ປົກເວັບ 70

ທະນາຄານແຫ່ງ ສປປ ລາວ (ທຫລ) ລາຍງານວ່າ ດັດຊະນີຄ່າເງິນກີບໄດ້ຜ່ອນຄ່າລົງ 1,35% ເມື່ອທຽບໃສ່ເດືອນມັງກອນ 2026 ທີ່ຜ່ານມາ, ສະພາບການດັ່ງກ່າວ ແມ່ນຕິດພັນກັບຫຼາຍປັດໄຈທັງພາຍໃນ ແລະ ພາຍນອກ ເຊັ່ນ: ຄວາມບໍ່ສະຫງົບຢູ່ຕາເວັນອອກກາງ ທີ່ສົ່ງຜົນກະທົບເຮັດໃຫ້ລາຄານ້ຳມັນເຊື້ອໄຟພາຍໃນປະເທດປັບຕົວສູງຂຶ້ນແບບກ້າວກະໂດດຕາມລາຄາຕະຫຼາດໂລກ.

ເມື່ອຕົ້ນທຶນການນຳເຂົ້າສິນຄ້າແພງຂຶ້ນ ຈຶ່ງເປັນສາເຫດສຳຄັນທີ່ຍູ້ໃຫ້ອັດຕາເງິນເຟີ້ໃນເດືອນເມສາ 2026 ພຸ່ງຂຶ້ນເປັນຕົວເລກສອງຫຼັກ ຢູ່ທີ່ລະດັບ 10,2%.

ໂຕເລກດັ່ງກ່າວ ຖືກລາຍງານ ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າຫ້ອງການ ທຫລ. ນອກຈາກປັດໄຈພາຍນອກແລ້ວ, ຍັງມີສິ່ງທ້າທາຍພາຍໃນປະເທດທີ່ກົດດັນຄ່າເງິນກີບ ຄືການນຳໃຊ້ເງິນຕາຕ່າງປະເທດຫຼາຍສະກຸນໃນການຊຳລະສະສາງພາຍໃນສັງຄົມ ເຊິ່ງເຮັດໃຫ້ການປະຕິບັດນະໂຍບາຍເງິນຕາມີຂໍ້ຈຳກັດ ອີກທັງ ກິດຈະກຳທາງເສດຖະກິດນອກລະບົບທີ່ຍັງມີຫຼາຍ ແລະ ພັນທະໜີ້ສິນຕໍ່ຕ່າງປະເທດທີ່ຍັງສູງ ໄດ້ເຮັດໃຫ້ການຄຸ້ມຄອງເງິນຕາຕ່າງປະເທດພົບກັບຄວາມຫຍຸ້ງຍາກ ແລະ ຊັກຊ້າ, ການສະໜອງສິນເຊື່ອຈາກລະບົບທະນາຄານກໍຍັງບໍ່ທັນສະທ້ອນໃຫ້ເຫັນເຖິງຄວາມເຂັ້ມແຂງຂອງການຜະລິດພາຍໃນປະເທດຢ່າງແທ້ຈິງ.

ແນວໃດກໍຕາມ, ເພື່ອຮັບມືກັບການຜ່ອນຄ່າຂອງເງິນກີບ ແລະ ປ້ອງກັນບໍ່ໃຫ້ເງິນເຟີ້ຂະຫຍາຍຕົວແຮງ, ທຫລ ໄດ້ວາງມາດຕະການຢ່າງເຄັ່ງຄັດ ໂດຍສືບຕໍ່ຮັກສາອັດຕາດອກເບ້ຍພື້ນຖານ 7 ວັນ ໄວ້ໃນລະດັບເດີມຄື 8% ຕໍ່ປີ.

ພ້ອມດຽວກັນນັ້ນ, ຍັງໄດ້ສຸມໃສ່ການຄຸ້ມຄອງເງິນຕາຕ່າງປະເທດ ແລະ ອັດຕາແລກປ່ຽນໃຫ້ເປັນລະບົບຄົບຊຸດ ເພື່ອຮັບປະກັນການຄຸ້ມຄອງກະແສເງິນໄຫຼເຂົ້າ-ອອກ ຈາກການຄ້າ ແລະ ການລົງທຶນ.

ທຫລ ຍັງໄດ້ນຳໃຊ້ເຄື່ອງມືເຊັ່ນ ການອອກພັນທະບັດຕາມກົນໄກຕະຫຼາດ ແລະ ສືບຕໍ່ປະຕິບັດການລວມສູນບັນຊີເງິນຝາກຂອງລັດຖະບານ (TSA) ເພື່ອຊ່ວຍຮັກສາສະຖຽນລະພາບ.

ໃນໄລຍະຍາວ ເພື່ອແກ້ໄຂບັນຫາເງິນກີບຜ່ອນຄ່າຢ່າງຍືນຍົງ, ທຫລ ຈະຮ່ວມມືກັບກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອທົບທວນ ແລະ ດັດປັບນະໂຍບາຍສິນເຊື່ອ.

ຈຸດປະສົງຫຼັກແມ່ນເພື່ອຊຸກຍູ້ການສະໜອງສິນເຊື່ອເຂົ້າສູ່ການຜະລິດໃນລະດູຝົນ, ສົ່ງເສີມການຜະລິດສິນຄ້າພາຍໃນເພື່ອທົດແທນການນຳເຂົ້າ (ເຊິ່ງຈະຊ່ວຍຫຼຸດຜ່ອນການໃຊ້ເງິນຕາຕ່າງປະເທດ) ແລະ ກະຕຸ້ນການສົ່ງອອກເພື່ອດຶງເງິນຕາເຂົ້າປະເທດ.

ເຊິ່ງໃນປັດຈຸບັນກໍມີສັນຍານທີ່ດີຂຶ້ນ ໂດຍເຫັນໄດ້ຈາກຕົວເລກການໂອນເງິນຈາກການສົ່ງອອກຜ່ານລະບົບທະນາຄານ ທີ່ເພີ່ມຂຶ້ນຈາກ 75,33% ໃນເດືອນມັງກອນ ມາເປັນ 80% ໃນເດືອນເມສາ 2026

 ແລະ ຄັງສຳຮອງເງິນຕາຕ່າງປະເທດກໍຍັງສາມາດກຸ້ມການນຳເຂົ້າໄດ້ 5,47 ເດືອນ. 

#LaoXperts #ທະນາຄານແຫ່ງສປປລາວ #ເສດຖະກິດລາວ #ນະໂຍບາຍເງິນຕາ #ອັດຕາເງິນເຟີ #ເສດຖະກິດມະຫາພາກ #BOL

Comments are disabled