ທະນາຄານໂລກ ໄດ້ປະກາດຍົກລະດັບ ຫວຽດນາມ ແລະ ຟີລິບປິນ ຂຶ້ນເປັນກຸ່ມປະເທດທີ່ມີລາຍຮັບປານກາງລະດັບສູງ upper-middle-income ຢ່າງເປັນທາງການ ເຊິ່ງເປັນຂີດໝາຍສຳຄັນຈາກການຂະຫຍາຍຕົວທາງເສດຖະກິດຢ່າງຕໍ່ເນື່ອງ ທີ່ຈະຊ່ວຍດຶງດູດຄວາມເຊື່ອໝັ້ນຂອງນັກລົງທຶນທົ່ວໂລກຢ່າງມະຫາສານ ເຖິງແມ່ນວ່າອາດຈະເຮັດໃຫ້ການເຂົ້າເຖິງແຫຼ່ງທຶນຊ່ວຍເຫຼືອເພື່ອການພັດທະນາຫຼຸດລົງກໍຕາມ.
ການປັບຖານະໃໝ່ໃນວັນທີ 1 ກໍລະກົດ ທີ່ຜ່ານມານີ້ ສົ່ງຜົນໃຫ້ 5 ເສດຖະກິດໃຫຍ່ຂອງອາຊີຕາເວັນອອກສຽງໃຕ້ ເຊິ່ງລວມມີ ສິງກະໂປ, ມາເລເຊຍ ແລະ ໄທ ລ້ວນແຕ່ຢືນຢູ່ໃນລະດັບລາຍຮັບປານກາງລະດັບສູງຂຶ້ນໄປທັງໝົດ. ຕາມການລລາຍງານຂອງ straitstimes.
ຈາກຂໍ້ມູນພົບວ່າ ຫວຽດນາມ ເຊິ່ງເຄີຍຕິດຢູ່ໃນກຸ່ມລາຍຮັບປານກາງລະດັບຕ່ຳມາຕັ້ງແຕ່ປີ 2009 ແລະ ຟີລິບປິນ ທີ່ຢູ່ໃນກຸ່ມດັ່ງກ່າວມາຕັ້ງແຕ່ທ້າຍຊຸມປີ 1980 ສາມາດສ້າງລາຍຮັບແຫ່ງຊາດລວມ (GNI) ຕໍ່ຫົວຄົນໃນປີ 2025 ບັນລຸເຖິງ 4.970 ໂດລາສະຫະລັດ ແລະ 4.850 ໂດລາສະຫະລັດ ຕາມລຳດັບ ເຊິ່ງລື່ນກາຍເກນມາດຕະຖານໃໝ່ຂອງທະນາຄານໂລກທີ່ກຳນົດໄວ້ 4.636 ໂດລາສະຫະລັດ.
ປັດໄຈຄວາມສຳເລັດນີ້ມາຈາກຮູບແບບການເຕີບໂຕທີ່ເນັ້ນການສົ່ງອອກເປັນຫຼັກຂອງຫວຽດນາມ ແລະ ການຂະຫຍາຍຕົວແບບກວ້າງຂວາງໃນທຸກຂະແໜງການອຸດສາຫະກຳຂອງຟີລິບປິນ ທີ່ສະທ້ອນໃຫ້ເຫັນເຖິງການຍົກລະດັບເສດຖະກິດໃນພາບລວມ ບໍ່ແມ່ນການເຕີບໂຕພຽງແຕ່ຂະແໜງການດຽວ.
ໃນຂະນະທີ່ຫວຽດນາມ ເຊິ່ງເປັນໜຶ່ງໃນປະເທດທີ່ມີເສດຖະກິດເຕີບໂຕໄວທີ່ສຸດໃນອາຊີ ພວມຕັ້ງເປົ້າໝາຍການເຕີບໂຕເປັນຕົວເລກສອງຫຼັກພາຍໃນປີ 2026 ໂດຍໄດ້ຮັບແຮງຍູ້ດັນຈາກນະໂຍບາຍການປະຕິຮູບທີ່ເອື້ອອຳນວຍຕໍ່ທຸລະກິດ ແລະ ການລົງທຶນດ້ານໂຄງລ່າງພື້ນຖານຂະໜາດໃຫຍ່, ທາງດ້ານຟີລິບປິນພັດຕ້ອງປະເຊີນກັບສິ່ງທ້າທາຍທີ່ຫຍຸ້ງຍາກກວ່າ ໂດຍໄດ້ປັບຫຼຸດເປົ້າໝາຍການເຕີບໂຕທາງເສດຖະກິດໃນໄລຍະປີ 2026-2030 ລົງ ອັນເນື່ອງມາຈາກຄວາມເຄັ່ງຕຶງໃນພາກພື້ນຕາເວັນອອກກາງ ແລະ ຜົນກະທົບຈາກປະກົດການແອນນີໂຢ (El Nino) ທີ່ຮຸນແຮງ.
ຢ່າງໃດກໍຕາມ, ການກ້າວຂຶ້ນມາເປັນປະເທດລາຍຮັບປານກາງລະດັບສູງກໍມີຜົນກະທົບຕໍ່ແຫຼ່ງທຶນສະໜັບສະໜູນ. ລັດຖະບານຂອງປະເທດເຫຼົ່ານີ້ອາດຈະມີຂໍ້ຈຳກັດໃນການເຂົ້າເຖິງແຫຼ່ງທຶນຊ່ວຍເຫຼືອເພື່ອການພັດທະນາ ເຊັ່ນກໍລະນີຂອງຟີລິບປິນທີ່ເຄີຍໄດ້ຮັບເງິນກູ້ໃນອັດຕາດອກເບ້ຍຕ່ຳກວ່າຕະຫຼາດເພື່ອມາພັດທະນາໂຄງລ່າງພື້ນຖານ ແລະ ໂຄງການສັງຄົມ.
ນັກເສດຖະສາດຊີ້ໃຫ້ເຫັນວ່າ ສະຖານະພາບໃໝ່ນີ້ໝາຍເຖິງຄວາມສາມາດໃນການເພິ່ງພາຕົນເອງທີ່ສູງຂຶ້ນ ແລະ ຄວາມພ້ອມໃນການຈັດຫາຊັບພະຍາກອນດ້ວຍຕົນເອງ.
ຄວາມແຕກຕ່າງລະຫວ່າງ Lower-Middle ແລະ Upper-Middle ແມ່ນ Lower-Middleແມ່ນປະເທດທີ່ກຳລັງຕັ້ງໄຂ່ ແລະ ຍັງຕ້ອງການການປະຄັບປະຄອງຈາກສາກົນ, ສ່ວນ Upper-Middle ແມ່ນປະເທດທີ່ປີກກ້າຂາແຂງແລ້ວ, ສາມາດແຂ່ງຂັນໃນຕະຫຼາດໂລກດ້ວຍຕົນເອງ ແຕ່ກໍຕ້ອງແລກມາກັບການຖືກຕັດເງິນຊ່ວຍເຫຼືອຕ່າງໆ.
#LaoXperts #WorldBank #ເສດຖະກິດອາຊຽນ #ຫວຽດນາມ #ຟີລິບປິນ #UpperMiddleIncome #ASEANEconomy


