Apple ກຽມເພີ່ມລາຄາສິນຄ້າຫຼາຍກຸ່ມ ຫຼັງພົບກັບແຮງກົດດັນດ້ານຕົ້ນທຶນ chip ໜ່ວຍຄວາມຈຳ ແລະ chip ຈັດເກັບຂໍ້ມູນທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ທ່າມກາງຄວາມຕ້ອງການ chip ຈາກອຸດສະຫະກຳປັນຍາປະດິດ ຫຼື AI ທີ່ກຳລັງເຕີບໂຕຢ່າງວ່ອງໄວ.
Tim Cook ປະທານຄະນະບໍລິຫານຂອງ Apple ເປີດເຜີຍກັບ The Wall Street Journal ວ່າ ບໍລິສັດພະຍາຍາມຫຼຸດຜົນກະທົບຈາກຕົ້ນທຶນທີ່ເພີ່ມຂຶ້ນ ແລະ ພະຍາຍາມປົກປ້ອງລູກຄ້າຈາກການຂຶ້ນລາຄາໃຫ້ໄດ້ດົນທີ່ສຸດ ແຕ່ສະຖານະການປັດຈຸບັນເລີ່ມບໍ່ສາມາດຮັບພາລະຕົ້ນທຶນຕໍ່ໄປໄດ້ ເຮັດໃຫ້ການປັບລາຄາສິນຄ້າກາຍເປັນສິ່ງທີ່ບໍ່ສາມາດຫຼີກລ້ຽງໄດ້.
ສາເຫດສຳຄັນແມ່ນມາຈາກຄວາມຕ້ອງການ chip ໜ່ວຍຄວາມຈຳໃນສູນຂ້ໍມູນ AI ທີ່ເພີ່ມຂຶ້ນ ໂດຍສະເພາະ chip ທີ່ມີປະສິດທິພາບສູງທີ່ໃຊ້ໃນ server AI ສົ່ງຜົນໃຫ້ການສະໜອງຂອງ chip ສຳລັບສິນຄ້າ Electronic ທົ່ວໄປຫຼຸດລົງ ແລະ ເຮັດໃຫ້ລາຄາ chip ໃນຕະຫຼາດປັບໂຕສູງຂຶ້ນ.
ແນວໃດກໍຕາມ, Apple ຍັງບໍ່ໄດ້ເປີດເຜີຍລາຍລະອຽດວ່າສິນຄ້າໃດຈະຖືກປັບຂຶ້ນລາຄາກ່ອນ ລວມເຖິງຍັງບໍ່ໄດ້ລະບຸຊ່ວງເວລາ ແລະ ອັດຕາການຂຶ້ນລາຄາຢ່າງເປັນທາງການ. ນັກວິເຄາະບາງສ່ວນຄາດວ່າ Mac ແລະ iPad ອາດເປັນກຸ່ມສິນຄ້າທີ່ຈະໄດ້ຮັບຜົນກະທົບກ່ອນ iPhone ເນື່ອງຈາກເປັນສິນຄ້າທີ່ໃຊ້ໜ່ວຍຄວາມຈຳ ແລະ chip ຈັດເກັບຂໍ້ມູນໃນປະລິມານສູງ.
ການເຄື່ອນໄຫວນີ້ສະທ້ອນໃຫ້ເຫັນເຖິງກະແສ AI ບໍ່ໄດ້ສົ່ງຜົນກະທົບສະເພາະຕໍ່ບໍລິສັດເຕັກໂນໂລຊີທີ່ພັດທະນາ server ຫຼື ລະບົບປະມວນຜົນເທົ່ານັ້ນ ແຕ່ຍັງເລີ່ມກະທົບຕໍ່ຕົ້ນທຶນສິນຄ້າ Electronic ສຳລັບຜູ້ບໍລິໂພກໂດຍກົງ ຫາກລາຄາ chip ຍັງຄົງຢູ່ໃນລະດັບທີ່ສູງ ຜູ້ບໍລິໂພກອາດຕ້ອງພົບເຈີກັບລາຄາສິນຄ້າເຕັກໂນໂລຊີທີ່ແພງຂຶ້ນໃນໄລຍະຕໍ່ໄປ.
ແຫຼ່ງຂໍ້ມູນ: The Wall Street Journal, BBC, Anadolu, Fox Business


