ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ນະໂຍບາຍຄຸ້ມຄອງສິນເຊື່ອ 2026-2030 ຢ່າງເປັນທາງການ ເພື່ອຊຸກຍູ້ການເຕີບໂຕທາງເສດຖະກິດ, ແຜນແມ່ບົດດັ່ງກ່າວຕັ້ງເປົ້າຊຸກຍູ້ໃຫ້ສິນເຊື່ອຂະຫຍາຍຕົວສະເລ່ຍ 14% ຕໍ່ປີ ພ້ອມທັງຄວບຄຸມໜີ້ບໍ່ກໍ່ໃຫ້ເກີດລາຍຮັບ (NPLs) ໃຫ້ຕໍ່າກວ່າ 3% ເພື່ອຮັກສາສະຖຽນລະພາບຂອງລະບົບການເງິນແຫ່ງຊາດ.
ນະໂຍບາຍຄຸ້ມຄອງສິນເຊື່ອໃນຄັ້ງນີ້ຖືເປັນບາດກ້າວສຳຄັນໃນການຫັນປ່ຽນໂຄງສ້າງການປ່ອຍກູ້ຂອງລະບົບທະນາຄານ ໂດຍແນໃສ່ການຫຼຸດຜ່ອນການນຳເຂົ້າ ແລະ ຊຸກຍູ້ການສົ່ງອອກໃຫ້ເປັນຮູບປະທຳ.
ທະນາຄານແຫ່ງ ສປປ ລາວ ໄດ້ກຳນົດທິດທາງການປ່ອຍສິນເຊື່ອຢ່າງຈະແຈ້ງ ໂດຍຈະສຸມໃສ່ສະໜອງທຶນໃຫ້ແກ່ຂະແໜງການຜະລິດທີ່ເປັນທ່າແຮງຂອງປະເທດຢ່າງແທ້ຈິງ.
ໃນແຜນແມ່ບົດສະບັບນີ້ໄດ້ກຳນົດສັດສ່ວນການປ່ອຍສິນເຊື່ອໃຫ້ແກ່ຂະແໜງອຸດສາຫະກຳກວມເອົາເຖິງ 36% ຂອງສິນເຊື່ອທັງໝົດ, ຕາມມາດ້ວຍຂະແໜງການບໍລິການ 15%, ຂະແໜງການຄ້າ 15% ແລະ ຂະແໜງກະສິກຳ ແລະ ປ່າໄມ້ 10%.
ການຈັດສັນດັ່ງກ່າວແມ່ນເພື່ອຮັບປະກັນວ່າເມັດເງິນລົງທຶນຈະຖືກປ່ອຍເຂົ້າສູ່ພາກການຜະລິດທີ່ຈຳເປັນ ເພື່ອສ້າງມູນຄ່າເພີ່ມໃຫ້ແກ່ເສດຖະກິດພາຍໃນປະເທດຢ່າງຍືນຍົງ.
ນອກຈາກການກຳນົດເປົ້າໝາຍການຂະຫຍາຍຕົວແລ້ວ ອີກໜຶ່ງຈຸດສຸມຫຼັກທີ່ສຳຄັນຄືການສົ່ງເສີມການນຳໃຊ້ເງິນກີບໃນລະບົບເສດຖະກິດ ໂດຍນະໂຍບາຍໄດ້ວາງຄາດໝາຍໃຫ້ສິນເຊື່ອທີ່ເປັນເງິນກີບຕ້ອງກວມເອົາຢ່າງໜ້ອຍ 60% ຂອງສິນເຊື່ອທັງໝົດພາຍໃນປີ 2030 ເຊິ່ງຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ຄ່າເງິນທ້ອງຖິ່ນ.
ພ້ອມດຽວກັນນັ້ນ ແຜນນະໂຍບາຍຍັງໄດ້ເນັ້ນໜັກເຖິງການຄຸ້ມຄອງຄຸນນະພາບຂອງສິນເຊື່ອຢ່າງເຂັ້ມງວດ ດ້ວຍການວາງແຜນງານແກ້ໄຂໜີ້ທີ່ບໍ່ກໍ່ໃຫ້ເກີດດອກອອກຜົນ (NPLs) ແລະ ສະພາບໜີ້ໃນລະບົບທະນາຄານຢ່າງເປັນລະບົບ ເພື່ອຮັກສາຕົວເລກໃຫ້ຢູ່ພາຍໃຕ້ລຳດັບທີ່ກຳນົດໄວ້ຄືບໍ່ໃຫ້ລື່ນ 3% ເຊິ່ງຈະຊ່ວຍສ້າງຄວາມເຊື່ອໝັ້ນໃຫ້ແກ່ລະບົບທະນາຄານທຸລະກິດ ແລະ ກະຕຸ້ນການລົງທຶນ.
ການຈັດຕັ້ງປະຕິບັດນະໂຍບາຍຄຸ້ມຄອງສິນເຊື່ອຂອງ ສປປ ລາວ ໄລຍະ 5 ປີຕໍ່ໜ້ານີ້ ຄາດວ່າຈະສ້າງຜົນກະທົບເຊີງບວກຢ່າງມະຫາສານຕໍ່ກັບການຟື້ນຟູ ແລະ ສ້າງຄວາມໝັ້ນຄົງໃຫ້ແກ່ເສດຖະກິດມະຫາພາກຂອງປະເທດໃນໄລຍະຍາວ.
#LaoXperts #ນະໂຍບາຍສິນເຊື່ອ #ເສດຖະກິດລາວ #ທະນາຄານແຫ່ງສປປລາວ #BOL #LaoEconomy #CreditRoadmap2030


