ລັດຖະມົນຕີການຄ້າຂົງເຂດອາຊີ-ປາຊີຟິກ ເຫັນດີເພີ່ມທະວີການຮ່ວມມືທາງເສດຖະກິດ, ຮັກສາການເປີດກວ້າງຕະຫຼາດ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບຕ່ອງໂສ້ອຸປະທານ ເພື່ອຮັບມືກັບຄວາມບໍ່ແນ່ນອນຂອງເສດຖະກິດໂລກ ພ້ອມທັງຊຸກຍູ້ໃຫ້ພາກທຸລະກິດນຳໃຊ້ປະໂຫຍດຈາກສັນຍາການຄ້າເສລີຢ່າງສູງສຸດ.
ການປຶກສາຫາລືດັ່ງກ່າວມີຂຶ້ນໃນກອງປະຊຸມຮ່ວມມືລະດັບລັດຖະມົນຕີ ລະຫວ່າງ ປະເທດສະມາຊິກສັນຍາຄູ່ຮ່ວມເສດຖະກິດຮອບດ້ານລະດັບພາກພື້ນ (RCEP) ແລະ ສັນຍາຄູ່ຮ່ວມປາຊີຟິກຂ້າມທະວີບ (CPTPP) ທີ່ຈັດຂຶ້ນຢູ່ນະຄອນຊູໂຈວ ປະເທດຈີນ ໃນວັນທີ 22 ພຶດສະພາ ຜ່ານມາ ໂດຍການເປັນປະທານຂອງທ່ານ ຫຼີ ເສິງກັງ ລັດຖະມົນຕີຊ່ວຍວ່າການກະຊວງການຄ້າຈີນ ພ້ອມດ້ວຍການເຂົ້າຮ່ວມຂອງທ່ານ ດຣ. ກາວ ກິມຮູນ ເລຂາທິການໃຫຍ່ອາຊຽນ ແລະ ຕົວແທນຈາກບັນດາປະເທດສະມາຊິກ.
ໃນກອງປະຊຸມ, ບັນດາຜູ້ແທນໄດ້ຮຽກຮ້ອງໃຫ້ມີການສະໜັບສະໜູນລະບົບການຄ້າຫຼາຍຝ່າຍທີ່ອີງໃສ່ກົດລະບຽບ ແລະ ການຫັນເປັນການຄ້າເສລີ ພ້ອມທັງຊຸກຍູ້ໃຫ້ເລັ່ງລັດຂະບວນການຮັບສະມາຊິກໃໝ່ພາຍໃຕ້ສອງສັນຍາດັ່ງກ່າວ ເພື່ອເປີດໂອກາດໃນການເຂົ້າເຖິງຕະຫຼາດທີ່ກວ້າງຂຶ້ນ ແລະ ລົງເລິກການເຊື່ອມໂຍງທາງດ້ານເສດຖະກິດໃນພາກພື້ນ.
ນອກຈາກນີ້, ບັນດາລັດຖະມົນຕີຍັງໄດ້ປຶກສາຫາລືກ່ຽວກັບແນວທາງໃນການຫຼຸດຜ່ອນຕົ້ນທຶນທາງທຸລະກິດ ແລະ ປັບປຸງຄວາມສາມາດໃນການແຂ່ງຂັນ ຜ່ານການອຳນວຍຄວາມສະດວກດ້ານການຄ້າໃນສິນຄ້າ, ການບໍລິການ ແລະ ການລົງທຶນ.
ຜູ້ແທນກອງປະຊຸມຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການເຊື່ອມໂຍງໃນພາກພື້ນທີ່ເຂັ້ມແຂງ ເພື່ອສະໜັບສະໜູນການເຕີບໂຕຂອງການຄ້າ, ການຮັກສາຕະຫຼາດພາຍໃນໃຫ້ເປີດກວ້າງເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ລະບົບຕ່ອງໂສ້ອຸປະທານດ້ານພະລັງງານ ແລະ ຊ່ວຍຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກໃນອະນາຄົດ.
ຈາກຜົນຂອງການປຶກສາຫາລື, ຜູ້ແທນໄດ້ຕົກລົງເຫັນດີສ້າງຕັ້ງກົນໄກກອງປະຊຸມຮ່ວມກັນຢ່າງເປັນປະຈຳລະຫວ່າງສອງສັນຍາ ເພື່ອເພີ່ມທະວີການປຶກສາຫາລື, ການປະສານງານ ແລະ ການແບ່ງປັນຂໍ້ມູນກ່ຽວກັບການພັດທະນາເສດຖະກິດໂລກ ແລະ ສິ່ງທ້າທາຍໃໝ່ໆ ພ້ອມທັງກຳນົດມາດຕະການຮັບມືຢ່າງທັນທ່ວງທີຕໍ່ກັບຄວາມສ່ຽງທາງເສດຖະກິດໃນອະນາຄົດ.
ສຳລັບ ສປປ ລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.
ການເຂົ້າຮ່ວມດັ່ງກ່າວ ໄດ້ສະທ້ອນໃຫ້ເຫັນຢ່າງຈະແຈ້ງເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ຕໍ່ການຮ່ວມມືດ້ານເສດຖະກິດໃນພາກພື້ນ, ການຄ້າເສລີ ແລະ ລະບົບຫຼາຍຝ່າຍ, ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດລາວ ສາມາດໝູນໃຊ້ກາລະໂອກາດທີ່ເກີດຈາກສັນຍາການຄ້າເສລີຕ່າງໆ ໃຫ້ເກີດປະໂຫຍດສູງສຸດໃນການຂະຫຍາຍການຄ້າ ແລະ ການລົງທຶນ.
#LaoXperts #ເສດຖະກິດອາຊີປາຊີຟິກ #ການຄ້າເສລີ #RCEP #CPTPP #ຕ່ອງໂສ້ອຸປະທານ #ການຄ້າສາກົນ #ທຸລະກິດລາວ #ກະຊວງອຸດສາຫະກຳແລະການຄ້າ


