Sg firstdate web

ລັດຖະບານສິງກະໂປກຳລັງສ້າງຄວາມສົນສົນໄປທົ່ວໂລກ ຫຼັງ Government Technology Agency ຫຼື GovTech ເປີດເຜີຍວ່າກຳລັງສຶກສາແນວຄິດໃນການພັດທະນາ Platform ຫາຄູ່ຮູບແບບໃໝ່ພາຍໃຕ້ຊື່ Firstdate ເຊິ່ງມີເປົ້າໝາຍຊ່ວຍໃຫ້ຄົນໂສດໄດ້ພົບປະກັນໃນໂລກຈິງ ພ້ອມສະເໜີສິດທິພິເສດເປັນ ລ້ຽງເຂົ້າຟຣີສຳລັການເດດຄັ້ງທຳອິດ ຫາກຈັບຄູ່ສຳເລັດ.

ແນວຄິດດັ່ງກ່າວຖືກນຳສະເໜີຄັ້ງທຳອິດໃນງານ Hackathon ປະຈຳປີຂອງ GovTech ກ່ອນຈະມີການສົ່ງແບບສອບຖາມຜ່ານ Platform “CrowdTask” ເພື່ອສຳຫຼວດຄວາມຄິດເຫັນຂອງປະຊາຊົນກ່ຽວກັບໜ້າຕາເວັບໄຊ, ຟີເຈີ້ ແລະ ຄວາມເປັນໄປໄດ້ໃນການນຳໂຄງການນີ້ໄປພັດທະນາຕໍ່.

ຈາກຂໍ້ມູນໃນແບບສຳຫຼວດ, ຜູ້ໃຊ້ງານທີ່ມີອາຍຸຕ່ຳກວ່າ 35 ປີ ຈະຕ້ອງຕອບແບບສອບຖາມກ່ຽວກັບຄວາມສົນໃຈ, ບຸກຄະລິກ ແລະ ຄ່ານິຍົມ ເຊິ່ງໃຊ້ເວລາປະມານ 10 ນາທີ ກ່ອນທີ່ລະບົບຈະຈັບຄູ່ກັບຄົນທີ່ມີຄວາມເຂົ້າກັນໄດ້. ຫາກຈັບຄູ່ສຳເລັດ ທັງສອງຝ່າຍຈະໄດ້ຮັບສິດໄປກິນເຂົ້າຟຣີທີ່ຮ້ານອາຫານທີ່ເຂົ້າຮ່ວມໂຄງການ ເພື່ອສະໜັບສະໜູນໃຫ້ພົບກັນແບບໂຕຕໍ່ໂຕ ແທນການໂອ້ລົມກັນຜ່ານໜ້າຈໍພຽງຢ່າງດຽວ.

ອີກໜຶ່ງຈຸດເດັ່ນຂອງແນວຄິດນີ້ຄື ຜູ້ສະໝັກທຸກຄົນຈະຕ້ອງຢືນຢັນໂຕຕົນຜ່ານ Singpass ລະບົບຢືນຢັນໂຕຕົນ Digital ຂອງລັດຖະບານສິງກະໂປ ເພື່ອຫຼຸດບັນຫາການສ້າງບັນຊີປອມ ຫຼື ທີ່ເອີ້ນກັນວ່າ catfishing ເຊະ່ງເປັນບັນຫາທີ່ເຫັນໄດ້ຫຼາຍໃນແອັບຫາຄູ່ທົ່ວໄປ ໂດຍຂໍ້ຄວາມປະຊາສຳພັນຂອງໂຄງການລະບຸວ່າ “We’ve got your first date covered. No fakes, no drama” ຫຼື “ເຮົາຈະດູແລເດດທຳອິດຂອງທ່ານເອງ ບໍ່ມີບັນຊີປອມ ແລະ ປາສະຈາກດຣາມ່”

