ານດົງຕໍ່ເດືອນ.

ອັດຕາໃໝ່ນີ້ ແມ່ນຄ່າຈ້າງຂັ້ນຕໍ່າສຸດທີ່ນາຍຈ້າງຕ້ອງຈ່າຍໃຫ້ລູກຈ້າງສຳລັບວຽກທົ່ວໄປໃນສະພາບແວດລ້ອມການເຮັດວຽກປົກກະຕິ ເພື່ອຮັບປະກັນໃຫ້ແຮງງານສາມາດດຳລົງຊີວິດ ແລະ ຕອບສະໜອງຄວາມຕ້ອງການພື້ນຖານໄດ້ ໂດຍນາຍຈ້າງ ແລະ ລູກຈ້າງຍັງສາມາດເຈລະຈາຄ່າຈ້າງຕົວຈິງທີ່ສູງກວ່າອັດຕານີ້ໄດ້. ທັງໝົດນີ້, ຂໍ້ສະເໜີດັ່ງກ່າວຈະຖືກນຳສະເໜີຕໍ່ນາຍົກລັດຖະມົນຕີຫວຽດນາມ ເພື່ອພິຈາລະນາອະນຸມັດກ່ອນການປະກາດໃຊ້ຢ່າງເປັນທາງການ.

#LaoXperts #ຫວຽດນາມ #ຄ່າແຮງງານຂັ້ນຕໍ່າ #ເສດຖະກິດຫວຽດນາມ #ຂ່າວເສດຖະກິດ #ແຮງງານ #VietnamNews

Comments are disabled