ປົກເວັບ 52

ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີໄທ ປະກາດເດີນໜ້າພະລາດຊະກຳນົດເງິນກູ້ 4 ແສນລ້ານບາດ ເພື່ອແກ້ໄຂວິກິດພະລັງງານຮີບດ່ວນ ແລະ ຍົກລະດັບໂຄງສ້າງພະລັງງານສະອາດ. ມາດຕະການນີ້ມຸ່ງເປົ້າອັດສີດເມັດເງິນຊ່ວຍເຫຼືອປະຊາຊົນ, ຊາວກະສິກອນ ແລະ ພາກທຸລະກິດທີ່ໄດ້ຮັບຜົນກະທົບໂດຍກົງ ເຊິ່ງຈະສົ່ງຜົນໃຫ້ການບັນເທົາທຸກສາມາດເກີດຂຶ້ນໄດ້ທັນທີ ໂດຍບໍ່ອະນຸຍາດໃຫ້ການຍື່ນຕີຄວາມໝາຍຂອງຝ່າຍຄ້ານຕໍ່ສານລັດຖະທຳມະນູນມາເປັນອຸປະສັກກີດຂວາງ.

ຕາມການລາຍງານຂອງ ຂອງ The Nation, ພາຍຫຼັງການປະຊຸມຄະນະລັດຖະມົນຕີໃນວັນທີ 12 ພຶດສະພາ ທ່ານ ອະນຸທິນ ໄດ້ອອກມາກ່າວຢ່າງໜັກແໜ້ນວ່າ ພະລາດຊະກຳນົດເງິນກູ້ດັ່ງກ່າວໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການແລ້ວນັບຕັ້ງແຕ່ປະກາດລົງໃນລາດຊະກິດຈານຸເບກສາເມື່ອວັນທີ 9 ພຶດສະພາທີ່ຜ່ານມາ.

ກົດໝາຍສະບັບນີ້ໄດ້ມອບອຳນາດໃຫ້ກະຊວງການເງິນສາມາດກູ້ຢືມ ຫຼື ອອກຕາສານໜີ້ໃນນາມລັດຖະບານພາຍໃນວັນທີ 30 ກັນຍາ 2027. ເຖິງແມ່ນວ່າຝ່າຍຄ້ານຈະພະຍາຍາມໃຊ້ກົນໄກທາງກົດໝາຍເພື່ອສະກັດກັ້ນ ແຕ່ລັດຖະບານຍັງຄົງຢືນຢັນວ່າການຊ່ວຍເຫຼືອປະຊາຊົນແມ່ນໜ້າທີ່ອັນຮີບດ່ວນທີ່ສຸດ ຈົນທ່ານນາຍົກລັດຖະມົນຕີໄດ້ກ່າວຢ້ຳວ່າບໍ່ມີແຜນສຳຮອງອື່ນໃດ ທຸກຢ່າງມີພຽງແຜນດຽວຄືການຊ່ວຍເຫຼືອປະຊາຊົນ ແລະ ຫາກບໍ່ມີຄວາມໝັ້ນໃຈເຕັມຮ້ອຍ ລັດຖະບານກໍຄົງບໍ່ຕັດສິນໃຈອອກກົດໝາຍສະບັບນີ້ແຕ່ທຳອິດ.

ສຳລັບເປົ້າໝາຍຂອງກອບເງິນກູ້ມະຫາສານນີ້ ໄດ້ຖືກແບ່ງອອກເປັນສອງສ່ວນຫຼັກຢ່າງຊັດເຈນ ຄື 2 ແສນລ້ານບາດທຳອິດຈະຖືກນຳໄປອັດສີດເພື່ອຊ່ວຍເຫຼືອປະຊາຊົນ ຊາວກະສິກອນ ແລະ ຜູ້ປະກອບການທີ່ກຳລັງແບກຮັບພາລະອັນໜັກໜ່ວງຈາກວິກິດການພະລັງງານໃນປັດຈຸບັນ. 

ໃນຂະນະດຽວກັນ ອີກ 2 ແສນລ້ານບາດແມ່ນມຸ່ງເປົ້າໄປທີ່ການວາງຮາກຖານອະນາຄົດຂອງປະເທດ ດ້ວຍການສະໜັບສະໜູນການຫັນປ່ຽນຈາກການໃຊ້ພະລັງງານຟອດຊິວ (Fossil) ໄປສູ່ພະລັງງານທົດແທນທາງເລືອກໃໝ່ ທັງການພັດທະນາລະບົບພະລັງງານໝູນວຽນ ການສົ່ງເສີມຍານຍົນໄຟຟ້າ ໂຄງສ້າງພື້ນຖານສະຖານີສາກໄຟຟ້າ ຕະຫຼອດຈົນເຖິງການຍົກລະດັບທັກສະ ແລະ ນະວັດຕະກຳຂອງປະຊາຊົນ ເພື່ອໃຫ້ສອດຮັບກັບທ່າອ່ຽງພະລັງງານຂອງໂລກ.

ຢ່າງໃດກໍຕາມ, ຝ່າຍຄ້ານໄດ້ຕັ້ງຂໍ້ສັງເກດວ່າ ງົບປະມານໃນສ່ວນຂອງການພັດທະນາພະລັງງານທົດແທນ 2 ແສນລ້ານບາດນັ້ນ ອາດບໍ່ເຂົ້າຂ່າຍຄວາມຈຳເປັນຮີບດ່ວນອັນຫຼີກລ້ຽງບໍ່ໄດ້ຕາມມາດຕາ 172 ຂອງລັດຖະທຳມະນູນ ເຊິ່ງອາດສາມາດຈັດສັນຜ່ານລະບົບງົບປະມານປະຈຳປີປົກກະຕິໄດ້. 

ພວກເຂົາຈຶ່ງຮຽກຮ້ອງໃຫ້ມີການແຍກການພິຈາລະນາ ແລະ ລະງັບການເບີກຈ່າຍໃນສ່ວນນີ້ໄວ້ກ່ອນ ເຊິ່ງຖືເປັນປະເດັນທ້າທາຍສຳຄັນທີ່ສັງຄົມຕ້ອງຈັບຕາມອງວ່າ ບາດກ້າວຕໍ່ໄປຂອງລັດຖະບານໄທໃນການບໍລິຫານເງິນກູ້ກ້ອນນີ້ຈະສາມາດສົ່ງຜົນປະໂຫຍດລົງສູ່ປະຊາຊົນໄດ້ຢ່າງເຕັມເມັດເຕັມໜ່ວຍຕາມທີ່ໃຫ້ຄຳໝັ້ນສັນຍາໄວ້ຫຼືບໍ່.

#LaoXperts #ຂ່າວໄທ #ວິກິດພະລັງງານ #ເງິນກູ້4ແສນລ້ານ #ອະນຸທິນ #ພະລັງງານທົດແທນ #ເສດຖະກິດໄທ

Comments are disabled