ປົກເວັບ 69

ລັດຖະບານລາວ ສູນເສຍລາຍຮັບເຂົ້າງົບປະມານໄປເຖິງ 766 ຕື້ກີບໃນໄລຍະພຽງເດືອນກວ່າ ຈາກການ ໄດ້ຕັດສິນໃຈຫຼຸດອັດຕາອາກອນຊົມໃຊ້ນໍ້າມັນເຊື້ອໄຟລົງເຫຼືອ 0% ເພື່ອແບ່ງເບົາພາລະຄ່າຄອງຊີບຂອງປະຊາຊົນທີ່ກຳລັງປະເຊີນກັບວິກິດລາຄານໍ້າມັນພຸ່ງສູງ ທ່າມກາງສະຖານະການນຳເຂົ້າທີ່ຫຼຸດລົງ ແຕ່ມູນຄ່າການເກັບພາສີລວມຍັງສູງທະລຸພັນຕື້ກີບ.

ອີງຕາມຂໍ້ມູນການລາຍງານຂອງສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ (MRI) ໃນເດືອນພຶດສະພາ 2026 ລະບຸວ່າ, ເພື່ອເປັນການແກ້ໄຂບັນຫາຄ່າຄອງຊີບ ແລະ ຫຼຸດຜ່ອນຜົນກະທົບຕໍ່ປະຊາຊົນ, ລັດຖະບານໄດ້ອອກມາດຕະການຫຼຸດອັດຕາອາກອນຊົມໃຊ້ລົງຈາກ 10% ມາເປັນ 0% ນັບຕັ້ງແຕ່ວັນທີ 17 ມີນາ 2026 ເປັນຕົ້ນມາ.

ມາດຕະການດັ່ງກ່າວນີ້ເຮັດໃຫ້ລັດຕ້ອງສູນເສຍລາຍຮັບເຂົ້າງົບປະມານປະມານ 766 ຕື້ກີບພຽງແຕ່ໃນໄລຍະເວລາແຕ່ວັນທີ 17 ມີນາ ຫາ 30 ເມສາ 2026, ໂດຍແບ່ງເປັນການສູນເສຍຈາກອາກອນຊົມໃຊ້ເຖິງ 642 ຕື້ກີບ ແລະ ຈາກອາກອນມູນຄ່າເພີ່ມອີກ 124 ຕື້ກີບ.

ສາເຫດຫຼັກທີ່ພາກລັດຕ້ອງເຂົ້າມາແຊກແຊງ ແມ່ນຍ້ອນລາຄານໍ້າມັນຂາຍຍ່ອຍພາຍໃນປະເທດໄດ້ປັບຕົວສູງຂຶ້ນຢ່າງໜ້າຕົກໃຈ ໂດຍສະເພາະໃນເດືອນເມສາ 2026 ທີ່ລາຄາກາຊວນໄດ້ພຸ່ງຂຶ້ນໄປສະເລ່ຍເຖິງ 46,930 ກີບຕໍ່ລິດ ເຊິ່ງເພີ່ມຂຶ້ນເຖິງ 137.6% ຈາກເດືອນກຸມພາ, ສ່ວນນໍ້າມັນແອັດຊັງທຳມະດາ ແລະ ພິເສດກໍມີລາຄາສະເລ່ຍສູງເຖິງ 39,198 ກີບຕໍ່ລິດ (ເພີ່ມຂຶ້ນ 76.2% ແລະ 48.5% ຕາມລຳດັບ) ກ່ອນທີ່ລາຄາຈະເລີ່ມຫຼຸດລົງມາແດ່ໃນຊ່ວງກາງເດືອນພຶດສະພາ.

ນອກຈາກນີ້, ວິກິດການເໜັງຕີງຂອງລາຄາດັ່ງກ່າວຍັງສົ່ງຜົນກະທົບໂດຍກົງຕໍ່ປະລິມານການນຳເຂົ້ານໍ້າມັນເຊື້ອໄຟພາຍໃນປະເທດ ເຊິ່ງໃນເດືອນເມສາປະລິມານການນຳເຂົ້າສະເລ່ຍໄດ້ຫຼຸດລົງມາຢູ່ທີ່ 5.03 ລ້ານລິດຕໍ່ວັນ ເຮັດໃຫ້ສະເລ່ຍແລ້ວການນຳເຂົ້າຫົດຕົວລົງ 12.0% ໃນຊ່ວງເດືອນກຸມພາ ຫາ ເມສາ, ໂດຍສະເພາະນໍ້າມັນກາຊວນທີ່ຫຼຸດລົງ 14.5% ແລະ ແອັດຊັງພິເສດດິ່ງລົງຮຸນແຮງເຖິງ 73.1% ແຕ່ແອັດຊັງທຳມະດາພັດມີການນຳເຂົ້າເພີ່ມຂຶ້ນ 8.6%.

ເຖິງແມ່ນວ່າປະລິມານການນຳເຂົ້າຈະຫຼຸດລົງ ແລະ ລັດໄດ້ຍອມຫຼຸດອາກອນຊົມໃຊ້ກໍຕາມ, ແຕ່ຍ້ອນຖານລາຄານໍ້າມັນດິບທີ່ແພງຂຶ້ນຫຼາຍຈຶ່ງສົ່ງຜົນໃຫ້ຕົວເລກຄາດຄະເນລາຍຮັບລວມຂອງລັດ ທີ່ໄດ້ຈາກອາກອນມູນຄ່າເພີ່ມ ແລະ ພາສີຂາເຂົ້າຍັງຄົງເຕີບໂຕສູງຂຶ້ນ. 

ໃນເດືອນເມສາ 2026 ຄາດວ່າລັດຈະເກັບລາຍຮັບໄດ້ສູງເຖິງ 1,107 ຕື້ກີບ ເຊິ່ງເພີ່ມຂຶ້ນ 42.1% ຈາກເດືອນກຸມພາ ໂດຍແຫຼ່ງລາຍຮັບຫຼັກແມ່ນມາຈາກນໍ້າມັນກາຊວນເຖິງ 731 ຕື້ກີບ ແລະ ນໍ້າມັນແອັດຊັງທຳມະດາ 364 ຕື້ກີບ ເຊິ່ງສະທ້ອນໃຫ້ເຫັນເຖິງສະພາບການທີ່ທ້າທາຍຂອງເສດຖະກິດ ແລະ ຄວາມພະຍາຍາມໃນການດຸ່ນດ່ຽງລາຍຮັບ-ລາຍຈ່າຍຂອງປະເທດໄປພ້ອມໆກັນ

.

#laoXperts #ນໍ້າມັນເຊື້ອໄຟ #ເສດຖະກິດລາວ #ພາສີອາກອນ #ລາຄານໍ້າມັນ #ຂ່າວເສດຖະກິດ #ລາວ2026 #MRI

Comments are disabled