ຕໍ່ມາ GovTech ຍັງໄດ້ສົ່ງແບບສຳຫຼວດຮອບທີສອງ ເພື່ອສອບຖາມຄົນໂສດກ່ຽວກັບອຸປະສັກໃນການຫາຄູ່ ແລະ ເປີດຮັບຄວາມຄິດເຫັນກ່ຽວກັບກິດຈະກຳທີ່ລັດຖະບານອາດສະໜັບສະໜູນໃນອະນາຄົດ ເຊັ່ນ ກິດຈະກຳພົບປະແບບບໍ່ເປັນທາງການ, ການຈັບຄູ່ໄປກິນເຂົ້າ, ກິດຈະກຳກຸ່ມ ລວມເຖິງການອຸດໜູນຄ່າໃຊ້ຈ່າຍສຳລັບການອອກເດດ.

ແນວໃດກໍຕາມ, GovTech ຍ້ຳວ່າ Firstdate ຍັງເປັນພຽງແຕ່ແນວຄິດໃນໄລຍະເລີ່ມຕົ້ນເທົ່ານັ້ນ ແລະ ຍັງບໍ່ໄດ້ມີການຕັດສິນໃຈວ່າຈະພັດທະນາເປັນບໍລິການແທ້. ໂດຍລະບຸວ່າໃນແຕ່ລະປີມີແນວຄິດໃໝ່ຫຼາຍຮ້ອຍໂຄງການທີ່ເກີດຂຶ້ນຈາກ Hackathon ແລະ ສ່ວນຫຼາຍຈະຢຸດຢູ່ພຽງແຕ່ຂັ້ນຂອງການວິໄຈ ຫຼື ການທົດລອງພຽງເທົ່ານັ້ນ.

ເຖິງແມ້ວ່າຈະຍັງບໍ່ແມ່ນໂຄງການຢ່າງເປັນທາງການ ແຕ່ຫຼາຍຝ່າຍເຫັນວ່າແນວຄິດນີ້ສະທ້ອນຄວາມພະຍາຍາມຂອງລັດຖະບານສິງກະໂປໃນການຮັບມືກັບອັດຕາການເກີດທີ່ຫຼຸດລົງຢ່າງຕໍ່ເນື່ອງ. ໂດຍໃນປີ 2025 ສິງກະໂປມີອັດຕາການຈະເລີນພັນຮ່ວມ (Total Fertility Rate) ພຽງແຕ່ 0.87 ຄົນຕໍ່ຜູ້ຍິງໜຶ່ງຄົນ ເຊິ່ງເປັນລະດັບຕ່ຳທີ່ສຸດເປັນປະຫວັດສາດ ແລະ ຕ່ຳກວ່າລະດັບທົດແທນປະຊາກອນຢ່າງຫຼາຍ.

ນີ້ບໍ່ແມ່ນຄັ້ງທຳອິດທີ່ລັດຖະບານສິງກະໂປເຂົ້າມາມີບົດບາດໃນການສົ່ງເສີມຄວາມສຳພັນຂອງຄົນໂສດ ເພາະໃນອາດີດເຄີຍຈັດຕັ້ງໜ່ວຍງານ Social Development Unit (SDU) ເພື່ອຊ່ວຍໃຫ້ຄົນໂສດໄດ້ພົບປະ ແລະ ສ້າງຄວາມຄົວ, ກ່ອນຈະພັດທະນາມາເປັນ Social Development Network (SDN) ໃນເວລາຕໍ່ມາ, ແມ້ວ່າເວັບໄຊ SDN ຈະຍຸດຕິການໃຫ້ບໍລິການໄປແລ້ວ ແຕ່ແນວຄິດ Firtsdate ກໍສະແດງໃຫ້ເຫັນວ່າລັດຖະບານຍັງຄົງສະແຫວງຫາແນວຄິດໃໝ່ໆ ໃນການຊ່ວຍໃຫ້ຄົນລຸ້ນໃໝ່ສ້າງຄວາມສຳພັນ ແລະ ຄອບຄົວໃນອະນາຄົດ.

ແຫຼ່ງຂໍ້ມູນ: straitstimes, mothership

Comments are disabled