ເງິນໂດລາສະຫະລັດເພີ່ມຂຶ້ນແຕະລະດັບສູງສຸດໃນຮອບໜຶ່ງປີ ຫຼັງທະນາຄານກາງສະຫະລັດ (Fed) ສົ່ງສັນຍານນະໂຍບາຍທີ່ເຂັ້ມງວດ ຊຸກຍູ້ໃຫ້ນັກລົງທຶນໝັ້ນໃຈວ່າຈະມີການປັບຂຶ້ນອັດຕາດອກເບ້ຍໃນປີນີ້. Reuter ລາຍງານ
ສະຖານະການດັ່ງກ່າວໄດ້ສົ່ງຜົນກະທົບໂດຍກົງຕໍ່ຕະຫຼາດເງິນຕາທົ່ວໂລກ ໂດຍກົດດັນໃຫ້ຄ່າເງິນເຢນຂອງຍີ່ປຸ່ນອ່ອນຄ່າລົງສູ່ລະດັບຕ່ຳສຸດໃນຮອບ 2 ປີ ຈົນລັດຖະບານໂຕກຽວຕ້ອງກຽມພ້ອມແຊກແຊງຕະຫຼາດອີກຄັ້ງ.
ເຖິງແມ່ນວ່າໃນວັນພຸດທີ່ຜ່ານມາ Fed ຈະຍັງຄົງອັດຕາດອກເບ້ຍໄວ້ທີ່ລະດັບ 3.50% ຫາ 3.75% ພາຍໃຕ້ການນຳຂອງທ່ານ ເຄວິນ ວໍຣຊ໌ (Kevin Warsh) ປະທານເຟດຄົນໃໝ່, ແຕ່ການຄາດການຫຼ້າສຸດຊີ້ໃຫ້ເຫັນວ່າຜູ້ກຳນົດນະໂຍບາຍເກືອບເຄິ່ງໜຶ່ງເຫັນດີໃຫ້ປັບຂຶ້ນດອກເບ້ຍເພື່ອຮັບມືກັບໄພເງິນເຟີ້.
ຂໍ້ມູນຈາກຕະຫຼາດຊື້-ຂາຍລ່ວງໜ້າລະບຸວ່າມີໂອກາດເຖິງ 69% ທີ່ການປັບຂຶ້ນດັ່ງກ່າວຈະເກີດຂຶ້ນພາຍໃນເດືອນກັນຍານີ້ ເຊິ່ງໄດ້ຮັບແຮງໜູນຈາກຕົວເລກການຈ້າງງານນອກພາກການກະເສດຂອງອາເມລິກາທີ່ອອກມາສູງກວ່າການຄາດຄະເນຢ່າງຕໍ່ເນື່ອງ ປະກອບກັບຕົວເລກຜູ້ຂໍຮັບສະຫວັດດີການຫວ່າງງານທີ່ຫຼຸດລົງ.
ປັດໄຈເຫຼົ່ານີ້ຍິ່ງເພີ່ມຄວາມເຊື່ອໝັ້ນຕໍ່ຄວາມແຂງແກ່ນຂອງເສດຖະກິດສະຫະລັດ.
ການແຂງຄ່າຂອງເງິນໂດລາໄດ້ສົ່ງຜົນກະທົບເປັນວົງກວ້າງຕໍ່ສະກຸນເງິນຫຼັກອື່ນໆ ໂດຍດັດຊະນີເງິນໂດລາໄດ້ປັບຕົວຂຶ້ນແຕະ 100.8 ເຊິ່ງສູງສຸດນັບຕັ້ງແຕ່ເດືອນພຶດສະພາ 2025 ເປັນຕົ້ນມາ, ຂະນະທີ່ເງິນຢູໂຣ ແລະ ເງິນປອນຂອງອັງກິດໄດ້ຫຼຸດລົງສູ່ລະດັບຕ່ຳສຸດໃນຮອບກວ່າສອງເດືອນ.
#LaoXperts #ເງິນໂດລາ #ອັດຕາດອກເບ້ຍ #ເສດຖະກິດໂລກ #ຕະຫຼາດເງິນຕາ #ເຟດ #Fed #ຄ່າເງິນເຢນ #ນ້ຳມັນເຊື້ອໄຟ #ລາຄານ້ຳມັນ


