ປົກເວັບ 8

ການສົ່ງອອກກາເຟ ແລະ ຊາ ໄດ້ກາຍເປັນພືດເສດຖະກິດຍຸດທະສາດທີ່ສ້າງລາຍຮັບມະຫາສານໃຫ້ແກ່ ສປປ ລາວ ຫຼາຍກວ່າ 200 ລ້ານໂດລາສະຫະລັດ, ພ້ອມທັງເປັນແຫຼ່ງສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນຫຼາຍກວ່າ 310,000 ຄົວເຮືອນທົ່ວປະເທດ ເພື່ອແນໃສ່ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດມະຫາພາກ ແລະ ຂະຫຍາຍຕົວຮອຍຕີນທາງການຄ້າໄປສູ່ຕະຫຼາດລະດັບພຣີມຽມໃນເວທີສາກົນ.

ອີງຕາມຂໍ້ມູນຫຼ້າສຸດຈາກກົມປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພົບວ່າ ໃນປີ 2025 ທີ່ຜ່ານມາ, ມູນຄ່າການສົ່ງອອກກາເຟແມ່ນສາມາດທະລຸ 200 ລ້ານໂດລາສະຫະລັດ, ໃນຂະນະທີ່ການສົ່ງອອກຊາແຫ້ງສາມາດສ້າງລາຍຮັບໄດ້ປະມານ 2 ລ້ານໂດລາສະຫະລັດ. ວຽງຈັນທາມລາຍງານ.

ຕົວເລກດັ່ງກ່າວໄດ້ສະທ້ອນໃຫ້ເຫັນເຖິງຄວາມສຳຄັນທີ່ເພີ່ມຂຶ້ນເລື້ອຍໆ ຂອງທັງສອງຂະແໜງການນີ້ ຕໍ່ກັບສະຖຽນລະພາບທາງເສດຖະກິດຂອງຊາດ.

ເພື່ອເປັນການຕໍ່ຍອດ ແລະ ຊຸກຍູ້ທ່າແຮງດັ່ງກ່າວໃຫ້ມີຄວາມຕໍ່ເນື່ອງ, ກະຊວງກະສິກຳ ແລະ ເສດຖະກິດ ໂດຍຮ່ວມມືກັບ ປະເທດຝຣັ່ງ ແລະ ສະຫະພາບເອີຣົບ ຈຶ່ງໄດ້ຮ່ວມກັນຈັດງານເທສະການ “ວັນກາເຟ ແລະ ຊາສາກົນ ປະຈຳປີ 2026” ຂຶ້ນຢ່າງຍິ່ງໃຫຍ່ຢູ່ທີ່ສູນການຄ້າ ພາກຊັນ ມໍ (Parkson Mall) ໃນວັນສຸກທີ່ຜ່ານມາ, ພາຍໃຕ້ຫົວຂໍ້ “Two Brews, One Culture” ຫຼື “ສອງລົດຊາດ, ໜຶ່ງວັດທະນະທຳ” .

ເຊິ່ງເປັນງານທີ່ຈັດຂຶ້ນເປັນເວລາ 3 ວັນ ແລະ ມີການຮວບຮວມເອົາບູດວາງສະແດງສິນຄ້າຫຼາຍກວ່າ 40 ບູດ ຈາກແບຣນທ້ອງຖິ່ນທີ່ມີຊື່ສຽງ ເພື່ອນຳສະເໜີຕໍ່ສາທາລະນະຊົນ, ຄູ່ຮ່ວມພັດທະນາ ແລະ ກຸ່ມຜູ້ຊື້ຈາກຕ່າງປະເທດ.

ໃນພິທີເປີດງານຢ່າງເປັນທາງການ, ທ່ານ ດຣ. ລິນຄຳ ດວງສະຫວັນ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວເນັ້ນຢຳ້ວ່າ ເອກະລັກສະເພາະຕົວ ແລະ ຄຸນນະພາບອັນໂດດເດັ່ນຂອງຊາ ແລະ ກາເຟລາວ ແມ່ນກຳລັງເປັນທີ່ຕ້ອງການຢ່າງຫຼວງຫຼາຍ ທັງໃນລະດັບພາກພື້ນ ແລະ ສາກົນ ໂດຍງານເທສະການໃນຄັ້ງນີ້ ຈະເປັນເວທີອັນສຳຄັນທີ່ຊ່ວຍໃຫ້ຊາວກະສິກອນລາຍຍ່ອຍ ສາມາດສ້າງເຄືອຂ່າຍ, ແລກປ່ຽນປະສົບການ ແລະ ເຂົ້າເຖິງຊ່ອງທາງການຄ້າທີ່ມີມູນຄ່າສູງກວ່າເກົ່າ.

ນອກຈາກນີ້, ແນວໂນ້ມການເຕີບໂຕທາງເສດຖະກິດຂອງຂະແໜງການດັ່ງກ່າວ ຍັງໄດ້ຮັບແຮງສະໜັບສະໜູນເພີ່ມເຕີມຈາກຂອບການຮ່ວມມືເພື່ອການພັດທະນາລະດັບສາກົນ ໂດຍພາຍໃນງານໄດ້ມີການຍົກໃຫ້ເຫັນເຖິງ “ໂຄງການ Green CUP” ເຊິ່ງເປັນຂໍ້ລິເລີ່ມທີ່ສຳຄັນພາຍໃຕ້ການເປັນຄູ່ຮ່ວມມື Global Gateway Team Europe ທີ່ມີເປົ້າໝາຍໃນການຂັບເຄື່ອນການຄ້າ ແລະ ການລົງທຶນແບບຍືນຍົງ ໂດຍການຊ່ວຍເຫຼືອຜູ້ຜະລິດລາວ ໃຫ້ສາມາດບັນລຸມາດຕະຖານອໍແກນິກ ແລະ ມາດຕະຖານສິ່ງແວດລ້ອມທີ່ເຂັ້ມງວດ ເພື່ອມຸ່ງເນັ້ນເຈາະຕະຫຼາດຜູ້ບໍລິໂພກລະດັບສູງທີ່ມີກຳລັງຊື້ໃນທະວີບເອີຣົບໂດຍສະເພາະ.

#LaoXperts #ກາເຟລາວ #ຊາລາວ #ສົ່ງອອກລາວ #ເສດຖະກິດລາວ #GreenCUP #TeamEurope

Comments are disabled