ກອງທຶນສົ່ງເສີມ SME ແລະ ກອງທຶນນາງຟ້າ ເຊັນສັນຍາສະໜອງທຶນໄລຍະ 5 ປີ ເພື່ອຄໍ້າປະກັນສິນເຊື່ອໃຫ້ທຸລະກິດທີ່ຂາດຫຼັກຊັບ ມຸ່ງປົດລັອກແຫຼ່ງທຶນ, ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ ແລະ ກະຕຸ້ນການຜະລິດພາຍໃນປະເທດຢ່າງເປັນຮູບປະທຳ.
ຕາມການລາຍງານຂອງ ກະຊວງອຸດສາຫະກຳ ແລະ ການຄ້າ, ພິທີລົງນາມສັນຍາສະໜອງທຶນພາຍໃຕ້ຊື່ “ກອງທຶນນາງຟ້າ ພາຍໃຕ້ບ້ວງເງິນສະສົມຂອງ ທສວ ປະຈຳປີ 2026” ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງວັນທີ 29 ມິຖຸນາ 2026 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ).
ການລົງນາມຄັ້ງນີ້ ຕາງໜ້າໂດຍ ທ່ານ ນາງ ມະນີວອນ ວົງໄຊ ຫົວໜ້າກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ທັງເປັນຜູ້ອຳນວຍການກອງທຶນສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ແລະ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະສະພາບໍລິຫານ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ການຮ່ວມມືໃນໄລຍະ 5 ປີຕໍ່ໜ້ານີ້ ແມ່ນມີເປົ້າໝາຍສຳຄັນໃນການເພີ່ມທຶນຄ້ໍາປະກັນສິນເຊື່ອໃຫ້ແກ່ ຈນກ ທີ່ຕ້ອງການຂໍສິນເຊື່ອຈາກທະນາຄານທຸລະກິດ ແຕ່ມີຂໍ້ຈຳກັດເລື່ອງຫຼັກຊັບຄໍ້າປະກັນທີ່ບໍ່ພຽງພໍ ຫຼື ບໍ່ມີເລີຍ ໂດຍການຄໍ້າປະກັນຈະປະຕິບັດຕາມລະບຽບການຂອງກອງທຶນນາງຟ້າ.
ພ້ອມດຽວກັນນັ້ນ, ຍັງເປັນການຊຸກຍູ້ສົ່ງເສີມດ້ານວິຊາການ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຈຸນລະວິສາຫະກິດ ແລະ ສຄອຊ ໄປພ້ອມໆກັນ. ຜົນສຳເລັດຈາກໄລຍະຜ່ານມາ (ປີ 2020-2025) ທີ່ ທສວ ໄດ້ສະໜອງທຶນ 500 ລ້ານກີບ ແມ່ນເຫັນໄດ້ຢ່າງຊັດເຈນ ເຊິ່ງສາມາດຊ່ວຍເຫຼືອຈຸນລະວິສາຫະກິດໃນຂະແໜງກະສິກຳໄດ້ເຖິງ 5 ຫົວໜ່ວຍ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ, ເຮັດໃຫ້ຜູ້ປະກອບການທີ່ບໍ່ມີຫຼັກຊັບຄໍ້າປະກັນສາມາດເຂົ້າເຖິງແຫຼ່ງທຶນ ແລະ ຂະຫຍາຍການຜະລິດໄດ້ຕົວຈິງ.
ຈາກໝາກຜົນອັນພົ້ນເດັ່ນດັ່ງກ່າວ, ການສືບຕໍ່ໂຄງການນີ້ຈຶ່ງເປັນບາດກ້າວສຳຄັນໃນການຍູ້ແຮງໃຫ້ທຸລະກິດຂະໜາດນ້ອຍສາມາດດຳເນີນກິດຈະການໄດ້ຢ່າງຄ່ອງຕົວ ແລະ ປະກອບສ່ວນເຂົ້າໃນການຊຸກຍູ້ການຜະລິດພາຍໃນປະເທດ.
ໃນຕອນທ້າຍຂອງພິທີ, ທ່ານ ນາງ ມະນີວອນ ວົງໄຊ ຍັງໄດ້ເນັ້ນໜັກຢ່າງໜັກແໜ້ນວ່າ ການນຳໃຊ້ທຶນຄໍ້າປະກັນສິນເຊື່ອແກ່ ຈນກ ຄັ້ງນີ້ ຕ້ອງດຳເນີນໄປຢ່າງສອດຄ່ອງກັບຈຸດປະສົງ ແລະ ເປົ້າໝາຍຂອງທຶນ ພ້ອມທັງຮັບປະກັນໃຫ້ເກີດປະສິດທິພາບ ກໍຄືປະສິດທິຜົນສູງສຸດແກ່ການພັດທະນາເສດຖະກິດຂອງຊາດ.
#LaoXperts #SMEລາວ #ກອງທຶນນາງຟ້າ #ທສວ #ສຄອຊ #ອັດສີດທຶນSME #ທຸລະກິດຂະໜາດນ້ອຍ #ເສດຖະກິດລາວ


