ການຂະຫຍາຍຕົວຂອງເຂດອຸດສາຫະກຳປຸງແຕ່ງໃນທ້ອງຖິ່ນ ກຳລັງສ້າງໂອກາດຄັ້ງໃຫຍ່ໃນການຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ ແລະ ພະນັກງານລັດທີ່ກ່ຽວຂ້ອງ. ການຫັນປ່ຽນນີ້ ແນໃສ່ຍົກລະດັບຊາວກະສິກອນໃຫ້ກາຍເປັນແຮງງານອຸດສາຫະກຳທີ່ມີສີມື, ສ້າງລາຍຮັບທີ່ໝັ້ນຄົງ ແລະ ແກ້ໄຂບັນຫາການຍ້າຍຖິ່ນຖານໄປອອກແຮງງານຢູ່ຕ່າງປະເທດຢ່າງຢັ່ງຢືນ.
ຂໍ້ມູນດັ່ງກ່າວໄດ້ຮັບການເປີດເຜີຍໂດຍ ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມອຸດສາຫະກຳປຸງແຕ່ງ, ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງໄດ້ໃຫ້ສຳພາດຢ່າງເປັນທາງການໃນລາຍການ ອຄ ສື່ສານ ເຖິງທິດທາງແຜນການຍຸດທະສາດໃໝ່ຂອງຂະແໜງການ.
“ນິຄົມອຸດສາຫະກຳ ຈະເປັນບ່ອນສ້າງແຮງງານທີ່ມີຄຸນະພາບ ສ້າງແຮງງານທີ່ມີລະບຽບວິໄນ.” ທ່ານ ບຸນເພັງກ່າວ.
ທ່ານບຸນເພັງຍັງໃຫ້ຮູ້ອີກວ່າ ໃນດຳລັດວ່າດ້ວນການສ້າງນິຄົມອຸດສາຫະກຳ ຍັງກຳນົດໄວ້ວ່າ ຜູ້ພັດທະນານິຄົມຕ້ອງສ້າງໂຮງຮຽນ ຫຼື ສູນຝືກອົບຮົມເພື່ອພັດທະນາສີມືແຮງງານເພື່ອປ້ອນເຂົ້ານິຄົມອີກດ້ວຍ. ແລະ ຕ້ອງສ້າງສີມືແຮງງານທີ່ເປັນຄົນລາວ ຢ່າງໜ້ອຍ 5% ຕໍ່ປິີ ຂອງແຮງງານທັງໝົດໃນນິຄົມ.
ການຈ້າງງານໃນພາກອຸດສາຫະກຳ ຖືເປັນເຄື່ອງມືທີ່ມີປະສິດທິພາບທີ່ສຸດໃນການລຶບລ້າງຄວາມທຸກຍາກ.
ເມື່ອປະຊາຊົນມີລາຍຮັບທີ່ໝັ້ນຄົງ, ອຳນາດການຊື້ (Purchasing Power) ພາຍໃນປະເທດກໍຈະເພີ່ມຂຶ້ນ ເຊິ່ງຈະໝູນວຽນໄປກະຕຸ້ນທຸລະກິດຂະໜາດນ້ອຍອື່ນໆໃນຊຸມຊົນອີກທອດໜຶ່ງ. ສິ່ງສຳຄັນທີ່ສຸດໃນປັດຈຸບັນຄື ການສ້າງກົນໄກປົກປ້ອງສິດທິແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ໄດ້ມາດຕະຖານ.
ການຮ່ວມມືລະຫວ່າງພາກລັດ, ໂຮງງານ ແລະ ສະຖາບັນການສຶກສາ ໃນການຈັດຕັ້ງສູນຝຶກວິຊາຊີບສະເພາະທາງ ຈະເປັນຮາກຖານອັນແຂງແກ່ນ ທີ່ຊ່ວຍຮັບປະກັນວ່າ ປະຊາຊົນລາວຈະໄດ້ຮັບຜົນປະໂຫຍດສູງສຸດ ຈາກການເຂົ້າມາລົງທຶນໃນຂະແໜງອຸດສາຫະກຳປຸງແຕ່ງຢ່າງແທ້ຈິງ.
#LaoXperts #ພັດທະນາສັງຄົມ #ແຮງງານລາວ #ອຸດສາຫະກຳປຸງແຕ່ງ #ອຄສື່ສານ #HumanCapital


