ແຂວງຈຳປາສັກ ເປີດໄຟຂຽວລົງນາມ MOU ກັບນັກລົງທຶນຕ່າງຊາດ ເພື່ອສຶກສາໂຄງການປູກກາເຟ, ພິກໄທ ແລະ ທຸລຽນ ໃນເນື້ອທີ່ 100 ເຮັກຕາ ຢູ່ເມືອງປາກຊ່ອງ. ຊຸກຍູ້ການຜະລິດກະສິກຳເປັນສິນຄ້າສົ່ງອອກລະດັບສາກົນ ເຊິ່ງຄາດວ່າຈະສ້າງຜົນກະທົບທາງບວກໃນການກະຕຸ້ນເສດຖະກິດ ແລະ ຍົກລະດັບການຄ້າຂອງທ້ອງຖິ່ນໃຫ້ກ້າວສູ່ຕະຫຼາດໂລກ.
ຕາມການລາຍງານຂອງໜັງສືພີມ ຈຳປາໃໝ່, ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 9 ມິຖຸນາ 2026 ທີ່ໂຮງແຮມຈໍາປາສັກພາເລດ ລະຫວ່າງ ອົງການປົກຄອງແຂວງຈຳປາສັກ ແລະ ບໍລິສັດ ລຽນດວານ ຈະເລີນ ຈຳກັດຜູ້ດຽວ.
ໂຄງການນີ້ແມ່ນການລົງທຶນຂອງຕ່າງປະເທດ 100% ທີ່ເນັ້ນໜັກໃສ່ການພັດທະນາພື້ນທີ່ ຢູ່ບ້ານຕະໂອດ (ລາຊະສິນເກົ່າ) ແລະ ໜອງພະໜວນ ເມືອງປາກຊ່ອງ ໃຫ້ກາຍເປັນແຫຼ່ງຜະລິດກະສິກຳຄຸນນະພາບສູງ ເພື່ອຕອບສະໜອງທັງຕະຫຼາດພາຍໃນ ແລະ ສົ່ງອອກຕ່າງປະເທດ.
ໂດຍຜູ້ລົງທຶນຈະໃຊ້ເວລາ 12 ເດືອນ ນັບແຕ່ມື້ລົງນາມ ເພື່ອສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມຢ່າງລະອຽດ ຕາມການເຫັນດີໃນກອງປະຊຸມເຈລະຈາຮ່າງບົດບັນທຶກເມື່ອທ້າຍເດືອນພຶດສະພາທີ່ຜ່ານມາ.
ການລົງນາມຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ. ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ ແລະ ເມືອງ.
ຕາງໜ້າລົງນາມຝ່າຍແຂວງແມ່ນ ທ່ານ ປອ. ກໍລະກັນ ຄໍາມະວົງ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ຂະນະທີ່ຝ່າຍບໍລິສັດແມ່ນ ທ່ານ ຟານ ແທງ ດີ ຜູ້ອໍານວຍການບໍລິສັດ ລຽນດວານ ຈະເລີນ ຈຳກັດຜູ້ດຽວ ໂດຍມີສັກຂີພະຍານຈາກຫຼາຍພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.
ທຸກຂັ້ນຕອນແມ່ນໄດ້ຮັບການອະນຸມັດຢ່າງຖືກຕ້ອງຕາມຂໍ້ຕົກລົງຂອງຄະນະກຳມະການປົກຄອງແຂວງຈໍາປາສັກ ສະບັບເລກທີ 457/ຄປຂ.ຈສ ຊຶ່ງເປັນການເປີດປະຕູສູ່ການພັດທະນາເສດຖະກິດກະສິກຳຂອງແຂວງໃຫ້ກ້າວໄປອີກຂັ້ນ ແລະ ພ້ອມທີ່ຈະເລີ່ມການສຶກສາສຳຫຼວດລົງພື້ນທີ່ຕົວຈິງນັບແຕ່ມື້ນີ້ເປັນຕົ້ນໄປ.
#LaoXperts #ແຂວງຈຳປາສັກ #ເມືອງປາກຊ່ອງ #ກະສິກຳສົ່ງອອກ #ການລົງທຶນຕ່າງປະເທດ #ທຸລຽນປາກຊ່ອງ #ຂ່າວເສດຖະກິດການລົງທຶນ


